ເມືອງແກ່ນທ້າວ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023.

ເມືອງແກ່ນທ້າວ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023.
……………………
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂຶ້ນ ໃນຕອນເຊົ້າວັນທີ 2 ພຶດສະພາ 2024 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ອໍາຄາ ລັດສະໝີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງແກ່ນທ້າວ, ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກສໍານັກງານ, ອົງການ, ກົມກອງ, ອົງການຈັດຕັ້ງ, ດ່ານສາກົນ, ໂຮງຮຽນ, ໂຮງໝໍ, ເລຂາ, ຮອງເລຂາໜ່ວຍພັກບ້ານເທດສະບານ ແລະ ພະນັກງານທີ່ເຮັດວຽກຕັດຕັ້ງເຂົ້າຮ່ວມ 90 ກວ່າສະຫາຍ.
ໃນກອງປະຊຸມສະຫາຍ ນາງ ຈັນທະສອນ ແສນພັນສິລິ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຄັ້ງເມືອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ແລະ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວເມືອງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ເຊິ່ງໃນໄລຍະ 1 ປີຜ່ານມາ ຄະນະພັກ, ຄະນະນໍາແຕ່ລະຂັ້ນ, ຕະຫຼອດຮອດສະມາຊິກພັກ-ພະນັກງາານໃນທົ່ວເມືອງແກ່ນທ້າວ ໄດ້ເອົາໃຈໃສ່ ຄົ້ນຄວ້າ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງ ແລະ ໄດ້ຖືສໍາຄັນຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວແຂວງໄຊຍະບູລີ ຄັ້ງທີ VII, ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດທີ່ເປັນພື້ນຖານໃນຫຼາຍດ້ານ ທົ່ວເມືອງມີຮາກຖານພັກທັງໝົດ 100 ກວ່າຮາກຖານ. ໃນນີ້, ມີ 6 ຄະນະພັກຮາກຖານ, ມີໜ່ວຍພັກຮາກຖານ 100 ກ່ວາໜ່ວຍພັກ, ມີໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ຈໍານວນ 28 ໜ່ວຍພັກ, ມີສະມາຊິກພັກທັງໜົດ 1,600 ກວ່າສະຫາຍ, ຍິງ 400 ກວ່າສະຫາຍ. ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຕໍ່ກັບວຽກງານຂະຫຍາຍພັກ ເຊິ່ງໄດ້ສະເໜີຄະນະປະຈຳພັກເມືອງອະນຸມັດ ຮຽນສະໜັບສະໜູນ ໃຫ້ມະຫາຊົນຜູ້ກ້າວໜ້າ 50 ສະຫາຍ, ຍິງ 40 ສະຫາຍ, ສະເໜີຄະນະປະຈຳພັກເມືອງອະນຸມັດ ຮຽນກົດລະບຽບພັກ ໃຫ້ມະຫາຊົນຜູ້ກ້າວໜ້າ 45 ສະຫາຍ, ຍິງ 21 ສະຫາຍ, ສະເໜີພິຈາລະນາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ 39 ສະຫາຍ, ຍິງ 16 ສະຫາຍ, ສະເໜີພິຈາລະນາ ເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ 45 ສະຫາຍ, ຍິງ 15 ສະຫາຍ, ດຳເນີນກອງປະຊຸມໃຫຍ່ສະມາຊິກພັກຮາກຖານ ສຳເລັດແລ້ວ 60 ໜ່ວຍພັກ ເທົ່າກັບ 58,25 ສ່ວນຮ້ອຍ ຂອງໜ່ວຍພັກທັງໝົດໃນທົ່ວເມືອງ. ໃນນັ້ນ, ໜ່ວຍພັກຮາກຖານບ້ານ ສຳເລັດ 47 ໜ່ວຍພັກ ເທົ່າກັບ 100 ສ່ວນຮ້ອຍ ຂອງໜ່ວຍພັກບ້ານທັງໝົດ ແລະ ໜ່ວຍພັກໂຮງຮຽນ ສຳເລັດ 13 ໜ່ວຍພັກ. ໄດ້ປະຕິບັດວິໄນຕໍ່ສະມາຊິກພັກ 9 ສະຫາຍ. ໃນນີ້, ພົວພັນຢາເສບຕິດ 5 ສະຫາຍ, ລຶບຊື່ 3 ສະຫາຍ ແລະ ໂຈະຮ່ວມຊີວິດພັກຊົ່ວຄາວ 1 ສະຫາຍ. ສະເໜີຄະນະປະຈຳພັກເມືອງສ້າງຕັ້ງໜ່ວຍພັກຮາກຖານໄດ້ 1 ໜ່ວຍ, ບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ 1 ສະຫາຍ, ຮອງເລຂາຄະນະພັກຮາກຖານ 1 ສະຫາຍ, ຄະນະພັກຮາກຖານ 1 ສະຫາຍ ແລະ ບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ 4 ສະຫາຍ, ຍິງ 1 ສະຫາຍ, ຮອງເລຂາໜ່ວຍພັກ 4 ສະຫາຍ ແລະ ຄະນະໜ່ວຍພັກ 5 ສະຫາຍ. ປະຈຸບັນ ທົ່ວເມືອງແກ່ນທ້າວ ມີພະນັກງານ-ລັດຖະກອນ ທັງໝົດ 610 ກວ່າສະຫາຍ, ຍິງ 250 ກວ່າສະຫາຍ, ສົ່ງພະນັກງານໄປຍົກລະດັບທິດສະດີການເມືອງ ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງໄຊຍະບູລີ 4 ສະຫາຍ, ຍິງ 1 ສະຫາຍ. ໃນນີ້, ຂັ້ນຕົ້ນ 2 ສະຫາຍ, ຍິງ 1 ສະຫາຍ ແລະ ຂັ້ນກາງ 2 ສະຫາຍ. ສະເໜີຄະນະພັກຂັ້ນເທິງອະນຸມັດຕົກລົງແຕ່ງຕັ້ງພະນັກງານ-ລັດຖະກອນ ພາຍໃນເມືອງ 90 ກວ່າສະຫາຍ, ຍິງ 12 ສະຫາຍ. ໃນນີ້, ແຕ່ງຕັ້ງຫົວໜ້າຫ້ອງການ 2 ສະຫາຍ, ແຕ່ງຕັ້ງຮອງຫົວໜ້າຫ້ອງການ 5 ສະຫາຍ, ແຕ່ງຕັ້ງຫົວໜ້າໜ່ວຍງານ 30 ກວ່າສະຫາຍ, ຍິງ 8 ສະຫາຍ, ແຕ່ງຕັ້ງຮອງຫົວໜ້າໜ່ວຍງານ 10 ສະຫາຍ, ຍິງ 2 ສະຫາຍ, ແຕ່ງຕັ້ງນາຍບ້ານ 47 ສະຫາຍ, ຍິງ 2 ສະຫາຍ ແຕ່ງຕັ້ງຮອງນາຍບ້ານ 110 ກວ່າສະຫາຍ, ຍິງ 25 ສະຫາຍ ແລະ ຕິດຕາມການຍົກຍ້າຍຂອງພະນັກງານ-ລັດຖະກອນ 13 ສະຫາຍ, ຍິງ 7 ສະຫາຍ, ໃນນີ້, ຍົກຍ້າຍພາຍໃນເມືອງ 5 ສະຫາຍ, ຍິງ 1 ສະຫາຍ, ຍົກຍ້າຍໄປຕ່າງເມືອງ 1 ສະຫາຍ, ຍິງ 1 ສະຫາຍ, ຍົກຍ້າຍໄປຕ່າງແຂວງ 1 ສະຫາຍ, ຍິງ 1 ສະຫາຍ ແລະ ຍົກຍ້າຍເຂົ້າມາ 6 ສະຫາຍ, ຍິງ 4 ສະຫາຍ. ການປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ ຂອງພະນັກງານ-ລັດຖະກອນ ປະຈຳປີ 2023 ມີພະນັກງານ-ລັດຖະກອນໄດ້ຮັບການປະເມີນທັງໝົດ 610 ກວ່າທ່ານ, ຍິງ 250 ກວ່າທ່ານ ໄດ້ປະເພດດີ 550 ກວ່າທ່ານ, ຍິງ 230 ກວ່າທ່ານ, ປະເພດກາງ 49 ກວ່າທ່ານ, ຍິງ 18 ທ່ານ, ເສຍທາດ 1 ທ່ານ ແລະ ບໍ່ແບ່ງ 8 ທ່ານ, ຍິງ 1 ທ່ານ. ໃນທົ່ວເມືອງມີກົງຈັກ ທັງໝົດ 23 ພາກສ່ວນ, ມີ 85 ໜ່ວຍງານ. ຜ່ານການປັບປຸງກົງຈັກການຈັດຕັ້ງມາຮອດປະຈຸບັນນີ້ ເຫັນວ່າກົງຈັກການຈັດຕັ້ງຂັ້ນເມືອງຫຼຸດລົງ 23 ໜ່ວຍງານ. ອົງການປົກຄອງບ້ານ 47 ບ້ານໄດ້ຮັບການປັບປຸງ ດ້ານການຈັດຕັ້ງຕາມ 5 ໜ່ວຍງານ ສຳເລັດ.
……………………
ຂ່າວ: ແກ່ນທ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa