ເມືອງເງິນ ຈັດພິທີປ່ອຍປາຄືນສູ່ທໍາມະຊາດ ໃຫ້ໄດ້ 6 ແສນກ່ວາໂຕ

ວັນທີ 13 ກໍລະກົດ 2026 ນີ້, ຢູ່ທີ່ອ່າງເກັບນໍ້າຫ້ວຍນານ້ອຍ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ 13 ກໍລະກົດ  ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຈໍາເຂດເລືອກຕັ້ງເມືອງເງິນ, ມີທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍທິມງານ, ມີສະພາປະຊາຊົນແຂວງ ປະຈໍາເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້-ຮອງຫົວໜ້າຫ້ອງການ, ດ່ານສາກົນນໍ້າເງິນ, ລັດວິສາຫະກິດ, ປະທານບ້ານ, ກຸ່ມຜູ້ນໍາໃຊ້ນໍ້າ, ນັກທຸລະກິດຜູ້ປະກອບການ   ແລະ ປະຊາຊົນພາຍໃນບ້ານຫຼວງມີໄຊເຂົ້າຮ່ວມ.

ພິທີ ທ່ານ  ອິນເນດ ຂຽວສີຟ້າ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງ ເມືອງເງິນ ໄດ້ກ່າວຈຸດປະສົງ ຂອງການຈັດກິດຈະກຳສະເຫຼີມສະຫຼອງວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດໃນຄັ້ງນີ້: ຈາກນັ້ນ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ  ຫົວໜ້ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍເມືອງ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໄດ້ພັດປ່ຽນກັນຂື້ນມີຄໍາເຫັນ ແລະ ກ່າວເປີດ ພິທີສະເຫຼີມສະຫຼອງວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ: 13 ກໍລະກົດ ນີ້ກໍ່ເພື່ອເປັນການປະຕິບັດເນື້ອໃນຈິດໃຈຂອງກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ກ່ຽວກັບການເຄື່ອນໄຫວສ້າງຂະບວນການປົກປັກຮັກສາສັດນໍ້າ-ສັດປ່າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ ທີ່ໄດ້ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ເພື່ອເປັນການປຸກຈິດສໍານຶກໃຫ້ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີການປົກປັກຮັກສາແນວພັນສັດນໍ້າ-ສັດປ່າ ແລະ ເປັນການກະຕຸກຊຸກຍູ້ໃຫ້ແກ່ການຜະລິດແນວພັນສັດນໍ້າ ການລ້ຽງສັດນໍ້າ ຂອງຊາວກະສິກອນ ແລະ ຜູ້ປະກອບການທີ່ກ່ຽວຂ້ອງໃຫ້ບັນລຸຕາມຈຸດປະສົງເປົ້າໝາຍ ໂດຍອີງໃສ່ສະພາບແວດລ້ອມ ທ່າແຮງທີ່ອຸດົມສົມບູນຂອງເມືອງ ເພື່ອແນໃສ່ເຮັດໃຫ້ປະຊາກອນສັດນໍ້າ ແລະ ສັດປ່າ ແຜ່ພັນເພີ່ມຂື້ນໃນແຕ່ລະປີ, ສາມາດຕອບສະໜອງຄວາມອຸດົມສົມບູນຄືນໃຫ້ກັບທຳມະຊາດ ແລະ ຈຳກັດການລ່າສັດແບບດັບສູນ. ສໍາລັບປີ 2026 ນີ້, ວຽກງານປ່ອຍປາ ແລະ ຜະລິດພັນສັດນໍ້າ ເມືອງເງິນຈະໄດ້ສູ້ຊົນປ່ອຍປາຄືນສູ່ທໍາມະຊາດໃຫ້ໄດ້ 650,000 ກວ່າໂຕ

ປາທີ່ນໍາມາປ່ອຍໃນປີນີ້: ມີປານິນ 125.000 ໂຕ, ປາໄນ 135.000 ໂຕ, ປາປາກ 125.000 ໂຕ, ປາແກັດແລບ 130.000 ໂຕ ແລະ ປາອືນໆ 135.000 ໂຕ ແລະ ປ່ອຍໃນມື້ວັນທີ 13 ກໍລະກົດ ຈໍານວນ 32.000 ໂຕ, ປ່ອຍລົງອ່າງເກັບນໍ້າຫ້ວຍນານ້ອຍບ້ານຫຼວງມີໄຊ ຈໍນວນ 22.000 ໂຕ, ປ່ອຍລົງອ່າງເກັບນໍ້າຫ້ວຍຕົ້ນໜຸ່ນ ຈໍານວນ 5.000ໂຕ, ປ່ອຍລົງອ່າງເກັບນໍ້າຫ້ວຍເພຍງາມ ຈໍານວນ 5,000 ໂຕ, ນອກນັ້ນ ປະຊາຊົນໄດ້ປ່ອຍມາກ່ອນແລ້ວ 360.000 ໂຕ, ແລະ ຈະໄດ້ຊຸກຍູ້ພະນັກງານ, ປະຊາຊົນ ປ່ອຍປາຫຼັງວັນທີ 13 ກໍລະກົດ 2026 ໃຫ້ໄດ້ຕື່ມ 258.000 ໂຕ, ເປັນຕົ້ນຈະໄດ້ປ່ອຍລົງສູ່ວັງສະຫງວນຂອງບ້ານ, ຂອງກົມກອງ ແລະ ຫ້ອງການ. ສໍາລັບລູກປາທີ່ນຳມາປ່ອຍໃນຄັ້ງນີ້: ແມ່ນໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ໄຟຟ້າຫົງສາ ຈຳກັດ ແລະ ການລະດົມຈາກສຳນັກງານ, ຫ້ອງການ, ກົມກອງ, ນັກທຸລະກິດຜູ້ປະກອບການ ແລະ  ບ້ານຈໍານວນໜຶ່ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa