

ວັນທີ 14 ກໍລະກົດ 2026 ນີ້. ຄະນະບໍລິຫານງານພັກເມືອງບໍ່ແຕນແຂວງໄຊຍະບູລີໄດ້ຈັດກິດຈະກຳຍ່າງ ເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 6 ວັນປະຫວັດສາດ, ສໍາຄັນຂອງຊາດ-ຂອງພັກ, ແລະໄດ້ຈັດພິມີປາຖະກະຖາຂຶ້ນຢູ່ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ,ສະ ມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ, ພະນັກງານ-ລັດຖະກອນ, ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ຄະນະສະຫະພັນແມ່ຍິງຮາກຖານບ້ານເທດສະບານ ແລະ ຄະນະສະຫະພັນແມ່ຍິງໜ່ວຍອ້ອມຂ້າງເມືອງ ພ້ອມດ້ວຍສະມາຊີກແມ່ຍິງໃນທົ່ວເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ຄຳພັນ ພັນທະວົງ ຮອງເລຂາພັກເມືອງ ປະທານກວດກາພັກເມືອງປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້້ລາດບັງຫຼວງ ໄດ້ເປັນກຽດຂື້ນເລົ່າ ແລະ ຫວນຄືນ 6 ວັນປະຫວັດສາດ ສໍາຄັນຂອງຊາດ-ຂອງພັກ ຄື:
- ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ
- ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 71 ປີ,
- ວັນກໍາເນີດກິລາ-ກາຍຍະກໍາແຫ່ງຊາດລາວ ຄົບຮອບ 60 ປີ,
- ວັນປ້ອຍປາ ແລະ ສັດນ້ຳແຫ່ງຊາດລາວ ຄົບຮອບ 37 ປີ,
- ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມຄົບຮອບ 49 ປີ
ຈຸດປະສົງ ຂອງການປະຖະກະຖາ ເລົ່າຄືນມູນເຊື້ອໃນຄັ້ງນີ້: ກໍ່ເພື່ອແນໃສ່ເຮັດໃຫ້ພະນັກງານ, ທະຫານ-ຕໍາຫຼວດ, ຕະຫຼອດຮອດເອື້ອຍນ້ອງແມ່ຍິງ ແລະ ປະຊາຊົນລາວບັນດາເຜົ່າໄດ້ມີຄວາມຮັບຮູ້ເຂົ້າໃຈເນື້ອໃນ ວັນສໍາຄັນຂອງພັກ-ຂອງຊາດ, ທັງເປັນການສຶກສາອົບຮົມການເມືອງແນວຄິດ ສ້າງໃຫ້ພະນັກງານ ສະມາຊິກພັກ ມີຄວາມບຸກບືນຫ້າວຫັນ ມີນໍ້າໃຈຮັກຊາດ, ພ້ອມກັນປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ກ້າວຂື້ນ.ພາຍຫຼັງສຳເເຫຼັດການປາຖະກະຖາແລ້ວຈັດກິດຈະກຳປ້ອຍປາຢູ່ທີ່ອ່າງນ້ຳຮຳ ມີປາປານິນ,ປາໄນ,ປາສະພຽນ ແລະ ປາເກັດແລບປາທີ່ນຳມາປ້ອຍໃນຄັ້ງນີ້ມີທັງໝົດ20.000 ກ່ວາໂຕ.