ສະຫະພັນແມ່ຍິງ ເມືອງໄຊຍະບູລີ ສ້າງຂະບວນການຫຼີ້ນກິລາເປຕັ້ງ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ໃຫ້ມີຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ, ໃນຕອນເຊົ້າ ວັນທີ 25 ກໍລະກົດ 2026 ນີ້ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງໄຊຍະບູລີ, ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຂຶ້ນໂດຍການສ້າງຂະບວນການຫຼີ້ນກິລາເປຕັງ ທີ່ເດີ່ນຫ້ອງວ່າການເມືອງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ປະທານຄະນະກຳມະການປົກຄອງຕາແສງ, ແມ່ຍິງອ້ອມຂ້າງເມືອງ, ອົງການປົກຄອງບ້ານ ພ້ອມດ້ວຍນັກກິລາເຂົ້າຮ່ວມຢ່າງຫຼວງຫຼາຍ. ການແຂ່ງຂັນກິລາເປຕັງໃນຄັ້ງນີ້ ມີທີມນັກກິລາເຂົ້າຮ່ວມທັງໝົດ 37 ທີມ ເຊີງສາມາດສະຫຼຸບຜົນການແຂ່ງຂັນໄດ້ດັ່ງນີ້: ລາງວັນທີ 1 ໄດ້ແກ່ ບ້ານດອນເງີນ ໄດ້ຮັບຂັນ 1 ໜ່ວຍ ພ້ອມດ້ວຍເງີນສົດ 1.000.000 ກີບ, ທີ 2 ໄດ້ແກ່ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເງີນສົດ 800.000 ກີບ, ທີ 3 ໄດ້ແກ່ ບ້ານດອນໃຫມ່ ໄດ້ຮັບເງີນສົດ 600.000 ກີບ, ທີ 4 ໄດ້ແກ່ ບ້ານນາເລົາ ໄດ້ຮັບເງີນສົດ 500.000 ກີບ ໃຫ້ກຽດຂື້ນມອບ ໂດຍ ທ່ານ ຈັນເພັງ ແສນຄໍາ ຄະນະປະຈໍາພັກເມືອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນໍາວຽກງານການເມືອງ ແນວຄິດ-ວຽກພັກ, ພະນັກງານ ແລະ ອົງການຈັດຕັ້ງປະຫາຊົນຂັ້ນເມືອງ. ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa