

ພິທີ ປະກາດສ້າງຕັ້ງຕາແສງປາກຄອບ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 27 ເມສາ 2026 ນີ້, ຢູ່ທີ່ເດີ່ນກິລາໂຮງຮຽນປະຖົມສົມບູນຫາດງາມ. ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສົມນຶກ ສິງຄໍາ ກໍາມະການພັກແຂວງ ເລຂາພັກເມືອງ, ທ່ານ ໄລ ອິນທິບ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີທີມງານຂັ້ນແຂວງ, ການນໍາຂັ້ນເມືອງ, ພະນັກງານອາວຸໂສບໍານານ, ຄະນະກະກຽມສ້າງຕັ້ງຕາແສງ, ພະນັກງານ, ທະຫານ, ຕໍາຫຼວດ, ອົງການປົກຄອງບ້ານ ຕະຫຼອດຮອດປະຊາຊົນ ແລະ ກ້ອນກໍາລັງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ໄລ ອິນທິບ ປະທານຄະນະກໍາມະການປົກຄອງເມືອງຄອບ ໄດ້ລາຍງານການກະກຽມສ້າງຕັ້ງຕາແສງ ປາກຄອບຕໍ່ພິທີ ວ່າ: ຕາແສງ ປາກຄອບ ຕັ້ງຢູທາງທິດຕາເວັນຕົກສ່ຽງເໜືອຂອງເມືອງຄອບ ຫ່າງຈາກເທດສະບານເມືອງ 28 ກິໂລແມັດ, ທິດເໜືອ ຕິດກັບຂອບເຂດຊາຍແດນເມືອງປາກທາ ແຂວງບໍ່ແກ້ວ, ທິດໃຕ້ ຕິດກັບ ຕາແສງນໍ້າພ້າວ ເທດສະບານເມືອງຄອບ, ທາງທິດຕາເວັນອອກ ຕິດກັບ ຕາແສງປາກເປັດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ, ທິດຕາເວັນຕົກ ຕິດກັບ ຂອບເຂດ ຕາແສງມ່ວງມີໄຊ ເມືອງຄອບ. ຕາແສງ ປາກຄອບ ມີເນື້ອທີ່ທັງໝົດ 17.42 ກິໂລຕາແມັດ, ປະກອບມີ 7 ບ້ານຄື: ບ້ານ ປາກຄອບ, ບ້ານຄົກເມີຍ, ບ້ານຫາດງາມ, ບ້ານບໍ່, ບ້ານປາງໄຮ, ບ້ານປ່າຄາ ແລະ ຫ້ວຍເລົາ. ມີພົນລະເມືອງທັງໝົດ 5.538 ຄົນ, ຍິງ 2.760 ຄົນ, ເຜົ່າລາວ ກວມເອົາ 15,74 %, ກືມມຸ ກວມເອົາ 8,17%, ເຜົ່າຍວນ ກວມເອົາ 0,72 %, ເຜົ່າມົ້ງ ກວມເອົາ 18,90 %, ເຜົ່າລື້ ກວມເອົາ 56,44%, ຕາແສງ ປາກຄອບ ມີຄະນະອົງການປົກຄອງບ້ານ (ນາຍບ້ານ-ຮອງນາຍບ້ານ) 32 ທ່ານ, ຍິງ 1 ທ່ານ, ປະກອບມີ 5 ໜ່ວຍງານ ແລະ 15 ຂະແໜງການຊ່ວຍວຽກບ້ານ, ມີໜ່ວຍພັກ ທັງໝົດ 9 ໜ່ວຍ. ໃນນັ້ນ, ມີໜ່ວຍພັກບ້ານ 7 ໜ່ວຍ, ໜ່ວຍພັກໂຮງຮຽນ 2 ໜ່ວຍ, ມີສະມາຊິກພັກທັງໝົດ 123 ສະຫາຍ, ຍິງ 20 ສະຫາຍ. ຈາກນັ້ນ, ທ່ານ ບຸນຈັນ ເສດຈໍາປາ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງໄດ້ຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງປາກຄອບ, ມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຕາແສງຂື້ນກັບອົງຄະນະພັກຕາແສງປາກຄອບ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານ, ເລຂາ-ຮອງເລຂາ ຄະນະບໍລິຫານງານພັກຮາກຖານຕາແສງປາກຄອບ, ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງວ່າດ້ວຍການແຕ່ງຕັ້ງປະທານ ແລະ ຮອງປະທານຄະນະກໍາມະການປົກຄອງຕາແສງປາກຄອບ, ມະຕິຕົກລົງຂອງປະທານກວດກາພັກລັດເມືອງວ່າດ້ວຍການແຕ່ງຕັ້ງປະທານ-ຮອງປະທານກວດກາຄະນະພັກຮາກຖານຕາແສງປາກຄອບ ແລະ ມະຕິຕົກລົງຂອງຄະນະບໍລິຫານງານພັກເມືອງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຜູ້ກວດກາໜ່ວຍພັກຕາແສງປາກຄອບ.
ໃນພິທີ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ແລະ ຕອນທ້າຍ, ຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ເປີດປ້າຍຫ້ອງການຕາແສງປາກຄອບ ຢ່າງເປັນທາງການ ເພື່ອເປັນຂີດໝາຍແຫ່ງການເລີ່ມຕົ້ນປະຕິບັດງານຂອງຕາແສງແຫ່ງທຳອິດຂອງເມືອງຄອບ.