ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມແຂວງ ໄຊຍະບູລີ.

ໃນຕອນບ່າຍຂອງວັນທີ 24 ມີນາ ປີນີ້ ທ່ານ ປອ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົມຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ລົງຢ້ຽມຢາມ ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີທ່ານ ອາເມ ຊົງເຢ່ຍເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີເຈົ້າເມືອງ-ເມືອງ ພຽງ, ເຈົ້າເມືອງ ໄຊຍະບູລີ ແລະ ພະນັກງານທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງໃຫ້ການຕ້ອນຮັບ.

ກ່ອນອື່ນການນໍາຂອງແຂວງແມ່ນໄດ້ນໍາພາທີມງານຂອງ ຄອສພ ລົງເບິ່ງການລ້ຽງງົວທອມຂອງປະຊາຊົນ ບ້ານນາໂສມໃຫຍ່, ຢ້ຽມຢາມກຸ່ມຫັດຖະກໍາຕໍ່າຫູກ ບ້ານແສງຈະເລີນ ເມືອງ ພຽງ, ເບິ່ງໂຮງງານລ້າງໝາກຖົ່ງເຫຼືອງຟັກສົດຂອງນັກທຸລະກິດຈາກ ສປປຈີນ ທີ່ມາລົງທຶນປູກໝາກຖົ່ວເຫຼືອງຟັກສົດຢູ່ທົ່ງນາ ເມືອງ ພຽງ, ເຂົ້າເບິ່ງໂຮງງານຜະລິດແປ້ງມັນຕົ້ນຂອງບໍລິສັດ ກ້າວໜ້າລາວ ຈໍາກັດ ຢູ່ບ້ານນາຊໍ່າ ແລະ ເບິ່ງໂຮງງານຜະລິດເສັ້ນໝີ່ຂອງປະຊາຊົນ ບ້ານ ຖິ່ນ ເມືອງ ໄຊຍະບູລີ, ໂອກາດດັ່ງກ່າວ ທ່ານ ປອ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົມຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງປະຊາຊົນຜູ້ລ້ຽງ, ຜູ້ຜະລິດເປັນສິນຄ້າ ແລະ ຜູ້ປະກອບການຊາວຈີນທີ່ມີຄວາມຕັດສິນໃຈໃນການລົງທຶນ, ພ້ອມທັງໄດ້ເໜັ້ນໜັກໃຫ້ສືບຕໍ່ຄື: ສໍາລັບຜູ້ລ້ຽງແມ່ນໃຫ້ເອົາໃຈໃສ່ໃນການເບິ່ງແຍງສຸຂະພາບຂອງສັດ, ການໃຫ້ອາຫານທີ່ມີປະໂຫຍດໃຫ້ທາດໂປຼຕີນສູງ ເພື່ອໃຫ້ສັດໃຫຍ່ໄວ ແລະ ມີນໍ້າໜັກໄດ້ຕາມມາດຕານຂອງທ້ອງຕະຫຼາດ, ສໍາລັບຜູ້ຜະລິດເສັ້ນໝີ່ແມ່ນໃຫ້ເນັ້ນຄຸນນະພາບ, ເນັ້ນຄວາມສະອາດ, ຮັກສາສິ່ງແວດລ້ອມບໍ່ໃຫ້ມີຜົນກະທົບກັບປະຊາຊົນທີ່ຢູ່ໃກ້ຄຽງ ແລະ ໂຮງງານແປ້ງມັນຕົ້ນແມ່ນໃຫ້ສືບຕໍ່ຊຸກຍູ້ປະຊາຊົນຢູ່ແຕ່ລະເຂດ, ແຕ່ລະທ້ອງຖິ່ງໃຫ້ປູກມັນຕົ້ນປ້ອນໂຮງງານ ໂດຍໃຫ້ປູກໜູນວຽນແບບຕໍ່ເນື່ອງ ເພື່ອປ້ອງກັນບໍ່ໃຫ້ມັນຕົ້ນລົ້ນໂຮງງານ ແລະ ສາມາດຜະລິດແປ້ງໄດ້ຕະຫຼອດປີ, ພ້ອມດຽວກັນຕ້ອງເອົາໃຈໃສ່ຕໍ່ກັບສິ່ງເສດເຫຼືອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສືກສາຄວາມເປັນໄປໄດ້ເພື່ອສ້າງຕັ້ງໂຮງງານຜະລິດຫົວອາຫານສັດໄປພ້ອມ ເພື່ອລຸດຜ່ອນການນໍາເຂົ້າຫົວອາຫານສັດຈາກຕ່າງປະເທດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa