ເມືອງປາກລາຍ ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ.

ໃນຕອນເຊົ້າວັນທີ 14 ກໍລະກົດ 2026 ນີ້, ທີ່ທ່າວັດບ້ານສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ປະຈໍາປີ 2026 ຂຶ້ນຢ່າງເປັນທາງການ, ເຂົ້າຮ່ວມໃນພິທີຄັ້ງນີ້ ມີທ່ານ ຄໍາຝັ້ນ ວົງສະຫວັນ ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກລາຍ; ມີບັນດາການນໍາຂອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະກໍາມະການປົກຄອງຕາແສງສຸວັນນະພູມ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມຢ່າງພ້ອມເພຍ.

ການຈັດພິທີໃນຄັ້ງນີ້, ແມ່ນເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ, ລວມທັງບັນດານິຕິກໍາທີ່ກ່ຽວຂ້ອງ, ແນໃສ່ເຮັດໃຫ້ຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນສັດນໍ້າ ໄດ້ຮັບການຄຸ້ມຄອງ, ຟື້ນຟູ ແລະ ເພີ່ມຄວາມອຸດົມສົມບູນ ໃຫ້ສາມາດນໍາໃຊ້ໄດ້ຢ່າງຍືນຍົງ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ. ສໍາລັບປີນີ້, ເມືອງປາກລາຍ ມີແຜນຈະປ່ອຍປາລົງສູ່ແຫຼ່ງນໍ້າທໍາມະຊາດໃຫ້ໄດ້ທັງໝົດ 4 ລ້ານກວ່າໂຕ. ສະເພາະໃນພິທີມື້ນີ້ ແມ່ນໄດ້ຮ່ວມກັນປ່ອຍປາຈໍານວນ 85 ພັນກວ່າໂຕ; ເຊິ່ງມີທັງປານິນ, ປາໄນ, ປາປາກ ແລະ ປາແກັດແລບ. ນອກຈາກນີ້, ທາງເມືອງຈະໄດ້ສືບຕໍ່ຈັດກິດຈະກໍາປ່ອຍປາ ຢູ່ຕາມບັນດາຕາແສງ, ເຂດບ້ານ ແລະ ຈຸດຕ່າງໆ ໃຫ້ບັນລຸຕາມຕົວເລກຄາດໝາຍທີ່ກໍານົດໄວ້.

ທັງນີ້, ກໍເພື່ອເປັນການເພີ່ມປະຊາກອນສັດນໍ້າ, ປູກຈິດສຳນຶກໃຫ້ທຸກພາກສ່ວນໃນສັງຄົມ ໄດ້ຮ່ວມກັນປົກປັກຮັກສາ, ອະນຸລັກຊີວະນາໆພັນ ແລະ ຮັກສາຄວາມສົມດຸນຂອງລະບົບນິເວດວິທະຍາ ໃຫ້ມີຄວາມຢືນຢົງຕະຫຼອດໄປ. ໃນຕອນທ້າຍພິທີ, ບັນດາທ່ານການນໍາ ແລະ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປ່ອຍນົກສັນຕິພາບ ແລະ ປ່ອຍປາຈໍານວນດັ່ງກ່າວ ລົງສູ່ແມ່ນໍ້າພູນ ຄືນສູ່ທໍາມະຊາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa