

ໃນຕອນເຊົ້າວັນທີ 9 ກໍລະກົດ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ VIII ຂຶ້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳເຫຼັກ ແກ້ວວິໄລພອນ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ຜູ້ຊີ້ນຳເມືອງແກ່ນທ້າວ. ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ-ອົງການ, ກົມກອງ, ອົງການຈັດຕັ້ງ, ຄະນະກຳມະການປົກຄອງຕາແສງ, ລັດວິສາຫະກິດ, ດ່ານສາກົນ, ໂຮງຮຽນ, ໂຮງໝໍ ແລະ ເລຂາໜ່ວຍພັກບ້ານໃນທົ່ວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ສະຫາຍ ຄໍາປຸ່ນ ນວນສະບັບ ໄດ້ກ່າວເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ ໄຂຂຶ້ນທາມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນຊາວເມືອງແກ່ນທ້າວ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ຄັ້ງທີ VIII ຂອງອົງຄະນະພັກເມືອງ ເຂົ້າສູ່ວຽກງານຕົວຈິງ. ອັນພົ້ນເດັ່ນແມ່ນເມືອງແກ່ນທ້າວໄດ້ສຳເລັດການປະກາດສ້າງຕັ້ງຕາແສງໃນທົ່ວເມືອງຢ່າງເປັນຂະບວນຟົດຟື້ນ.
ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ, ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງການສະຫຼຸບຕີລາຄາການນຳພາ-ຊີ້ນໍາ ປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງຈຸດສຸມ 6 ເດືອນທ້າຍປີ 2026, ພ້ອມທັງຮັບຟັງການເຜີຍແຜ່ນິຕິກຳປິ່ນອ້ອມອື່ນໆ. ພ້ອມກັນນີ້, ບັນດາສະຫາຍຜູ້ແທນຈະໄດ້ຮ່ວມກັນຄົ້ນຄ້ວາ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ເພື່ອແລກປ່ຽນຖອດຖອນບົດຮຽນ, ຍົກໃຫ້ເຫັນບັນຫາ, ສະພາບການທີ່ພົ້ນເດັ່ນ ພ້ອມທັງຊອກຫາວິທີການແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃນຕໍ່ໜ້າ.
ໃນຕອນທ້າຍ, ສະຫາຍເລຂາພັກເມືອງ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ເອົາໃຈໃສ່ປະຕິບັດໂມງເວລາ, ເປັນເຈົ້າການເສີມຂະຫຍາຍຫົວຄິດປະດິດສ້າງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງສົມເຫດສົມຜົນ, ສ້າງສັນ, ເພື່ອສາມາດນຳໄປຈັດຕັ້ງປະຕິບັດຢູ່ໃນກົມກອງ ຕາມຄວາມຮັບຜິດຊອບຂອງຕົນໃຫ້ເກີດຜົນເປັນຈິງ ແລະ ເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ທຸກ.