

ໃນລະຫວ່າງ ວັນທີ 20-21 ສິງຫາ 2026 ນີ້ ເມືອງຫົງສາ ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງຫົງສາ ແຂວງໄຊຍະບູລີ ຄັ້ງທີ 6 ສະໄໝທີ IX ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍເປັນປະທານຂອງ ສະຫາຍ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ, ຜູ້ຊີ້ນຳອົງການປົກຄອງເມືອງຫົງສາ, ມີບັນດາສະຫາຍ ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະຕາແສງ, ເລຂານະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ-ອົງການ, ກົມກອງ ແລະ ເລຂາໜ່ວຍພັກບ້ານ, ແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ສະຫາຍ ພົມມາ ພົມມະຫານ ຮອງເລຂາພັກເມືອງ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ໂຄງການດໍາເນີນງານຂອງຄະນະບໍລິຫານງານພັກເມືອງໄລຍະທີ 1 ( 2025-2026 ) ແລະ ທິດທາງແຜນການໄລຍະທີ 2 ( 2027-2028 ), ເຊິ່ງໄດ້ຍົກໃຫ້ເຫັນສະພາບດ້ານດີ ທີ່ຜົ້ນເດັ່ນ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານຢູ່ໃນແຕ່ລະຂົງເຂດວຽກງານພາຍໃນເມືອງ ໄລຍະຜ່ານມາ ໂດຍມີໂຄງການລົງທຶນທັງໝົດ 22 ໂຄງການ, ທ່ຽບໃສ່ຄາດໝາຍ ເທົ່າກັບ 88%, ລວມມູນຄ່າການລົງທຶນທັງໝົດ 76,62 ຕື້ກີບ, ອົງຄະນະພັກເມືອງ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໂດຍໄດ້ໝູນໃຊ້ທ່າແຮງບົ່ມຊ້ອນ ເຂົ້າໃນການພັດທະນາເສດຖະກິດຢ່າງຕັ້ງໜ້າ ເພຶ່ອຮັກສາການເຕີບໂຕຂອງເສດຖະກິດມະຫາພາກ ໂດຍສະເລ່ຍ 6,6% ຕໍ່ປີ ລວມຍອດລາຍໄດ້ຜົນຜະລິດທັງໝົດ 965,38 ຕື້ກີບ ລາຍໄດ້ສະເລ່ຍຕໍ່ຫົວຄົນໜຶ່ງ 29,25 ລ້ານກີບ/ຄົນ/ປີ ທຽບໃສ່ຄາດໝາຍ ປະຕິບັດ 99,68%; ການຈັດເກັບລາບຮັບງົບປະມານໄດ້ຫັນໄປສູ່ລະບົບທັນສະໄໝ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 23,96 ຕື້ກີບ, ທຽບໃສ່ຄາດໝາຍ ປະຕິບັດໄດ້ 86,65% ໃນນີ້, ຮັບຈາກສ່ວຍສາອາກອນ 23,70 ຕື້ກີບ, ຮັບຈາກຄຸ້ມຄອງຊັບສິນແຫ່ງລັດ 188,29 ລ້ານກີບ, ສົມທົບກັບຂະແໜງການທີ່ກ່ຽວຂ້ອງປັບປຸງຖານລາຍຮັບໃຫ້ລະອຽດຊັດເຈນ ແລະ ຢືນຍົງພ້ອມທັງປະຕິບັດແຜນລາຍຮັບໃຫ້ເພີ່ມຂຶ້ນໃນແຕ່ລະປີ, ປະຈຸບັນມີຖານລາຍຮັບທັງໝົດ 17.293 ຫົວໜ່ວຍ, ເປັນເງິນ 7,85 ຕື້ກີບຕໍ່ປີ, ທຽໃສ່ປີ 2024 ຢຸດເຊົາບໍ່ເຄື່ອນໄຫວຕໍ່ 1 ຫົວໜ່ວຍ, ມີຫົວໜ່ວຍເກີດຂຶ້ນໃໝ່ 101 ຫົວໜ່ວຍ, ຂະຫຍາຍຖານລາຍຮັບເພີ່ມຂຶ້ນ 240,03 ລ້ານກີບຕໍ່ປີ, ສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນຖືເອົາການສຸຂະສຶກສາອະນາໄມ, ການປ້ອງກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ; ສຸມໃສ່ຈັດຕັ້ງປະຕິບັດ 2 ຕົວຊີ້ບອກ ທີ່ຍັງບໍ່ບັນລຸ, ສັກວັກຊິນກັນພະຍາດ ໃຫ້ໄດ້ 97,5%, ຕິດຕາມຊຸກຍູ້ ໃຫ້ຮັກສານາມມະຍົດບ້ານສາທາລະນະສຸກແບບຢ່າງໃຫ້ໄດ້ 100% ແລະ ປັບປຸງໃຫ້ມີຄຸນນະພາບດີຂື້ນເທື່ອລະກ້າວ, ສຸມໃສ່ພັດທະນາບ້ານຄົກແອກດ້ານຕ່າງໆສ້າງເງື່ອນໄຂໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ສືບຕໍ່ ລຶບລ້າງບ້ານທຸກຍາກ ຕາມດໍາລັດ 348/ລບ ໃຫ້ໄດ້ 1 ບ້ານ, ລຶບລ້າງຄອບຄົວທຸກຍາກໃຫ້ໄດ້ 168 ຄອບຄົວຂື້ນໄປ, ສ້າງຄອບຄົວພັດທະນາໃຫ້ໄດ້ 365 ຄອບຄົວ; ສ້າງບ້ານພັດທະນາໃຫ້ໄດ້ 5 ບ້ານ; ສ້າງບ້ານເປັນຫົວໜ່ວຍ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ 5 ບ້ານຄື: ບ້ານ ຫ້ວຍຈ້ວງ, ບ້ານບ້ານໜອງຫຼວງ, ບ້ານກິ່ວສາລາ, ບ້ານກິ່ວມ່ວງ ແລະ ບ້ານຫ້ວຍໄລ່; ສ້າງຕັ້ງຕາແສງຈໍານວນ 5 ຕາແສງຄື: ຕາແສງຄົກແອກ, ຕາແສງປຸ່ງຄໍາ, ຕາແສງເມືອງຫານ, ຕາແສງທ່າຊ່ວງ, ຕາແສງຫົງສາວະດີ.
ສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການນໍາພາຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ໃນ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ເຊິ່ງໄດ້ສະແດງໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງເຊັ່ນ: ຕີລາຄາດ້ານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ວຽກງານໃນລະບົບການເມືອງປະຊາທິປະໄຕປະຊາຊົນ, ວຽກງານຍຸຕິທໍາ ແລະ ສະພາປະຊາຊົນແຂວງ ຢ່າງລະອຽດຈະແຈ້ງ-ຄົບຖ້ວນ ແລະ ພາວະວິໄສ.
ຈາກນັ້ນ ສະຫາຍ ອ່ອນຈັນ ບຸນຍາວົງ ກໍາມະການປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານເສດຖະກິດ ກໍ່ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ການຈັດເກັບລາຍຮັບ-ລາຍຈ່າຍງົບປະມາ. ຈາກນັ້ນ ປະທານກອງປະຊຸມ ກໍ່ໄດ້ມີຄໍາຄິດຄໍາເຫັນເຈາະຈີ້ມ ຕໍ່ບົດຕ່າງຂອງແຕ່ລະຂະແໜງການ, ໃຫ້ຕິດພັນກັບການຊີ້ນຳ-ນຳພາ ແລະ ວຽກງານວິຊາສະເພາະທຸກໆຂະແໜງການທີ່ໄດ້ຈັດຕັ້ງປະຕິບັດມາມີດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະມີວິທີແກ້ໄຂໃນຕໍ່ໜ້າມີຄືແນວໃດ ?.
ຫຼັງຈາກ ກອງປະຊຸມ ກໍ່ໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ແທນກອງປະຊຸມຂະແໜງການຕ່າງໆອ້ອມຂ້າງເມືອງຢ່າງກົງໄປກົງມາ ຕໍ່ກັບດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ເພື່ອຕີລາຄາຄືນຜົນງານ ແລະ ຜົນສຳເລັດທີ່ຍາດມາໄດ້ຂອງແຕ່ລະຂະແໜງການ ພາຍໃຕ້ການຊີ້ນຳ – ນໍາພາວຽກງານຮອບດ້ານຂອງອົງຄະນະພັກເມືອງ, ປະທານກອງປະຊຸມກໍ່ໄດ້ສະຫຼຸບສັງລວມເນື້ອໃນຄໍາຄິດຄໍາເຫັນຂອງຜູ້ແທນທີ່ໄດ້ປະກອບຄໍາເຫັນ ແລະ ມີທິດຊີ້ນຳບາງວຽກງານໄປພ້ອມໆກັນ.
ໃນຕອນທ້າຍ ໄດ້ຮັບຟັງການມີຄໍາຄິດຄໍາເຫັນ-ໂອ້ລົມໃຫ້ທິດຊີ້ນໍາວຽກງານຮອບດ້ານ ຕາມ 5 ຫຼັກການ 3 ທິດນໍາຂອງພັກ, ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ຊີ້ນໍາຕາມແຜນດໍາເນີນງານຂອງຄະນະບໍລິຫານງານພັກເມືອງໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ຈາກສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ ຕື່ມອີກ, ເຊິ່ງກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງຫົງສາ ຄັ້ງທີ 6 ສະໄໝທີ IX ແມ່ນໄດ້ດໍາເນີນໄປເປັນເວລາ 1 ວັນເຄິ່ງ ຈິ່ງປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.