

ຕອນເຊົ້າວັນທີ 24 ເມສາ 2026 ນີ້ ເມືອງໄຊຍະບູລີ ຈັດກອງປະຊຸມສະຫຼຸບ ຖອດຖອນບົດຮຽນການຈັດງານຕ້ອນຮັບປີໃໝ່ລາວ ພສ 2569ຂື້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງຂອງເມືອງ ພ້ອມດ້ວຍນາຍບ້ານເທດສະບານເມືອງ ເຂົ້າຮ່ວມ.
ທ່ານ ດຣ ພັນ ພອນສະຫວັດ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ຂື້ນຜ່ານບົດສະຫຼຸບຖອດຖອນບົດຮຽນການຈັດງານຕ້ອນຮັບປີໃໝ່ລາວ ພສ 2569 ທ່ານກ່າວວ່າ: ໃນວັນທີ 25 ມີນາ 2026 ເວລາ 08 ໂມງ 00 ນາທີ ໄດ້ຈັດກອງປະຊຸມຮ່ວມກັບ ອພສ ເມືອງ ປຶກສາຫາລື ກະກຽມສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວ ພສ 2569, ຈສ 1388, ຄສ 2026 ໂດຍມີພາກສ່ວນເຂົ້າຮ່ວມ ຄຶ: ປະທານແນວບ້ານ, ສາລະວັດ, ພາຍໃນເທດສະບານເມືອງ ແລະ ພາກສ່ວນຕ່າງໆທີກ່ຽວຂ້ອງເຂົ້າຮ່ວມ ຢູ່; ວັນທີ 07 ເມສາ ໄດ້ເຂົ້າຮ່ວມກອງປະຊຸມປືກສາຫາລື ລາຍງານຄວາມພ້ອມການສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວ ພສ 2569, ຈສ 1388, ຄສ 2026; ໄດ້ຜ່ານແຈ້ງການ, ຕາຕະລາງ ການເຄື່ອນໄຫວການສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວ ພສ 2569, ຈສ 1388, ຄສ 2026 ສົ່ງໃຫ້ບ້ານທີມີວັດພາຍໃນເມືອງໄຊຍະບູລີ; ໄດ້ສົມທົບ ຄະນະ ອພສ ເມືອງ ເພື່ອຊັບຊ້ອນພຣະສົງ-ສາມະເນນໄປປະຈຳຢູ່ແຕ່ລະວັດພາຍໃນເມືອງທີບໍ່ມີ ພຣະສົງຢູ່ໄດ້ 11 ວັດ ໃຫ້ປະຊາຊົນໄດ້ພາກັນນຳເອົາພຣະພຸດທະຣູບລົງຫົດສົງຕາມປະເພນີ; ໄດ້ແບ່ງພະນັກງານ ລົງຕິດຕາມ ແລະ ຊຸກຍູ້ ພິທີກຳສາສະໜາລົງຕິດຕາມແຕ່ລະວັດພາຍໃນເທດສະບານເມືອງໄຊຍະບູລີ. ວັນທີ 8 ເມສາ 2026 ເວລາ 09 ໂມງ 00 ນາທີ ເຕົ້າໂຮມການນຳຂອງເມືອງ, ພະນັກງານບຳນານ, ພະນັກງານອົງການອ້ອມຂ້າງເມືອງ, ເຖົ້າແກ່ພໍ່ – ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມບາສີສູ່ຂວັນການນຳ ແລະ ອະດີດການນໍາຂອງເມືອງຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງ. ວັນທີ 14 ເມສາ 2026 ເວລາ 12 ໂມງ 00 ນາທີ ເຕົ້າໂຮມການນຳຂອງແຂວງ, ເມືອງ, ພະນັກງານ, ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ ຢູ່ວັດສີສະຫວ່າງວົງ; ເວລາ 12ໂມງ 30 ນາທີ ພິທີອາລາດທະນາອັງເຊີນພຣະພຸດທະຮູບຢູ່ວັດສີສະຫວ່າງລົງຫົດສົງ; ຄະນະນໍາຂອງແຂວງ, ເມືອງ, ຄະນະສົງ ແລະ ມວນຊົນ ແຫ່ຕົ້ນຜາສາດເຜິ້ງ, ຕົ້ນກາລະພຶກ ຈາກວັດສີສະຫວ່າງວົງ ໄປວັດ ສີບຸູນເຮືອງ ບ້ານໃຫຍ່; ແຕ່ລະບ້ານໄດ້ເຮັດຕົ້ນກາລະພຶກໄປແຫ່ບ້ານລະຕົ້ນ ໂດຍໄດ້ແບ່ງປັນໃຫ້ແຕ່ລະວັດດັ່ງນີ້: ຫໍຫຼັກເມືອງ 4 ຕົ້ນ; ວັດສີສະຫວ່າງ 4 ຕົ້ນ; ວັດພູທອກ 4 ຕົ້ນ;ວັດບ້ານໃຫຍ່ 7 ຕົ້ນ; ເວລາ 13 ໂມງ 00 ນາທີ ບັນດາທ່ານການນຳຂອງເມືອງ-ແຂວງໄດ້ອາລາດທະນາອັງເຊີນ ພຣະພຸດທະຮູບລົງແທ່ນຄາລະວະຫົດສົງພຣະພຸດທະຮູບ ແລະ ພຣະສົງສາມະເນນຢູ່ ວັດສີບຸນເຮືອງບ້ານໃຫຍ່, ດອກໄມ້, ຈາກວັດສີສະຫວ່າງວົງ ( ບ້ານສີເມືອງ ) ໄປຫາ ວັດສີບຸນເຮືອງ ( ບ້ານ ໃຫຍ່ ); ຕອນແລງຂອງແຕ່ລະວັນແມ່ນມີການຕີກອງແອວແຫ່ຕົ້ນຟົດ, ຕົ້ນກາລະພຶກ ແລະ ໄດ້ເທດສະໜາທຳສັ່ງສອນອອກຕົນຍາດໂຍມ ແລະ ນ້ອງນ້ອຍເຍົາວະຊົນຮຸ່ນສືບທອດ; ແຕ່ລະວັນ ພໍ່-ແມ່ປະຊາຊົນຜູ້ມີສັດທາແມ່ນໄດ້ອອກເລາະສົງພຣະພຸດທະຮູບ ຢູ່ແຕ່ລະວັດຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ. ວັນທີ 15 ເມສາ 2026 ເວລາ 09 ໂມງ 30 ນາທີ ການນຳຂອງແຂວງ, ເມືອງພ້ອມດ້ວຍພະນັກງານ, ພຣະສົງ ແລະ ພໍ່ແມ່ເຖົ້າແກ່ປະຊາຊົນ ຊາວເມືອງ ໄຊຍະບູລີ ໄດ້ໄປຫົດສົງລ້າງຊ່ວຍພຣະເຈົ້າໃຫຍ່ ປາງປະທານພອນ ທີ່ ວັດພູທອກ ຫຼັງຈາກນັ້ນການນຳກໍໄດ້ຄາລະວະກາບໄຫວ້ສິ່ງສັກສິດທີ່ຫໍຫຼັກເມືອງ ພ້ອມທັງຫົດສົງລ້າງຊ່ວຍ; ເວລາ 13 ໂມງ 00 ນາທີ ຄາລະວະພຣະເຖລະ ຢູ່ວັດ ສີສະຫວ່າງວົງ. ວັນທີ 16 ເມສາ 2026 ເວລາ 6 ໂມງ 30 ນາທີການນຳຂອງເມືອງ-ແຂວງ ພ້ອມດ້ວຍຊາວພຸດທະສາສະນິກະຊົນທັງຫຼາຍ ໂດຍສະເພາະຄະນະນຳຂອງເມືອງໃສ່ບາດຢູ່ແຕ່ລະວັດໃນເທດສະບານເມືອງ; ແຕ່ລະຄອບຄົວ, ບ້ານ ເລີ່ມບາສີອວຍພອນ, ສົມມາ ພໍ່-ແມ່ ຜູ້ອາວຸໂສ ບຳນານ ຕາມຮີດຄອງປະເພນີທີ່ໄດ້ປະຕິບັດກັນມາ; ປະຊາຊົນໄດ້ມີການຫົດສົງອວຍພອນເຊິ່ງກັນ ແລະ ກັນເຊັ່ນວ່າ: ລູກຫົດສົງພໍ່-ແມ່, ຜູ້ໜຸ່ມຫົດສົງຜູ້ອາວຸໂສແລ້ວອວຍພອນເຊີ່ງກັນ ແລະ ກັນ. ວັນທີ 23 ເມສາ 2026 ເວລາ 09 ໂມງ 00 ນາທີ ແຕ່ລະວັດເຮັດພິທີອາລາດທະນາອັງເຊີນພຣະພຸດທະຮູບຂື້ນແທ່ນ ບຸນປີໃຫມ່ລາວປີນີ້ໄດ້ມີຄະນະນໍາຂອງ ແຂວງ, ເມືອງ ໄດ້ເຫັນຄວາມສຳຄັນ ໃກ້ສິດຕິດແທດ ຊີ້ນຳໆພາ ເຂົ້າຮ່ວມພິທີກຳ ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ; ໄດ້ແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະກິດຈະກໍາຕ່າງໆ, ແບ່ງຄວາມຮັບຜິດຊອບຕາມການຕົກລົງຂອງເຈົ້າເມືອງ , ມີການປຶກສາຫາລື, ແບ່ງວຽກງານເປັນອັນລະອຽດ, ຈະແຈ້ງ; ອົງການປົກຄອງບ້ານ ຕະຫຼອດຮອດພໍ່ – ແມ່ປະຊາຊົນບັນດາເຜົ່າໃນທົ່ວເມືອງ ໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ, ຮູ້ຈັກຮັກສາປະຕິບັດຮີດຄອງປະເພນີ ອັນດີງາມ ໂດຍສະເພາະ ການເຂົ້າຮ່ວມພິທີແຫ່ຕົ້ນເຜີິ້ງຢ່າງເປັນຂະບວນຟົດຟື້ນ ແລະ ຮັກສາໄດ້ຄວາມສະຫງົບປອດໄພ; ໄດ້ມີການກະກຽມຄວາມພ້ອມດ້ານບຸກຄະລາກອນ, ຢາ ແລະ ອຸປະກອນຮັບໃຊ້ຄົບຊຸດ ພະນັກງານແພດໝໍມີຄວາມຫ້າວຫັນ, ມີຄວາມຮັບຜິດຊອບ ແລະ ມີນໍາໃຈຮັບໃຊ້ບໍລິການ ສຸຂະພາບໄດ້ດີ ບໍ່ມີກໍລະນີຄົນເຈັບເສຍຊີວິດ; ຍ້ອນມີພະນັກງານ, ນັກຮຽນ, ນັກທຸລະກິດຕະຫຼອດຮອດປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງຕັ້ງໜ້າ; ຍ້ອນຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງຄະນະປະຈໍາພັກເມືອງ, ພະນັກງານທີ່ໄດ້ຮັບມອບໝາຍ,ປະກອບ ສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງ, ຕັ້ງໜ້າປະຕິບັດໜ້າທີ່ຕາມການມອບໝາຍ ຈຶ່ງເຮັດໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຕອນທ້າຍ ກອງປະຊຸມ ກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນຕື່ມອີກ.