ເມືອງຄອບ ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 12 ສະໄໝທີ V

ເມືອງຄອບ ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 12 ສະໄໝທີ V
——————————————–
ໃນຕອນເຊົ້າວັນທີ 2 ພຶດສະພາ 2024 ນີ້ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 12 ສະໄໝທີ 5 ຂື້ນ ຢູ່ທີ່ສະໂມສອນຂອງເມືອງ.
ໂດຍການເປັນປະທານຂອງສະຫາຍ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຄອບ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພົຈວ ຄໍາແພງ ເພັດ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ອົງການ, ກົມກອງ ແລະ ເລຂາພັກບ້ານພາຍໃນເມືອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຄອບ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນໃນກອງປະຊຸມກໍ່ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດການນໍາພາ-ຊີ້ນໍາວຽກງານຮອບດ້ານ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 9 ເດືອນທ້າຍປີ 2024 ໃນຕະຫລອດໄລຍະ 3 ເດືອນທີ່ຜ່ານມາເມືອງຄອບໄດ້ຮັບຜົນກະທົບທາງດ້ານເສດຖະກິດ-ການເງິນ, ການເໜັງຕີງຂອງເງິນຕາ, ລາຄາສິນຄ້າເພີ້ມຂື້ນ ໄພທໍາມະຊາດ, ການລະບາດຂອງພະຍາດສັດລ້ຽງ ແລະ ອື່ນໆ ໄດ້ມີຜົນກະທົບທາງກົງຕໍ່ເມືອງບໍ່ໜ້ອຍ ແຕ່ພາຍໃຕ້ການນໍາພາ – ຊີ້ນໍາຂອງອົງການປົກຄອງເມືອງຄວາມເປັນເຈົ້າການຂອງບັນຫ້ອງການພາຍໃນເມືອງ ແລະ ກໍາລັງແຮງຂອງປະຊາຊົນບັນດາເຜົ່າເຮັດໃຫ້ເສດຖະກິດມີການຂະຫຍາຍຕົວດີຂື້ນ ແລະ ມີຜົນສໍາເລັດໃນຫຼາຍດ້ານ ເຊິ່ງມັນໄດ້ສະແດງອອກໃນການຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດໂຄງການລົງທຶນຢູ່ພາຍໃນເມືອງ ໃນນັ້ນຂອງລັດ 8 ໂຄງການ ມູນຄ່າ 469,08 ລ້ານກີບ ແລະ ເອກະຊົນ 19 ໂຄງການ ມູນຄ່າ 170,1 ຕື້ກີບ, ຊຸກຍູ້ການປູກ, ການລ້ຽງຂອງປະຊາຊົນເພື່ອຕອບສະໜອງການບໍລິໂພກຢູາພາຍໃນເມືອງໂດຍພື້ນຖານ, ຕິດຕາມການສ້ອມແປງຊົນລະປະທານ 3 ໂຄງການ ສໍາເລັດ 100%, ຊຸກຍູ້ບັນດາໂຮງງານທີ່ແຂວງອະນຸຍາດຂຸດຄົ້ນ, ປຸງແຕ່ງຫີນພູ ແລະ ແຮ່ທາດຟູອໍລາຍໃນເຂດບ້ານດອນຕັນ ແລະ ບ້ານນໍ້າໂຕ່ມ. ໂອກາດດຽວກັນໃນກອງປະຊຸມ ຍັງໄດ້ຮັບຟັງການຈັດຕັ້ງປະຕິບັດວຽກງານພັກ-ພະນັກງານ ໃນ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 9 ເດືອນທ້າຍປີ 2024, ຮັບຟັງບົດລາຍງານການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮັບເກົ່າ ໃນ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 9 ເດືອນທ້າຍປີ 2024, ບົດລາຍງານການບົວລະບັດຮັກສາ ແລະ ການເກັບກູ້ຜົນຜະລິດລະດູແລ້ງ ແລະ ການກະກຽມຜະລິດລະດູຝົນ, ບົດລາຍງານການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 9 ເດືອນທ້າຍປີ 2024 ແລະ ເອກະສານອື່ນໆອີກຈໍານວນໜຶ່ງ. ນອກນັ້ນຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປະກອບຄຳຄິດເຫັນຈາກຜູ້ແທນກອງປະຊຸມ ເຊິ່ງກອງປະຊຸມດັ່ງກ່າວ ຈະດໍາເນີນໄປເປັນເວລາ 2 ວັນເຕັມ ຈື່ງຈະສໍາເລັດ.
——–
ພາບ-ຂ່າວ: ພົມມະນີ ອິນສະຫວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa