ສຳເລັດຝຶກອົບຮົມວຽກງານ ສັງລວມ – ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງໄຊຍະບູລີ ຄັ້ງທີ III.

ຝຶກອົບຮົມວຽກງານ ສັງລວມ – ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງໄຊຍະບູລີ ຄັ້ງທີ III ໄດ້ສຳເລັດລົງຢ່າງເປັນທາງການໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງພາຍຫຼັງດຳເນີນມາເປັນເວລາ 2 ວັນ ເປັນກຽດເຂົ້າຮ່ວມ ຂອງທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ,ມີຮອງເລຂາພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຫົວໝ້າ-ຮອງຫົວໝ້າພະແນກການ, ອົງການ, ກົມກອງ, ຮອງເລຂາພັກເມືອງ, ຫົວໝ້າຄະນະໂຄສະນາອົບຮົມ 11 ເມືອງພາຍໃນແຂວງ, ວິທະຍາກອນມາຈາກຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສຳມະນາກອນອ້ອມຂ້າງແຂວງເຂົ້າຮ່ວມ.
ຈຸດປະສົງຂອງຊຸດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ ບັນດາສຳມະນາກອນໄດ້ຄົ້ນຄວ້າ, ເຊື່ອມຊຶມ, ຍົກລະດັບຄວາມຮູ້ພື້ນຖານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານສັງລວມ, ຕິດຕາມ, ເກັບກຳ ສະພາບແນວຄິດຫາງສຽງ ສັງຄົມ, ສາມາດຕອບສະໜອງຄວາມຮຽກຮ້ອງຕອ້ງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່. ຊຸດຝຶກອົບຮົມຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄວ້າ, ກຳແໜ້ນບັນດາເນື້ອໃນດັ່ງນີ້: ຄວາມຮູ້ພື້ນຖານກ່ຽວກັບວຽກງານແນວຄິດ-ຫາງສຽງສັງຄົມ, ວິທີການຕິດຕາມເກັບກໍາ ແລະ ນໍາໃຊ້ສະພາບແນວຄິດ-ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ຕາໜ່າງເພື່ອນຮ່ວມງານວຽກງານຫາງສຽງສັງຄົມ, ວຽກງານຄົ້ນຄວ້າສັງລວມ.ໃນຕອນທ້າຍພິທີທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງກໍ່ໄດ້ມອບໃບຢັ້ງຢືນໃຫ້ສຳມະນາກອນພ້ອມທັງໃຫ້ກຽດໂອ້ລົມຕໍ່ພິທີເຊິ່ງທ່ານໄດ້ເນັ້ນໝັກໃຫ້ເພີ່ມທະວີການນໍາພາຄຸ້ມຄອງຂອງລັດ, ຄຸ້ມຄອງ ສັງຄົມ ຕໍ່ວຽກງານຕິດຕາມ, ເກັບກຳຫາງສຽງສັງຄົມ ໃນການເຄື່ອນໄຫວວຽກງານ ການເມືອງ-ແນວຄິດ ຂອງພັກ ໂດຍການຫັນເປັນແຜນງານ, ເປັນໂຄງການ, ມີນິຕິກຳ, ກົນໄກ ການເຄື່ອນໄຫວຖືກຕ້ອງ, ສອດຄ່ອງ ແລະ ເຮັດໃຫ້ວຽກງານນີ້ສອດຫ້ອຍໄປໃນທຸກຂົງເຂດ ວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ,ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນແນວທາງ ນະໂຍບາຍ ຂອງພັກ, ກົດໝາຍ, ລະບຽບ ການຕ່າງໆຂອງລັດ ເພື່ອສາມາດປະກອບສ່ວນເຂົ້າໃນການເກັບກຳ, ແນະນໍາຫາງສຽງສັງຄົມ ໄປຖືກທິດ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ຂົງເຂດວຽກງານຂອງຕົນຮັບຜິດຊອບ, ສາມາດເປັນເຈົ້າການຕອບຕ້ານ ແລະ ຕີຖອຍແນວຄິດຫາງສຽງສັງຄົມທີ່ຜິດເຂວ ແລະ ຖ້ອຍທໍານອງໂຄສະນາບິດເບືອນ, ປັ່ນປ່ວນຂອງຝ່າຍກົງກັນຂ້າມໃຫ້ໄດ້ດີ, ຫັນວຽກງານເກັບກຳ ແນະນໍາຫາງສຽງສັງຄົມ ໃຫ້ຕິດພັນກັບວຽກງານຮາກຖານ, ຕິດແໜ້ນກັບຊິວິດສັງຄົມ ກໍ່ຄືການ ດໍາລົງຊິວິດຂອງປະຊາຊົນ ເພື່ອໃຫ້ການເກັບກຳ, ແນະນໍາຫາງສຽງສັງຄົມເປັນປັດໄຈສໍາຄັນໃນ ການດັດປັບສາຍພົວພັນຂອງຄົນໃນສັງຄົມ, ນັບທັງການທຳມາຫາກິນຂອງປະຊາຊົນຊັ້ນຄົນຕ່າງໆ ໃຫ້ມີຄວາມສະຫງົບ ແລະ ມີປະສິດທິຜົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa