ເມືອງຄອບ ຈັດພິທີວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ.

ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີ ສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ ຂຶ້ນໃນຕອນເຊົ້າວັນທີ 13 ກໍລະກົດ 2026 ນີ້, ຢູ່ທີ່ປາກນໍ້າພ້າວ ບ້ານຜາບ່ອງ.

ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດຜູ້ປະກອບການ ເຂົ້າຮ່ວມ.

ໃນພິທີ ທ່ານ ນວນສີ ແກ້ວວົງລັດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ປາທີ່ນໍາມາປ່ອຍໃນຄັ້ງນີ້ ລວມທັງໝົດ ມີ 80.000 ໂຕ ສ່ວນຫລາຍແມ່ນປາໄນ, ປາປາກ, ປາອິນເດຍ ແລະ ປາເພ້ຍ. ໂດຍໄດ້ແບ່ງອອກເປັນ 5 ຈຸດຄື: ຈຸດທີ 1 ຢູ່ປາກນໍ້າພ້າວ ບ້ານຜາບ່ອງ, ຈຸດທີ 2 ຝ່າຍບ້ານນໍ້າພ້າວ, ຈຸດທີ 3 ບ້ານຫ້ວຍນົກກົດ, ຈຸດທີ 4 ບ້ານໂພນສະຫວ່າງ ແລະ ຈຸດທີ 5 ບ້ານຫົວເມືອງ.

ຈຸດປະສົງກໍເພື່ອ ​ຍົກ​ສູງ​ນ້ຳ­ໃຈ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ເຮັດ​ໃຫ້​ໜ້າ­ທີ່​ວຽກ​ງານ​ນີ້​ກາຍ­ເປັນ​ຂອງ​ຄອບ­ຄົວ, ເຮັດ​ໃຫ້​ໃນ​ນ້ຳ​ມີ​ປາ ໃນ​ນາ​ມີ​ເຂົ້າ ຢູ່​ຄູ່​ຊາວ​ເມືອງ​ຄອບ ຕະ­ຫຼອດ​ໄປ. ພ້ອມ​ດຽວ​ກັນ​ນີ້, ​ຕ້ອງ​ເອົາ­ໃຈ­ໃສ່​ໃນ​ການ​ຄຸ້ມ​ຄອງ​ບໍ່​ໃຫ້​ຖືກ​ທຳ­ລາຍ, ເປັນ​ເຈົ້າ​ການ​ເຮັດ​ໃຫ້​ແຜນການ​ປ່ອຍ​ປາ, ອາ​ນຸ​ລັກ​ສັດ​ນ້ຳ ໃນ​ປີ​ນີ້ ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢ່າງ​ມີ​ໝາກ­ຜົນ ແລະ ບັນ​ລຸ​ໄ​ດ້​ຕາມ​ແຜນ­ການ​ທີ່​ວາງ​ໄວ້, ເຮັດ​ໃຫ້​ແມ່­ນ້ຳ, ​ລໍາ​ເຊ ເຕັມ​ໄປ​ດ້ວຍ​ສັດ​ນໍ້າ ນາໆ​ຊະ­ນິດ. ພ້ອມ​ນີ້​ ກໍເພື່ອເປັນການ ​ປຸກ​ຈິດ​ສຳ­ນຶກ​ໃຫ້​ປະ­ຊາຊົນ, ນ້ອງ​ນັກ­ຮຽນ ຮູ້​ປົກ​ປັກ​ຮັກ­ສາ​ສິ່ງ­ແວດ­ລ້ອມ ເປັນ­ຕົ້ນ​ແມ່ນ ​ບໍ່​ໃຫ້​ຖີ້ມ​ສິ່ງ​ເສດ​ເຫຼືອ​ແບບ​ຊະ­ຊາຍ, ການ​ປ່ອຍ​ນໍ້າ​ເໜົ່າ-​ເໝັນ ລົງ​ສູ່​ແມ່­ນ້ຳ ​ລໍາ​ເຊ ທີ່​ເປັນ​ບ່ອນ​ອາ­ໄສ​ຂອງ​ປາ ແລະ ສັດ​ນໍ້າ, ຊ່ວຍ​ກັນ​ຟື້ນ​ຟູ​ຄືນ​ຄວາມ​ອຸ­ດົມ­ສົມ­ບູນ​ຂອງ​ຊັບ­ພະ­ຍາກອນ​ທຳ​ມະ​ຊາດ ໃຫ້​ຢືນ​ຍົງ ແລະ ສືບ​ທອດ​ໄປ​ຮອດ​ເຊັ່ນ​ລູກ ເຊັ່ນ​ຫລານ​ຕໍ່ໆ​ໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa