ເມືອງຄອບຈັດກອງປະຊຸມເປີດນໍາໃຊ້ລະບົບຂໍ້ມູນຂ່າວສານ LIFMIS

ໃນຕອນເຊົ້າວັນທີ 27 ກໍລະກົດ 2026 ຢູ່ທີ່ສະໂມສອນຂອງ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເປີດນໍາໃຊ້ລະບົບຂໍ້ມູນຂ່າວສານ LIFMIS ຂື້ນ. ໂດຍການເປັນປະທານຂອງທ່ານ ບຸນເຫລືອ ດາວວິໄລ ຮອງຫົວໜ້າພະແນກການເງິນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະຮັບຜິດຊອບພະແນກການເງິນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ປະທານຕາແສງ ພ້ອມດ້ວຍຜູ້ຮັບຜິດຊອບວຽກງານການເງິນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມທ່ານ ສໍາຄັນ ວັນນະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການໆເງິນເມືອງ ກໍໄດ້ຂື້ນລາຍງານສະພາບການຈັດຕັັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ 2026 ແລະ ປະຕິບັດຫັນເປັນທັນສະໄໝ LIFMIS, ຈາກນັ້ນ ຄະນະຮັບຜິດຊອບຂັ້ນແຂວງໄດ້ຂື້ນນໍາສະເໜີ ແລະ ແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ເຊິ່ງເປັນລະບົບທີ່ຊ່ວຍຫລຸດຜ່ອນຂັ້ນຕອນການເຊັນເອກະສານທີ່ຫຍຸ້ງຍາກໂດຍຫລຸດເຫລືອພຽງ 3 ຂັ້ນຕອນ, ສາມາດຢັ້ງຢືນຜ່ານລະບົບ ແລະ ລົງລາຍເຊັນເອເລັກໂຕຣນິກໃນການຖອນເງິນງົບປະມານໄດ້ເລີຍ. ລະບົບດັ່ງກ່າວຍັງມີຂໍ້ຈໍາກັດຄື: ບໍ່ອານຸຍາດໃຫ້ເບີກຈ່າຍເກີນແຜນງວດ ໂດຍຫົວໜ້າງົບປະມານຕ້ອງຈ່າຍຕາມແຜນທີ່ແຂວງແຈ້ງໃນລະບົບເທົ່ານັ້ນ; ລະບົບ LIFMIS ປະກອບມີ 2 ລາຍການໃຫ້ນໍາໃຊ້ຄື: ງົບປະມານ ເຮັດໜ້າທີ່ແຈ້ງແຜນປີ, ແຜນງວດ, ຈັດສັນແຜນຕາມສາລະບານງົບປະມານ, ສັງລວມງົບປະມານເພື່ອອະນຸມັດ ແລະ ການເງິນ ເຮັດໜ້າທີ່ໃນການຕີໃບຖອນເງິນ, ລົງລາຍເຊັນເອເລັກໂຕຣນິກ ແລະ ສ້າງສະໂນດສົ່ງຫາທະນາຄານ. ໂອກາດດຽວກັນຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນຂື້ນມີຄໍາຄິດຄໍາເຫັນຢ່າງກົງໄປກົງມາ. ໃນຕອນທ້າຍ ທ່ານ ສະໝັກ ລິດສະຖານ ຮອງປະທານຄະນະກໍາມະການປົກຄອງເມືອງ ຍັງໄດ້ມີຄໍາເຫັນ ແລະ ຊີ້ນໍາເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານການເງິນຜ່ານລະບົບ LIFMIS ໃນຕໍ່ໜ້າມີຄວາມສະດວກ, ໂປ່ງໃສ ແລະ ມີປະສິດທິພາບສູງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa