ເມືອງແກ່ນທ້າວ ຈັດກອງປະຊຸມ ຄະນະຮັບຜິດຊອບຄຸ້ມຄອງການປຸກສ້າງ, ຂຸດດິນ-ຖົມດິນ ແລະ ການດໍາເນີນກິດຈະການໃນຂອບເຂດທາງຫຼວງ

ໃນວັນທີ 6 ສິງຫາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບຄຸ້ມຄອງການປຸກສ້າງ, ຂຸດດິນ-ຖົມດິນ ແລະ ການດໍາເນີນກິດຈະການຢູ່ຂອບເຂດທາງຫຼວງພາຍໃນເມືອງ. ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ມີທ່ານ ສົມບູນ ແກ້ວບົວ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ບັນດາຮອງຫົວໜ້າຫ້ອງການ, ຮອງປະທານຄະນະກໍາມະການປົກຄອງຕາແສງ, ຕົວແທນຈາກພາກສ່ວນບໍລິສັດ-ຜູ້ປະກອບການ, ອົງການປົກຄອງບ້ານ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກຄອງເມືອງ ສະບັບເລກທີ 451/ຄປມ, ລົງວັນທີ 30 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງການປຸກສ້າງ, ຂຸດດິນ-ຖົມດິນ ແລະ ຄຸ້ມຄອງການດໍາເນີນກິດຈະການຢູ່ຂອບເຂດທາງຫຼວງ. ຈາກນັ້ນ, ທ່ານ ສົມບູນ ແກ້ວບົວ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການປຸກສ້າງ, ຂຸດດິນ-ຖົມດິນ ແລະ ການດໍາເນີນກິດຈະການຕ່າງໆ ຢູ່ຂອບເຂດທາງຫຼວງພາຍໃນເມືອງໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນສະພາບລວມ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງໄຊຍະບູລີ ສະບັບເລກທີ 76/ຄປຂ, ລົງວັນທີ 30 ເມສາ 2026 ກ່ຽວກັບການປົກປັກຮັກສາ, ຄຸ້ມຄອງ ແລະ ການປະຕິບັດຕໍ່ຜູ້ລະເມີດກົດໝາຍວ່າດ້ວຍທາງຫຼວງ ຕາມເສັ້ນທາງພາຍໃນແຂວງ ແລະ ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບການຄຸ້ມຄອງການປຸກສ້າງ, ຂຸດດິນ-ຖົມດິນ ແລະ ການດໍາເນີນກິດຈະການຢູ່ຂອບເຂດທາງຫຼວງພາຍໃນເມືອງ.

ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ຮ່າງຂໍ້ຕົກລົງ ແລະ ການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອໃຫ້ເນື້ອໃນຂອງລະບຽບການມີຄວາມຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສົມສີ ຊາວພິລາ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາ ເພື່ອໃຫ້ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປຸກສ້າງ, ຂຸດດິນ-ຖົມດິນ ແລະ ການດໍາເນີນກິດຈະການຕ່າງໆ ໃນຂອບເຂດທາງຫຼວງໃຫ້ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ຕົວເມືອງ ມີຄວາມສະອາດສວຍງາມ, ເສັ້ນທາງມີຄວາມຄົງທົນ-ປອດໄພ ແລະ ປະຕິບັດຢ່າງຖືກຕ້ອງຕາມລະບຽບກົດໝາຍ ທີ່ໄດ້ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa