ອົງການປົກຄອງເມືອງບໍແຕນ ມອບລົດຈັກໃຫ້ 3 ຕາແສງ ເພື່ອຮັບໃຊ້ເຂົ້າໃນວຽກງານບໍລິຫານ ແລະ ພັດທະນາ

ໃນວັນທີ 6 ສິງຫາ 2026 ນີ້, ຢູ່ທີ່ຫ້ອງວ່າການເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບລົດຈັກ ຮອນດາ ເວັບ (Honda Wave) ໃຫ້ກັບບັນດາຕາແສງພາຍໃນເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງຕາແສງໃຫ້ມີຄວາມສະດວກ ແລະ ມີປະສິດທິພາບສູງຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍ ທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານການນຳຂອງເມືອງ, ພະນັກງານ ທີ່ກ່ຽວຂ້ອງ ແລະ ຄະນະພັດທະນາຕາແສງຈາກ 3 ຕາແສງພາຍໃນເມືອງເຂົ້າຮ່ວມ ການມອບພາຫະນະ (ລົດຈັກ) ໃນຄັ້ງນີ້ປະກອບມີລົດຈັກຮອນດາ ເວັບ (Honda Wave) ຈໍານວນ 3 ຄັນມອບໃຫ້ 3 ຕາແສງພາຍໃນເມືອງບໍ່ແຕນ ຕາແສງລະ 1 ຄັນ ເປັນມູນຄ່າຄັນລະ 31,500,000 ກີບ ໂດຍໄດ້ຮັບການຊ່ວຍເຫຼືອຈາກອົງການປົກຄອງແຂວງໄຊຍະບູລີ ມອບຕໍ່ໃຫ້ກັບຕາແສງ  ເພື່ອແນ່ໃສ່ສະໜອງພາຫານະຮັບໃຊ້ທີ່ຈຳເປັນ ໃຫ້ແກ້ຄະນະພັດທະນາຕາແສງ ເພື່ອເພີ່ມຄວາມສະດວກ ຄວາມຄ່ອງໂຕ ໃນການລົງຕິດຕາມ, ຊຸກຍູ້ ຢ່າງໃກ້ຊິດຕິດແທດກັບປະຊາຊົນ ແລະ ຈັດຕັ້ງປະຕິບັດວຽກງານບໍລິຫານ-ພັດທະນາຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມວ່ອງໄວ, ທັນກັບສະພາບການ ແລະ ຮອດຈຸດໝາຍຢ່າງມີປະສິດທິຜົນ ໂອກາດດັ່ງກ່າວ, ທ່ານ ອານຸສິດ ມະໂນສິນ ປະທານຄະນະກຳມະການປົກຄອງເມືອງ ກໍໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັດທະນາຕາແສງ ທັງ 3 ຕາແສງ ເອົາໃຈໃສ່ນຳໃຊ້ລົດຈັກດັ່ງກ່າວໃຫ້ຖືກຕ້ອງຕາມເປົ້າໝາຍ, ນຳໃຊ້ເຂົ້າໃນວຽກງານສ່ວນລວມຂອງຕາແສງຢ່າງຄຸ້ມຄ່າ, ພ້ອມທັງເອົາໃຈໃສ່ປົກປັກຮັກສາ ພາຫະນະໃຫ້ມີຄວາມທົນທານ ແລະ ໃຊ້ການໄດ້ຍາວນານ ເພື່ອຮັບປະກັນການເຄື່ອນໄຫວວຽກງານຮັບໃຊ້ປະຊາຊົນໃຫ້ສຳເລັດຕາມຄາດໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa