ເມືອງຫົງສາ ຈັດພິທີ ປະກາດສ້າງຕັ້ງຕາແສງ ປຸ່ງຄໍາ, ເມືອງຫົງສາ, ແຂວງໄຊຍະບູລີ

ພິທີປະກາດສ້າງຕັ້ງຕາແສງປຸ່ງຄໍາ ເມືອງຫົງສາ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ຢູ່ທີ່ຫ້ອງປະຊຸມຂອງບ້ານນາປຸ່ງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ມີທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ທ່ານ ພົມມາ ພົມມະຫານ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນຳວຽກການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ, ມີທີມງານຂອງແຂວງ, ການນຳຂອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງຕາແສງ, ນາຍບ້ານ, ພະນັກງານຫຼັກແຫຼ່ງຂອງເມືອງ, ຄະນະບ້ານຕະຫຼອດຮອດປະຊາຊົນ 6 ບ້ານເຂດຕາແສງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ໄດ້ລາຍງານການສ້າງຕັ້ງຕາແສງປຸ່ງຄໍາ ວ່າ: ຕາແສງປຸ່ງ ແມ່ນຕາແສງໜຶ່ງທີ ຫ່າງຈາກເທດສະບານເມຶືອງ 10 ກິໂລແມັດ; ທາງທິດເໜືອ ຕິດກັບຕາແສງທ່າຊ່ວງ, ທາງທິດໃຕ້ ຕິດກັບເມືອງໄຊຍະບູລີ, ທາງທິດຕາເວັນອອກ ຕິດກັບເມືອງຈອມເພັດ, ແຂວງຫລວງພະບາງ, ທາງທິດຕາເວັນຕົກ ຕິດກັບຕາແສງຫົງສາວະດີ, ສະພາບພື້ນທີ່ໂດຍລວມ ຕາແສງປຸ່ງຄໍາ ມີທົງພຽງກວມເອົາ 10% ແລະ ເຂດພູດອຍ ກວມເອົາ 90%, ມີດິນປູກຝັງທີ່ອຸດົມສົມບູນ, ມີແມ່ນໍ້າໄຫຼຜ່ານເໝາະສົມແກ່ການປູກຝັງ ແລະ ລ້ຽງສັດ ເປັນສິນຄ້າ ປະຊາຊົນມີມູນເຊື້ອດຸໝັ່ນ ມີຮີດຄອງປະເພນີທີ່ເປັນເອກະລັກຂອງຊາວເມືອງຫົງສາ, ເປັນເຂດທີ່ມີຄວາມເໝາະສົມແກ່ການຄ້າຂາຍ, ເຮັດບໍລິການຮ້ານອາຫານ, ຮ້ານດິນດື່ມ ເພື່ອບໍລິການຮອງຮັບຜູ້ຄົນທີ່ໄປມາ ມີເສັ້ນທາງຫຼວງຜ່ານລະຫວ່າງຕາແສງປຸ່ງຄໍາ-ເມືອງໄຊຍະບູລີ ແລະ ຕາແສງປຸ່ງຄໍາ-ເມືອງຈອມເພັດ, ແຂວງຫລວງພະບາງ, ປະກອບມີ 6 ບ້ານຄື: ບ້ານນາປຸ່ງ, ບ້ານຫ້ວຍໃຍ, ບ້ານປາກຫ້ວຍຍາງ, ບ້ານໜອງຫລວງ, ບ້ານພູແລ້ງກາງ ແລະ ບ້ານຫ້ວຍຈ້ວງ, ມີ 106 ໜ່ວຍ, ມີ 1,275 ຄອບຄົວ, ມີພົນລະເມືອງ ທັງໝົດ 7,140 ຄົນ, ເປັນຍິງ 3,559 ຄົນ. ປະກອບມີ 5 ເຜົ່າ, ມີໜ່ວຍພັກທັງໝົດ 10 ໜ່ວຍ, ມີຄະນະພັກ 34 ສະຫາຍ, ຍິງ 7 ສະຫາຍ, ມີສະມາຊິກພັກທັງໝົດ 188 ສະຫາຍ, ຍິງ 48 ສະຫາຍ, ໃນນີ້: ສະມາຊິກພັກສົມບູນ 184 ສະຫາຍ, ຍິງ 48 ສະຫາຍ, ສໍາຮອງ 4 ສະຫາຍ, ຍິງ 0 ສະຫາຍ. ບຸກຄະລາກອນຕາແສງປະກອບມີປະທານ, ຮອງປະທານ, ຄະນະກຳມະການ ແລະ ພະນັກງານຊ່ວຍວຽກ ແມ່ນພະນັກງານ-ລັດຖະກອນ ຂັ້ນເມືອງ ຈໍານວນ 8 ທ່ານ, ຍິງ 1 ທ່ານ. ໃນນີ້, ມາຈາກຂົງເຂດລັດບໍລິຫານ 6 ທ່ານ, ຍິງ 3 ທ່ານ, ມາຈາກ ປສຊ 1 ທ່ານ, ມາຈາກ ປກສ 1 ທ່ານ, ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງຂອງເມືອງຫົງສາ, ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການອະນຸມັດສ້າງຕັ້ງອົງຄະນະພັກຮາກຖານ ຕາແສງປຸ່ງຄໍາ, ມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກຮາກຖານ ຕາແສງປຸ່ງຄໍາ ຄະນະປະຈໍາພັກເມືອງຫົງສາ ຕົກລົງບົ່ງຕົວແຕ່ຕັ້ງ ສະຫາຍ ໄກສອນ ນາລີອອມ ເປັນກໍາມະການຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ຄໍາຈັນ ແກ່ນມະນີ ເປັນກໍາມະການຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ພັທ ບຸນເຖິງ ແກ້ວມໍລະກົດ ເປັນກໍາມະການຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ຈານສອນ ທອງທາລີ ເປັນກໍາມະການຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ບຸນຈັນ ແກ້ວປະເສີດ ເປັນກໍາມະການຄະນະບໍລິຫານງານພັກຮາກຖານຕາແສງ;     ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ຄະນະບໍລິຫານງານພັກຮາກຖານຕາແສງປຸ່ງຄໍາ, ຄະນະປະຈໍາພັກເມືອງຫົງສາ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ໄກສອນ ນາລີອອມ ເປັນເລຂາຄະນະບໍລິຫານງານພັກຕາແສງ, ສະຫາຍ ຄໍາຈັນ ແກ່ນມະນີ ເປັນຮອງເລຂາຄະນະບໍລິຫານງານພັກຕາແສງ; ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການອະນຸມັດສ້າງຕັ້ງໜ່ວຍພັກຮາກຖານຕາແສງປຸ່ງຄໍາ ທີ່ຂຶ້ນກັບອົງຄະນະພັກຮາກຖານຕາແສງປຸ່ງຄໍາ,   ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາໜ່ວຍພັກຮາກຖານ ຕາແສງປຸ່ງຄໍາ ຄະນະປະຈໍາພັກເມືອງຫົງສາຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ຄໍາຈັນ ແກ່ນມະນີ ເປັນເລຂາໜ່ວຍພັກ, ສະຫາຍ ພັທ ບຸນເຖິງ ແກ້ວມໍລະກົດ ເປັນຮອງເລຂາໜ່ວຍພັກ, ມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປະທານ, ຮອງປະທານກວດກາພັກ ຕາແສງປຸ່ງຄໍາ ຄະນະກວດກາພັກເມືອງຫົງສາຕົກລົງເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ຄໍາຈັນ ແກ່ນມະນີ ເປັນປະທານກວດກາພັກ, ສະຫາຍ ຈານສອນ ທອງທາລີ ເປັນຮອງປະທານກວດກາພັກ ແລະ ສະຫາຍ ບຸນຈັນ ແກ້ວປະເສີດ ເປັນຮອງປະທານກວດກາພັກ, ມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຜູ້ເຮັດວຽກງານກວດກາໜ່ວຍພັກ ຕາແສງປຸ່ງຄໍາ ຄະນະກວດກາພັກເມືອງຫົງສາຕົກລົງ ເຫັນດີບົ່່ງຕົວແຕ່ງຕັ້ງ ສະຫາຍ ພັທ ພັທ ບຸນເຖິງ ແກ້ວມໍລະກົດ ເປັນຜູ້ເຮດວຽກກວດກາໜ່ວຍພັກຕາແສງປຸ່ງຄໍາ, ຂໍ້ຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານຄະນະກຳມະການປົກຄອງຕາແສງປຸ່ງຄໍາ ປະທານຄະນະກຳມະການປົກຄອງເມືອງຫົງສາ ຕົກລົງ ເຫັນດີແຕ່ງຕັ້ງ ທ່ານ ໄກສອນ ນາລີອອມ ເປັນປະທານຄະນະກຳມະການປົກຄອງຕາແສງປຸ່ງຄໍາ, ທ່ານ ຄໍາຈັນ ແກ່ນມະນີ ແລະ ທ່ານ ພັທ ບຸນເຖິງ ແກ້ວມໍລະກົດ ເປັນຮອງປະທານຄະນະກຳມະການປົກຄອງຕາແສງ.

ໃນຕອນທ້າຍພິທີ, ຄະນະປະທານພ້ອມດ້ວຍແຂກ ໄດ້ຮ່ວມລັ່ນຄ້ອງ 9 ບາດ ກັນຕັດແຖບຜ້າເປີດປ້າຍສຳນັກງານຄະນະກໍາມະການປົກຄອງຕາແສງປຸ່ງຄໍາ ເມືອງຫົງສາ ແຂວງໄຊຍະບູລີ ຢ່າງເປັນທາງການ ເພື່ອເປັນສິລິມຸງຄຸນ ເນື່ອງໃນໂອກາດການປະກາດສ້າງຕັ້ງຕາແສງຄັ້ງນີ້ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa