ເມືອງເງິນ ຈັດພິທີປະກາດການຈັດຕັ້ງ ຍົກຍ້າຍພະນັກງານຫຼັກແຫຼ່ງ.

ວັນທີ 11 ມີນາ 2024 ນີ້. ຢູ່ທີ່ສະໂມສອນເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງ ຍົກຍ້າຍພະນັກງານຫຼັກແຫຼ່ງ. ໂດຍການເຂົ້າຮ່ວມເປັນກຽດ ມີສະຫາຍ ອາເມ ຊົງເຢ້ຍເລັ່ງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາອົງຄະນະພັກເມືອງເງິນ, ມີສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ-ເຈົ້າເມືອງໆເງິນ, ມີບັນດາຄະນະປະຈໍາພັກເມືອງ, ກໍາມການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ທິມງານຂອງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສໍານັກງານ-ອົງການ, ກົມກອງ, ດ່ານສາກົນນໍ້າເງິນ, ພາສີ, ຕມ, ໂຮງຮຽນ-ໂຮງໜໍ, ກອງຮ້ອຍ 152 ແລະ ທ່ານນາຍບ້າເທດສະບານເມືອງເຂົ້າຮ່ວມ.

ໃນພິທີ ສະຫາຍ ສົມສະຫງວນ ພິລາບຸດ ຫົວໜ້າຂະແໜງ ພະນັກງານ ຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ ເລກທີ 443/ ຈຂ, ຊຍ ລົງວັນທີ 4ມີນາ 2024 ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີໃໝ່ , ອີງຕາມກົດໜາຍປົກຄອງທ້ອງຖິ່ນ(ສະບັບປັບປຸງ) ສະບັບເລກທີ 68/ສພຊ, ລົງວັນທີ 14 ທັັນວາ 2015 ພາກທີ III ໜວດທີ 4 ມາດຕາ 20 ວ່າດ້ວຍສິດ ໜ້າທີ່ຂອງທ່ານເຈົ້າແຂວງ ເຈົ້າຄອງນະຄອນ,ອີງຕາມກົດໜາຍ ວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015, ມາດຕາ 1 ຍົກຍ້າຍ ທ່ານ ສີທະນົນໄຊ ທອງເທພາ ຮອງເລຂາພັກເມືອງ ປະທານຄະນະກວດກາພັກເມືອງ ໄປຮັບໜ້າທີ່ໃໜ່ຢູ່ຫ້ອງວ່າການແຂວງໄຊຍະບູລີີ ແລະ ແຕ່ງຕັ້ງເປັນຮອງຫົວໜ້າຫ້ອງວ່າການແຂວງ

ຕອນທ້າຍ ສະຫາຍ ອາເມ ຊົງເຢ້ຍເລັ່ງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນໂອລົມ ຕໍ່ການຍົກຍ້າຍ ຊັັບຊ້ອນ ພະນັກງານ ໄປຮັບໜ້າທີ່ໃໜ່ໃນຄັ້ງນີ້, ເຊິ່ງກ່ອນອື່ນ ສະຫາຍ ໄດ້ຮຽກຮ້ອງຜູ້ທີ່ໄດ້ຮັບການຍົກຍ້າຍ ຊັບຊ້ອນ ບ່ອນປະຈໍາການ ຕ້ອງໄດ້ສຶບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນ ພາຍນອກໃຫ້ແໜ້ນແຟ້ນ ມີຄວາມບຸກຫ້າວຫັນ, ໃນການຊອກຮູ້ຮ່ຳຮຽນ ຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໜາຍ ໃຫ້ມີຜົນສໍາເລັດ ແລະ ຍິ່ງໃຫຍ່ກວ່າເກົ່າ.

ໂດຍ: ສຸລິຍາ ແສງເດືອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa