ເມືອງໄຊສະຖານ ແຂວງໄຊຍະບູລີ ຈັດພິທີປາຖະກາຖາ 2 ວັນປະຫວັດສາດວັນສ້າງຕັ້ງພັປະຊາຊົນປະຕິວັດລາວ ຄົວຮອບ 69 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ

ເພື່ອເປັນການລະນຶກຫວນຄືນມູນເຊື້ອ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ພາຍໃຕ້ການນໍາພາຂອງພັກ ແລະ ພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຫຼາຍເຫດການປະຫວັດສາດເຊິ່ງປວງຊົນລາວທັງຊາດບໍ່ມີວັນລືມ ໃນຕອນເຊົ້າຂອງວັນທີ 22 ມີນາ 2024 ນີ້ທາງອົງຄະນະພັກເມືອງໄຊສະຖານ ເຊິ່ງນໍາພາໂດນທ່ານ ສີສະໝອນ ນາມວົງ ເລຂາພັກເມືອງ ເຈົ້າເມືອງ ພ້ອມດ້ວຍບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານອາວຸໂສບໍານານ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນເມືອງ ໄດ້ພ້ອມກັນເຂົ້າວາງພວງມາລາກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນສະຖານປະທານໄກສອນ ພົມວິຫານ.

ຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ເຂົ້າຮ່ວມຮັບຟັງການປາຖະກາຖາ 2 ວັນປະຫວັດສາດວັນສ້າງຕັ້ງພັປະຊາຊົນປະຕິວັດລາວ ຄົວຮອບ 69 ປີ ( ວັນທີ 22 ມີນາ 1955- 22 ມີນາ 2024 ) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວະດເພື່ອປະເທດຊາດ ຄົບຮອບ 78 ປີ ( 21 ມີນາ 1946 -21 ມີນາ 22024 ) ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດປະຖະກາຖາໂດຍ ທ່ານ ສີສະໝອນ ນາມວົງ ເຈົ້າເມືອງ ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການນໍາພາ ຂອງພັກເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ,ຕົ້ນກໍາເນີດ, ທາດແທ້ ແລະ ອຸດົມການຂອງພັກ ພັກປະຊາຊົນປະຕິວັດລາວ ແມ່ນອົງການຈັດຕັ້ງເສນາທິການທາງການເມືອງ, ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ,​ ລົບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກກໍໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່ ຍົກໃຫ້ເຫັນຂະບວນການຕໍ່ສູ້ຢ່າງພິລະອາດຫານ ຂອງປະຊາຊົນລາວເຜົ່າຕ່າງໆ ແຕ່ເໜືອເຖິງໃຕ້ທີ່ເກີດຂຶ້ຶ້ນຢ່າງຕໍ່ເນື່ອງ ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ໃໝ່ ພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງພັກ ຈັນສາມາດຍາດໄດ້ເອກະລາດດ ອິດສະຫຼະພາບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປວງຊົນລາວທັງຊາດ ແລະ ສະຖາປານາເປັນປະເທດສາທາລະນະລັດ ປະຊາທິປະໄຕປະຊາຊົນລາວຂື້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ປີ 1975 ເປັນຕົ້ນມາ ສປປ ລາວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ຂອງການປະຕິວັດ, ພັກປະຊາຊົນປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ ຊຶ່ງມີລັດປະຊາທິປະໄຕປະຊາຊົນ ເປັນເຄື່ອງມືອັນແຫຼມຄົມ ເພື່ອຄຸ້ມຄອງສັງຄົມ. ໃນເງື່ອນໄຂທີ່ເປັນພັກກຳອຳນາດ ທີ່ຕັ້ງ ແລະ ບົດບາດ ຂອງພັກ ໄດ້ມີການປ່ຽນແປງຄື: ພັກຍັງເປັນກອງນຳໜ້າທາງການເມືອງ ຂອງຊົນຊັ້ນກຳມະກອນ ແລະ ທັງເປັນຜູ້ນຳພາສັງຄົມ, ຄວາມຮັບຜິດຊອບຂອງພັກກໍເພີ່ມຂຶ້ນສູງກວ່າເກົ່າ, ພັກມີຄວາມຮັບຜິດຊອບ ຕໍ່ຊາຕາກຳ ຂອງຊາດຢ່າງຮອບດ້ານຄື:ພັກໄດ້ກຳນົດແນວທາງໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພັກໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດຖະກິດ – ສັງຄົມ,ພັກໄດ້ກຳນົດຍຸດທະສາດ ແລະ ຍຸດໂທບາຍ ດ້ານການພົວພັນຕ່າງປະເທດ ໃນແຕ່ລະໄລຍະຢ່າງຖືກຕ້ອງ, ພັກໄດ້ເປັນເຈົ້າການລິເລີ່ມນຳພາການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ, ໄດ້ຮັບຜົນສຳເລັດອັນສຳຄັນຫຼາຍປະການທັງສ້າງປະຖົມປັດໃຈ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຕື່ມອີກ.

ທັງນີ້ກໍ່ເພື່ອເປັນການເຮັດໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້ເຂົ້າໃຈຢ່າງເລິ່ກເຊິ່ງຕໍ່ກັບຄວມໝາຍຄວາມສໍາຄັນຂອງ 2 ວັນປະຫວັດສາດດັ່ງກ່າວ ເພື່ອໄປໝູນໃຊ້ເຂົ້າໃນແບບດໍາລົງຊີວິດ ແລະ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ເພື່ອການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

ຂ່າວໂດຍ: ຄະນະໂຄສະນາອົບຮົມເມືອງໄຊສະຖານ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa