

ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ຢູ່ທີ່ສະໂມສອນຂອງເມືອງ ໃນວັນທີ 2 ກັນຍາ 2026 ນີ້.
ໂດຍໄດ້ຮັບກຽດເປັນປະທານ ຂອງທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ເຂົ້າຮ່ວມມີທ່ານ ບຸນຈັນ ເສດຈໍາປາ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ປະທານຕາແສງ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ແຂກຖືກເຊີນ ພ້ອມດ້ວຍ ພະນັກງານຫລັກແຫລ່ງຂອງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ໄດ້ເປັນກຽດກ່າວ ເນື້ອໃນ ຄວາມສໍາຄັນຂອງກອງປະຊຸມຄັ້ງນີ້ ເປັນການເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VII ເພື່ອໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມ ເຂົ້າໃຈຢ່າງເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ; ໃນນີ້, ກອງປະຊຸມໄດ້ຜ່ານເນື້ອໃນທີ່ສໍາຄັນຄື: ບົດລາຍງານການປັບປຸງກົດລະບຽບຂອງແນວລາວສ້າງຊາດ ສະໄໝທີ XII; ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແລະ ຄັ້ງທີ VII ຂອງແຂວງ; ແຜນພັດທະນາສູນກາງແນວລາວສ້າງຊາດ ແລະ ຂອງແນວລາວສ້າງຊາດແຂວງ 2026-2030; ດໍາລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ສະບັບເລກທີ 315/ລບ ລົງວັນທີ 16 ສິງຫາ 2016; ຄໍາແນະນໍາຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ສະບັບເລກທີ 055/ຄປຈ ລົງວັນທີ 18 ກໍລະກົດ 2019 ວ່າດ້ວຍການຈັດຕັ້ງປະຕິບັດ ດໍາລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ ສະເພາະຂົງເຂດແນວລາວສ້າງຊາດ; ຄໍາແນະນໍາຂອງທ່ານເຈົ້າແຂວງ ສະບັບເລກທີ 82/ຈຂ.ຊຍ ລົງວັນທີ 11 ກໍລະກົດ 2024 ກ່ຽວກັບການເຊື່ອຖືຮິດຄອງປະເພນີຂອງປະຊາຊົນບັນດາເຜົ່າຢູ່ແຂວງໄຊຍະບູລີ; ຄໍາແນະນໍາ ຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ສະບັບເລກທີ 033/ຄປຈ.ສນຊ ລົງວັນທີ 19 ເມສາ 2017 ວ່າດ້ວຍການຈັດຕັ້ງປະຕິບັດ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ.
ໃນໂອກາດສໍາຄັນນີ້, ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ໄດ້ສັງລວມຄໍາເຫັນ ແລະ ມີທິດຊີ້ນໍາ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານ ຂອງແນວລາວສ້າງຊາດ ໃນຕໍ່ໜ້າ ໃຫ້ປະກົດຜົນເປັນຈິງ, ສ້າງຄວາມສາມັກຄີເປັນເອກະພາບ ແລະ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນຮຸ່ງເຮືອງ.