ເມືອງຊຽງຮ່ອນ ປະກາດສ້າງຕັ້ງຕາແສງສຸດທ້າຍຂອງເມືອງ

ພິທີປະກາດສ້າງຕັ້ງຕາແສງ ຊຽງລົມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 27 ມິຖຸນາ  2026 ນີ້ ຢູ່ທີ່ເດີ່ນກິລາຂອງເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ຄຳຜິວ ພັນທະວົງ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ, ປະ​ທານ​ແນວລາວສ້າງຊາດ ​ແຂວງ​ໄຊ​ຍະ​ບູ​ລີ ຜູ້ຊີ້ນຳເມືອງຊຽງຮ່ອນ, ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ກໍາມະການພັກແຂວງ, ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ, ທ່ານ ບຸນຈັນ ແກ້ວວິຊາ  ປະທານຄະນະກຳມະການປົກຄອງເມືອງຊຽງຮ່ອນ ມີຮອງປະທານຄະນະກຳມະການປົກຄອງເມືອງ, ທິມງານຂອງແຂວງ, ການນໍາຂັ້ນເມືອງ, ພະນັກງານ, ທະຫານ, ຕໍາຫຼວດ, ອົງການປົກຄອງບ້ານ ກ້ອນກໍາລັງປະຊາຊົນເຂດບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ບຸນຈັນ ແກ້ວວິຊາ ປະທານຄະນະກໍາມະການປົກຄອງເມືອງຊຽງຮ່ອນ ໄດ້ລາຍງານ​​ການ​ກະ​ກຽມ​ສ້າງ​ຕັ້ງ​ຕາ​ແສງ ຊຽງລົມ ຕໍ່ພິທີວ່າ: ເຂດທີ່ຈະສ້າງຕາແສງຊຽງລົມ ຕັ້ງຢູ່ບ້ານໃໝ່ໜອງຊາງ, ເຊິ່ງແມ່ນໃຈກາງຂອງເມືອງຊຽງຮ່ອນ, ທາງທິດເໜືອ ຕິດກັບບ້ານ ນໍ້າກອກ ແລະບ້ານລາວສະໂນ; ທາງທິດໃຕ້ ຕິດກັບອຳເພີທົ່ງຊ້າງຈັ່ງຫວັດນ່ານ ຣາຊາອານາຈັກໄທ; ທາງທິດຕາເວັນອອກ ຕິດກັບບ້ານດອນໄຊ ແລະ ທາງທິດຕາເວັນຕົກ ຕິດກັບບ້ານນ້ຳຄ່ອມ. ຕາແສງຊຽງລົມເປັນເຂດທົ່ງ­ພຽງທີ່ມີເນື້ອທີ່ກ້ວາງຂວາງ ເລາະລຽບຕາມແຄມແມ່ນໍ້າງື່ມ. ນ້ຳຄ່ອມ ແລະ ນ້ຳມ່າວ. ມີດິນປຸກຝັງທີ່ງົດງາມ-ອຸດົມສົມບູນເໝາະແກ່ເຮັດການກະສິກໍາ, ມີຄວາມສວຍສົດງົດງາມທາງດ້ານທໍາມະຊາດ, ມີສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ, ດ້ານປະຫວັດສາດ, ດ້ານວັດທະນະທໍາເຊັ່ນ: ຖ້ຳອຸຕຸມຄຳ ບ້ານຂິ່ງ, ພຣະທາດຊຽງລົມ ແລະ ຮອຍຕີນພຣະບາດ ຢູ່ວັດບ້ານລັບ ແລະ ມີເສັ້ນທາງຫຼວງແຫ່ງຊາດເລກ 2A ຜ່ານແຕ່ເມືອງເງິນ ອອກສູ່ເມືອງຄອບ. ຕາແສງຊຽງລົມ ມີເນື້ອທີ່ທັງໝົດ 157,13 ກິໂລຕາແມັດ, ປະກອບມີ 13 ບ້ານຄື: ບ້ານ ໃໝ່ໜອງຊາງ, ບ້ານຊ້າງ, ບ້ານແກ່ນ, ບ້ານດອນເຟືອງ, ບ້ານຂິ່ງ, ບ້ານຄ້້ຳ, ບ້ານປົ່ງ, ບ້ານກູກ, ບ້ານທາດ, ບ້ານດອນຕັນ, ບ້ານປ່າຫວ້ານ, ບ້ານດອນໄຈ ແລະ ບ້ານລັບ. ມີພົນລະເມືອງທັງໝົດ 12.779 ຄົນ, ຍິງ 6.349 ຄົນ,ມີ 2.793 ຄອບຄົວ, ມີພົນລະເມືອງແບ່ງຕາມເຜົ່າ: ເຜົ່າລາວ 661 ຄົນ, ຍິງ 287 ຄົນ, ກວມເອົາ 5.17 %, ເຜົ່າຍວນ 4.881 ຄົນ, ຍິງ 2.448 ຄົນ,ກວມເອົາ 38.19 %, ເຜົ່າລື້ 6.003 ຄົນ, ຍິງ 2.997 ຄົນ, ກວມເອົາ 46.97 %, ເຜົ່າມົ້ງ 514 ຄົນ, ຍິງ 262 ຄົນ, ກວມເອົາ 4.02%, ເຜົ່າກືມມຸ 687 ຄົນ,ຍິງ 339 ຄົນ, ກວມເອົາ 5.37%, ເຜົ່າໄປຣ່ 04 ຄົນ, ຍິງ 01 ຄົນ, ກວມເອົາ 0.03 %, ເຜົ່າໄທດໍາ 10 ຄົນ, ຍິງ 05 ຄົນ, ກວມເອົາ 0.07 %; ເຜົ່າພູນ້ອຍ 19 ຄົນ, ຍິງ 10 ຄົນ, ກວມເອົາ 0.14 %. ຄະນະກຳມະການປົກຄອງຕາແສງມີພະນັກງານທັງໝົດ 13 ທ່ານ: ປະທານຄະນະກໍາມະການປົກຄອງຕາແສງ1 ທ່ານ; ຮອງປະທານຄະນະກຳມະການປົກຄອງຕາແສງ 2 ທ່ານ; ຄະນະກຳມະການປົກຄອງຕາແສງ5  ທ່ານຄວບຕໍ່າແໜ່ງຫົວໜ້າໜ່ວຍງານ; ມີພະນັກງານຜູ້ຊ່ວຍວຽກ 5 ທ່ານ;  ປະຈຸບັນມີຕົວຈິງ 8 ທ່ານ, ຍິງ 1 ທ່ານ ແລະ ຕ້ອງການພະນັກງານຊ່ວຍວຽກອີກ 5 ທ່ານ. ມີໜ່ວຍພັກບ້ານ ແລະ ໜ່ວຍພັກສຳນັກງານອົງການອ້ອມຂ້າງເມືອງທັງໝົດ 41 ໜ່ວຍ, ໃນນີ້ ມີໜ່ວຍພັກບ້ານ 13 ໜ່ວຍ, ໜ່ວຍພັກສໍານັກງານອົງການ 27 ໜ່ວຍ ແລະ ໜ່ວຍພັກຕາແສງ 1 ໜ່ວຍ, ສະມາຊິກພັກສົມບູນ 639 ສະຫາຍ, ຍິງ 243 ສະຫາຍ ແລະ ສະມາຊິກພັກສໍາຮອງ 19 ສະຫາຍ, ຍິງ 9 ສະຫາຍ. ຈາກນັ້ນ ທ່ານ ຫຸມ ມະໄລຄຳ  ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງ​ຂອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ ສະບັບເລກທີ 2154/ຄປຂ ລົງວັນທີ 26 ທັນວາ 2025 ​ວ່າ​ດ້ວຍການສ້າງຕັ້ງຕາແສງ ຢູ່ເມືອງຊຽງຮ່ອນ. ຈາກນັ້ນທ່ານ ສົມບູນ ຂຽວພະນາ ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງຊຽງລົມ, ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຫ້ອງ​ການຕາແສງຊຽງລົມ, ​ຂໍ້ຕົກ​ລົງ​ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ປະທານ ແລະຮອງປະທານຄະນະກຳມະການປົກຄອງຕາແສງຊຽງລົມຄື: ຕົກລົງແຕ່ງຕັ້ງທ່ານ ອິ່ນ ບຸນຍາວົງ ເປັນປະທານຄະນະກຳມະການປົກຄອງຕາແສງ, ແຕ່ງຕັ້ງທ່ານ ກາສີ ປິ່ນແກ້ວ  ແລະ ທ່ານ ພັທ ທອງດໍາ ພິມກັນຍາ ເປັນຮອງປະທານຄະນະກຳມະການປົກຄອງຕາແສງຊຽງລົມ ພ້ອມທັງ ຜ່ານລາຍຊື່ບຸກຄະລາກອນທີ່ຈະມາປະຈຳຢູ່ຕາແສງຕື່ມຈຳນວນໜຶ່ງ. ໃນໂອກາດທີ່ທ່ານ ນາງ ຄຳຜິວ ພັນທະວົງ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ໄດ້ເຂົ້ຮ່ວມເປີດພິທີໃນຄັ້ງນີ້ ທ່ານຍັງໄດ້ມີຄໍາເຫັນໂອ້ລົມໂດຍໄດ້ກ່າວວ່າ: ຄະນະກໍາມະການປົກຄອງຕາແສງ ແລະ ອົງການປົກຄອງບ້ານຈະຕ້ອງໄດ້ຕັ້ງເຊື່ອມຊືມຜັນຂະຫຍາຍນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຕາແສງ ພ້ອມກັນນໍາພາຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້;  ຍົກສູງຄວາມຮັບຜິດຊອບຂອງຕົນໃນການຈັດຕັ້ງນໍາພາຢ່າງລວມສູນ, ເປັນເອກະພາບສອດຄ່ອງກັບນິຕິກໍາ ແລະ ກົດໝາຍ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ທັນກັບສະພາບການ; ເສີມຂະຫຍາຍສິດເປັນເຈົ້າ ແລະ ປະຊາທິປະໄຕຂອງປະຊາຊົນ, ເສດຖະກິດ ແລະ ວັດທະນະທໍາຕ້ອງໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາໃຫ້ດີຂື້ນ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຜັນຂະຫຍາຍວຽກງານ 3 ສ້າງກໍ່ຄືການແບ່ງຂັ້ນຄຸ້ມຄອງເພື່ອສ້າງຄວາມເຂັ້ມແຂງໃນລະບົບການບໍລິຫານລັດໃນໄລຍະໃໝ່, ສືບຕໍ່ເຮັດໜ້າທີ່ນໍາພາຮັບໃຊ້ການບໍລິການ ແລະ ເຕົ້າໂຮມຄວາມສາມັກຄີ ປະຊາຊົນ ບັນດາເຜົ່າພາຍໃນຕາແສງໃຫ້ມີຄວາມແໜ້ນແປ້ນ. ຕອນທ້າຍ ປະທານ ແລະ ຄະນະປະທານໄດ້ຮ່ວມກັນ ລັ່ນຄ້ອງ 9 ບາດ, ຕັດແຖບຜ້າ ແລະ ເປີດປ້າຍຫ້ອງການຕາແສງຊຽງລົມ ຢ່າງເປັນທາງການ ເພື່ອເປັນຂີດໝາຍແຫ່ງການເລີ່ມຕົ້ນປະຕິບັດວຽກງານຂອງຕາແສງດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa