

ເມື່ອບໍ່ດົນມານີ້, ສູນບໍລິການຜ່ານປະຕູດຽວ ເມືອງປາກລາຍ, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ 2026 ພ້ອມທັງຜ່ານທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2026 ເພື່ອສືບຕໍ່ຍົກສູງປະສິດທິພາບ ການບໍລິການປະຊາຊົນ ແລະ ຜູ້ປະກອບການ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ທັນສະໄໝ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນສົງ ລາດຊະວົງ ປະທານຄະນະກຳມະການປົກຄອງເມືອງປາກລາຍ, ພ້ອມດ້ວຍຄະນະຮັບຜິດຊອບ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພະນັກງານ-ລັດຖະ ກອນຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ສູນບໍລິການຜ່ານປະຕູດຽວ ເມືອງປາກລາຍ ໄດ້ເລີ່ມເປີດດຳເນີນການ ມາແຕ່ເດືອນຕຸລາ ປີ 2023 ເປັນຕົ້ນມາ ໂດຍປະຕິບັດຕາມ ຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງໄຊຍະບູລີ ແລະ ຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງປາກລາຍ. ຜ່ານການປັບປຸງ ໂຄງຮ່າງການຈັດຕັ້ງ ໃຫ້ກະທັດຮັດ ໃນເດືອນກັນຍາ ປີ 2025 ຜ່ານມາ, ປັດຈຸບັນ ສູນດັ່ງກ່າວ ປະກອບມີ 4 ຂະແໜງການຫຼັກ ປະຈຳການ ຄື: ຫ້ອງການກະສິກຳ-ປ່າໄມ້ ແລະ ສິ່ງແວດລ້ອມເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຫ້ອງການ-ການເງິນເມືອງ ແລະ ຫ້ອງວ່າການເມືອງ, ໂດຍມີພະນັກງານ-ລັດຖະກອນ ປະຈຳການ ທັງໝົດ 5 ທ່ານ, ຮັບຜິດຊອບບໍລິການ 4 ໜ້າວຽກໃຫຍ່. ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ ສູນບໍລິການຜ່ານປະຕູດຽວ ເມືອງປາກລາຍ ສາມາດຕິດຕາມ ການເຄື່ອນຍ້າຍສົ່ງອອກສິນຄ້າ ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ທັງໝົດ 489 ຄັ້ງ, ພ້ອມທັງ ຈັດເກັບລາຍຮັບ ເຂົ້າງົບປະມານ ໄດ້ທັງໝົດ 3 ພັນ 8 ຮ້ອຍ 41 ລ້ານກວ່າກີບ (3,841,238,000 ກີບ). ໃນນັ້ນ, ປະກອບມີ: ລາຍຮັບອາກອນ ເຄື່ອນຍ້າຍສິນຄ້າ 3 ພັນ 6 ຮ້ອຍ 67 ລ້ານກວ່າກີບ, ລາຍຮັບຄ່າບໍລິການ 90 ລ້ານກວ່າກີບ, ລາຍຮັບຄ່າທຳນຽມ 30 ລ້ານກວ່າກີບ, ລາຍຮັບຈາກການ ຈົດທະບຽນຊັບສິນ 52 ລ້ານກວ່າກີບ, ລາຍຮັບຈາກການ ຂາຍສິດນຳໃຊ້ 2% ຈຳນວນ 71 ລ້ານກວ່າກີບ ແລະ ລາຍຮັບກອງທຶນກະສິກຳຍືນຍົງ (ແຂວງຄຸ້ມຄອງ) 3 ຮ້ອຍ 97 ລ້ານກວ່າກີບ.
ຄຽງຄູ່ກັນນີ້, ພະນັກງານ-ລັດຖະກອນ ປະຈຳສູນ ຍັງໄດ້ຮັບການຝຶກອົບຮົມ ດ້ານການບໍລິການ ຈາກຄະນະຈັດຕັ້ງແຂວງ 2 ຄັ້ງ ແລະ ໄດ້ຮັບການສະໜັບສະໜູນ ອຸປະກອນທັນສະໄໝ ເປັນຕົ້ນແມ່ນ ຄອມພິວເຕີ, ເຄື່ອງພິມ, ເຄື່ອງສະແກນ ແລະ ແທັບເລັດ ຈາກບໍລິສັດ EDC ເພື່ອຮັບໃຊ້ ເຂົ້າໃນການບໍລິການ ໃຫ້ມີຄວາມຄ່ອງໂຕ. ຢ່າງໃດກໍດີ, ກອງປະຊຸມ ຍັງໄດ້ຕີລາຄາ ດ້ານຄົງຄ້າງ ທີ່ຕ້ອງໄດ້ຮ່ວມກັນແກ້ໄຂ ເປັນຕົ້ນແມ່ນ: ການກວດກາເອກະສານ ຊຳຊ້ອນ ລະຫວ່າງ ຂະແໜງການ, ທັກສະການປະສານງານ ຂອງພະນັກງານ ບາງດ້ານ, ເຊິ່ງໃນທິດທາງ 6 ເດືອນທ້າຍປີ 2026, ທຸກຂະແໜງການ ຈະສຸມໃສ່ ປັບປຸງຂັ້ນຕອນ ການບໍລິການ ໃຫ້ສັ້ນເຂົ້າ, ນຳໃຊ້ລະບົບ ເຕັກໂນໂລຢີ ທັນສະໄໝ ແລະ ຍົກສູງ ຄວາມຮັບຜິດຊອບ ໃນການຈັດເກັບລາຍຮັບ ເຂົ້າງົບປະມານ ໃຫ້ໄດ້ຕາມຄາດໝາຍ ທີ່ວາງໄວ້.