

ໃນຕອນບ່າຍວັນທີ 20 ສິງຫາ 2026 ນີ້, ສະຫາຍ ບຸນເພັງ ຈັນທະດາລາ ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ສະຫາຍ ສົມປະສົງ ໄຊຍະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ ແລະ ຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ. ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ພ້ອມດ້ວຍຄະນະໂຄສະນາອົບຮົມເມືອງ.
ໃນໂອກາດດັ່ງກ່າວ, ຄະນະທີມງານໄດ້ເຂົ້າພົບປະ ແລະ ຮັບຟັງການລາຍງານໂດຍຫຍໍ້ຈາກ ສະຫາຍ ຮອງເລຂາພັກເມືອງ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງເມືອງ ເປັນຕົ້ນແມ່ນການເກັບກໍາຫາງສຽງ ແລະ ຫາງສຽງສັງຄົມໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ບຸນເພັງ ຈັນທະດາລາ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະໂຄສະນາອົບຮົມເມືອງ ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານ. ໃນໂອກາດນີ້, ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໃສ່ບາງວຽກງານສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິພາບສູງຂຶ້ນ.
ໃນຕອນທ້າຍ, ຄະນະທີມງານ ຍັງໄດ້ໄປທ່ຽວຊົມສະຖານທີ່ສໍາຄັນ ແລະ ຈຸດເສດຖະກິດຂອງເມືອງ ເປັນຕົ້ນແມ່ນ ເຮືອນເສົາໃຫຍ່, ດ່ານສາກົນຂົວມິດຕະພາບນໍ້າເຫືອງ ແລະ ລານຕາກມັນຕົ້ນຂອງ ທ່ານ ວຽງໄຊ ສຸກກະເສີມ ຢູ່ບ້ານເມືອງໝໍ ຕື່ມອີກ.