

ໃນວັນທີ 27 ສິງຫາ 2026 ນີ້, ຫ້ອງການຍຸຕິທຳເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເປີດການຮຽນ-ການສອນກົດໝາຍ ຫຼັກສູດ 45 ວັນ ຊຸດທີ VIII ປີ 2026 ຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຂອງເມືອງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄໍາພັນ ຄໍາພູບົວ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາຄະນະຮັບຜິດຊອບ, ຄູ-ອາຈານ ແລະ ພະນັກງານຫຼັກແຫຼ່ງທີ່ເປັນນັກສຳມະນາກອນເຂົ້າຮ່ວມ.
ການເປີດຊຸດອົບຮົມຄັ້ງນີ້, ມີຈຸດປະສົງເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ໃນການສ້າງລັດປົກຄອງດ້ວຍກົດໝາຍ, ພ້ອມທັງເປັນການບຳລຸງສ້າງ ແລະ ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານກົດໝາຍ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທີ່ມາຈາກຫ້ອງການ, ກົມກອງ, ຕາແສງ ແລະ ຮາກຖານບ້ານ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ຮັບປະກັນຄຸນນະພາບ ເພື່ອເປັນບ່ອນອີງໃນການປະຕິບັດໜ້າວຽກງານຕົວຈິງ.ສຳລັບຊຸດຮຽນດັ່ງກ່າວ, ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 45 ຄົນ (ຍິງ 16 ຄົນ), ໂດຍຈະໄດ້ດຳເນີນການຮຽນ-ການສອນລວມທັງໝົດ 34 ວິຊາ (ເທົ່າກັບ 22,5 ໜ່ວຍກິດ ແລະ 360 ຊົ່ວໂມງ), ເຊິ່ງໄດ້ເລີ່ມຮຽນມາຕັ້ງແຕ່ວັນທີ 17 ສິງຫາ ແລະ ຄາດວ່າມີກຳນົດສັງລວມປິດການຮຽນ-ການສອນໃນວັນທີ 27 ຕຸລາ 2026.
ໃນພິທີດັ່ງກ່າວ, ທ່ານ ຄໍາພັນ ຄໍາພູບົວ ປະທານຄະນະກໍາມະການປົກຄອງເມືອງ ໄດ້ໃຫ້ກຽດ ໂອ້ລົມ ແລະ ໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ໂດຍເນັ້ນໜັກໃຫ້ນັກສຳມະນາກອນທຸກຄົນ ຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນຢ່າງຕັ້ງໜ້າ ເພື່ອແນໃສ່ກຳແໜ້ນເນື້ອໃນກົດໝາຍແຕ່ລະປະເພດ ໃຫ້ເລິກເຊິ່ງ ແລະ ສາມາດນຳເອົາຄວາມຮູ້ທີ່ໄດ້ຮ່ຳຮຽນ ໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຢູ່ຂັ້ນຮາກຖານຂອງຕົນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເປັນເສນາທິການທີ່ດີໃຫ້ແກ່ພັກ-ລັດ ແລະ ປະກອບສ່ວນເຂົ້າໃນການປົກປ້ອງ, ສ້າງສາພັດທະນາບ້ານເມືອງໃຫ້ມີຄວາມສະຫງົບສຸກ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.