ເມືອງບໍ່ແຕນປະກາດພະນັກງານການນຳຂອງເມືອງພັກການ-ຮັບອຸດນຸນບຳນານ

ໃນຕອນເຊົ້າຂອງວັນທີ່ 5 ສິງຫາ 5026ນີ້ ຄະນະບໍລິຫານງານພັກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດພະນັກງານການນຳຂອງເມືອງພັກການ-ຮັບອຸດໜຸນບຳນານຂຶ້ນຢູ່ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງທ່ານ ພອນສະຫວັນ ໄຊສົມພັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັງແຂວໄຊຍະບູລີ ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ ຫົວໜ້າ,ຮອງຫົວໜ້າຫອງການ ຫົວໜ້າໜ້າໜ່ວຍງານເຂົ້າຮ່ວມ ໃນພິທີດັ່ງກ່າວທ່ານ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວນ້າອົງການຕ້ານການສໍ້ລາດບັງຫຼວງຜູ້ຊີ້ນຳວຽກພັກ-ພະນັກງານ ໄດ້ຜ່ານມະຕິຕົກລົງຂອງຄະນະກຳມະການປົກຄອງແຂວງ ສະບັບເລກທີ 807/ຄປຂ ລົງວັນທີ 19 ມິຖຸນາ 2026 ວ່າດ້ວຍອານຸມັດໃຫະພະນັກງານລັດຖະກອນພັກການ-ຮັບອຸດໜຸນບຳນານ ຄະນະກຳມະການປົກຄອງແຂວງໄຊຍະບູລີ ຕົກລົງເຫັນດີໃຫ້ທ່ານນາງ ທອງສຸກ ສິງຄຳ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ອອກພັກການ-ຮັບອຸດໜຸນບຳນານນັບແຕວັນທີ 1 ກໍລະກົດ2026 ເປັນຕົ້ນໄປ ພາຍຫຼັງສຳເຫຼັດການຜ່ານຂໍ້ຕົກລົງກໍ່ໄດ້ມອບຂໍ້ຕົກລົງ ແລະ ເງິນນະໂຍບາຍພາກຕາ່ງໆໃຫ້ແກ່ທ່ານນາງ ທອງສຸກ ສິງຄຳ ໃນໂອກາດດັ່ງກ່າວໄດ້ຮັບຟັງການມີຄຳເຫັນໂອ້ລົມຂອງທ່ານ ພອນສະຫວັນ ໄຊສົມພັນ ຄະນະປະຈຳພັກແຂວງ ຫົວນ້າຄະນະຈັດຕັງແຂວງໄຊຍະບູລີ ຕື່ມອີກ.                                                   

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa