

ຕອນເຊົ້າຂອງວັນ27ສິງຫາ2026ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງປາກລາຍ, ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ເລົ່າຄືນມູນເຊື້ອປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງ 6 ວັນປະຫວັດສາດຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ,ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ,ວັນຍຶດອຳນາດທົ່ວປະເທດ ຄົບຮອບ 51 ປີ ແລະ ວັນຍຶດອໍານາດທົ່ວແຂວງໄຊຍະບູລີ ຄົບຮອບ 51 ປີ,ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 44 ປີ,ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດຄົບຮອບ 35 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ບຸນສົງ ລາດຊະວົງ ປະທານຄະນະກໍາມະການປົກຄອງເມືອງ ,ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ , ຫົວໜ້າ-ຮອງຫົວໜ້າຫ້ອງການ,ພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ ແລະ ພະນັກງານ-ລັດຖະກອນພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງເພື່ອໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງປາກລາຍ ໄດ້ເຊື່ອມຊຶມ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍໂຕຂອງອົງການຈັດຕັ້ງຕ່າງໆ, ມູນເຊື້ອປະຫວັດສາດຂອງຊາດ ແລະ ແຂວງໄຊຍະບູລີ, ພ້ອມທັງເປັນການເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມເຂົ້າໃນການຈັດຕັ້ງປະຕິບັດວຽກງານກໍ່ຄືພາລະກິດປົກປັກຮັກສາແລະສ້າງສາພັດທະນະປະເທດຊາດໃຫ້ມີຜົນສຳເລັດແລະມີຄວາມຈະເລີນກ້າວໜ້າ.