

ພິທີປະກາດສ້າງຕັ້ງຕາແສງນາຊໍ່າ-ຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີເຊີ່ງເປັນຕາແສງທີ 5 ຂອງເມືອງໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2026 ນີ້ ຢູ່ທີ່ເດີ່ນໂຮງຮຽນປະຖົມ ບ້ານນາຊໍ່າ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ , ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ, ທ່ານ ຈັນເພັງ ອູ່ທອງຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຈັນເພັງ ແສນຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີບັນດາທ່ານການນໍາຂັ້ນແຂວງ, ຂັ້ນເມືອງ, ພະນັກງານ, ທະຫານ, ຕໍາຫຼວດ, ແຂກຖືກເຊີນ, ການຈັດຕັ້ງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນ 23 ບ້ານເທດສະບານເຂົ້າຮ່ວມ.
ທ່ານ ຈັນເພັງ ອູ່ທອງຄໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ຜ່ານບົດລາຍງານການສ້າງຕັ້ງຕາແສງນາຊໍ່າ-ຫ້ວຍຂົວຫຼວງ ທ່ານໃຫ້ຮູ້ວ່າ:ເຂດທີ່ຈະສ້າງຕັ້ງ “ຕາແສງ ນາຊໍ່າ-ຫ້ວຍຂົວຫຼວງ” ຕັ້ງຢູ່ບ້ານນາຊໍ່າທາງທິດຕາເວັນອອກຂອງເມືອງໄຊຍະບູລີ. ສູນກາງການປົກຄອງ ຫຼື ສຳນັກງານຕາແສງ ແມ່ນຕັ້ງຢູ່ຫ່າງຈາກເທດສະບານເມືອງໄຊຍະບູລີ ປະມານ 11 ກິໂລແມັດ. ເຂດດັ່ງກ່າວມີຂອບເຂດຊາຍແດນຕິດຈອດກັບບັນດາເຂດໃກ້ຄຽງ ດັ່ງນີ້: ທາງທິດເໜືອ: ຕິດກັບ ຂອບເຂດແດນຕາແສງໄຊຍະມຸງຄຸນ; ທາງທິດໃຕ້: ຕິດກັບເມືອງປາກລາຍ; ທາງທິດຕາເວັນອອກ: ຕິດກັບສາຍແມ່ນໍ້າຂອງ; ທາງທິດຕາເວັນຕົກ: ຕິດກັບຕາແສງນາລວມນ້ຳຕວນ. ສະພາບພູມສັນຖານສ່ວນໃຫຍ່ ເປັນເຂດພູດອຍສະຫຼັບຊັບຊ້ອນ ແລະ ມີທົ່ງພຽງລຽບຕາມແຄມນ້ຳ, ເໝາະສົມແກ່ການປູກຝັງ, ລ້ຽງສັດ ແລະ ການທ່ອງທ່ຽວທຳມະຊາດ-ວັດທະນະທຳ. ມີເສັ້ນທາງຄົມມະນາຄົມເຊື່ອມຈອດລະຫວ່າງບ້ານຕໍ່ບ້ານ ທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ. ຕາແສງ ນາຊ່ຳ-ຫ້ວຍຂົວຫຼວງ ມີເນື້ອທີ່ທັງໝົດ 20.307,27 ເຮັກຕາ ເຊິ່ງຖືວ່າເປັນເຂດທີ່ມີເນື້ອທີ່ກວ້າງຂວາງ, ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ປ່າໄມ້. ຕາແສງນີ້ແມ່ນການໂຮມເອົາບັນດາບ້ານທີ່ຕັ້ງຢູ່ໃກ້ຄຽງ ແລະ ມີການພົວພັນກັນທາງດ້ານເສດຖະກິດ-ສັງຄົມ ຢ່າງສະໜິດແໜ້ນ ປະກອບມີ 11 ບ້ານ ດັ່ງນີ້: ບ້ານນາຊ່ຳ, ບ້ານຜາຊ້າງ, ບ້ານຫ້ວຍດົກ, ບ້ານຫ້ວຍແກ້ງ, ບ້ານແກ້ວ, ບ້ານນາທັງ, ບ້ານປາກຮຸ່ງ, ບ້ານຫ້ວຍຂົວຫຼວງ, ບ້ານຄົກຟາກ, ບ້ານໂພນສີດາ ແລະ ບ້ານນາຂອນແກ່ນ
ຈຳນວນໜ່ວຍ: ມີທັງໝົດ 95 ໜ່ວຍຄຸ້ມຄອງພົນລະເມືອງ;ຈໍານວນຄອບຄົວ: ມີທັງໝົດ 1.121 ຄອບຄົວ; ພົນລະເມືອງທັງໝົດ: 6.139 ຄົນ, ໃນນີ້ເປັນຍິງ 3.015 ຄົນ. ເຂດຕາແສງນີ້ ແມ່ນມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ສີສັນຊົນເຜົ່າ, ປະກອບມີ 6 ເຜົ່າ ທີ່ດໍາລົງຊີວິດຢູ່ຮ່ວມກັນຢ່າງສາມັກຄີ, ປອງດອງ ແລະ ເອື້ອເຟື້ອເພື່ອແຜ່ເຊິ່ງກັນ ແລະ ກັນ ດັ່ງນີ້: ເຜົ່າລາວ: ມີ 2.711 ຄົນ, ຍິງ 1.278 ຄົນ, ກວມເອົາ 44,16% ຂອງພົນລະເມືອງທັງໝົດ; ເຜົ່າກືມມຸ: ມີ 1.693 ຄົນ, ຍິງ 828 ຄົນ, ກວມເອົາ 27,57% ຂອງພົນລະເມືອງທັງໝົດ; ເຜົ່າມົ້ງ: ມີ 1.403 ຄົນ, ຍິງ 719 ຄົນ, ກວມເອົາ 22,85% ຂອງພົນລະເມືອງທັງໝົດ; ເຜົ່າອີວມຽນ: ມີ 318 ຄົນ, ຍິງ 162 ຄົນ, ກວມເອົາ 5,17% ຂອງພົນລະເມືອງທັງໝົດ; ເຜົ່າໄປຼ່: ມີ 11 ຄົນ, ຍິງ 7 ຄົນ, ກວມເອົາ 0,17% ຂອງພົນລະເມືອງທັງໝົດ; ເຜົ່າລື້: ມີ 3 ຄົນ, ຍິງ 1 ຄົນ, ກວມເອົາ 0,05% ຂອງພົນລະເມືອງທັງໝົດ. ຄວາມຫຼາກຫຼາຍທາງດ້ານຊົນເຜົ່ານີ້ ຖືເປັນທ່າແຮງອັນໃຫຍ່ຫຼວງໃນການອະນຸລັກ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມ, ທັງເປັນພື້ນຖານໃຫ້ແກ່ການສ້າງຄວາມສາມັກຄີປວງຊົນທົ່ວທ້ອງຖິ່ນ ພາຍໃຕ້ການນຳພາຂອງພັກ.
ຈາກນັ້ນໃນພິທີ ທ່ານ ຫຸມ ມະໄລຄໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງນາຊໍ່າ-ຫ້ວຍຂົວຫຼວງ ເມືອງໄຊຍະບູລີ, ພ້ອມນີ້ ທ່ານ ພອນພິລຸນ ປີ່ນທິບ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງນາຊໍ່າ-ຫ້ວຍຂົວຫຼວງ, ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານອົງຄະນະພັກຮາກຖານຕາແສງນາຊໍ່າ-ຫ້ວຍຂົວຫຼວງ, ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາຄະນະບໍລິຫານງານອົງຄະນະພັກ ຮາກຖານຕາແສງນາຊໍ່າ-ຫ້ວຍຂົວຫຼວງ, ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ກວດກາຄະນະບໍລິຫານງານອົງຄະນະພັກ ຮາກຖານຕາແສງນາຊໍ່າ-ຫ້ວຍຂົວຫຼວງ, ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການອານຸມັດສ້າງຕັ້ງໜ່ວຍພັກ ຫ້ອງການຕາແສງນາຊໍ່າ-ຫ້ວຍຂົວຫຼວງ, ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ຫ້ອງການຕາແສງນາຊໍ່າ-ຫ້ວຍຂົວຫຼວງ, ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຜູ້ກວດກາໜ່ວຍພັກ ຫ້ອງການຕາແສງນາຊໍ່າ-ຫ້ວຍຂົວຫຼວງ, ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານ ຕາແສງນາຊໍ່າ-ຫ້ວຍຂົວຫຼວງ ຕົກລົງເຫັນດີແຕ່ງຕັ້ງ ທ່ານ ແພງພັນ ຜາສຸກ ເປັນປະທານຄະນະກຳມະການປົກຄອງຕາແສງ, ທ່ານ ອຸດົມໄຊ ອູ່ທອງຄໍາ ແລະ ທ່ານ ບຸນທະວີ ແຫວນຄໍາ ເປັນຮອງປະທານຄະນະກຳມະການປົກຄອງຕາແສງ, ໃນຕອນທ້າຍພິທີ, ຄະນະປະທານພ້ອມດ້ວຍແຂກທີ່ເຂົ້າຮ່ວມ ໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ເປີດປ້າຍສຳນັກງານຄະນະກໍາມະການປົກຄອງຕາແສງນາຊໍ່າ-ຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຢ່າງເປັນທາງການ.