

ວັນທີ 3 ກໍລະກົດ 2026 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດສ້າງຕັ້ງຕາແສງສະແມດຂື້ນຢ່າງເປັນທາງການ ຢູ່ທີ່ບ້ານສະແມດໃຫຍ່ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ມີທ່ານ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ທີມງານຂອງແຂວງ, ປະທານຄະນະກໍາມະການປົກຄອງຕາແສງ, ທີມງານຂອງເມືອງ, ນາຍບ້ານ, ຮອງນາຍບ້ານ, ຂະແໜງການຂອງບ້ານທີ່ຂື້ນກັບ,ແຂກຖືກເຊີນ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ພິທີໃນຄັ້ງນີ້ທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ ປະທານຄະນະກໍາມະການປົກຄອງເມືອງ ໄດ້ຂື້ນຜ່ານບົດລາຍງານການສ້າງຕັ້ງຕາແສງສະແມດ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຕາແສງສະແມດ ປະກອບມີ 5 ໜ່ວຍງານຄື : ໜ່ວຍງານບໍລິຫານປົກຄອງ, ໜ່ວຍງານພັກ-ອົງການຈັດຕັ້ງມະຫາຊົນ, ໜ່ວຍງານເສດຖະກິດ-ການເງິນ, ໜ່ວຍງານວັດທະນະທໍາ-ສັງຄົມ, ໜ່ວຍງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ມີພະນັກງານທັງໝົດ 9 ທ່ານ, ໃນນີ້ ປະທານຄະນະກໍາມະການປົກຄອງຕາແສງ 1 ທ່ານ, ຮອງປະທານຄະນະກໍາມະການປົກຄອງຕາແສງ 2 ທ່ານ, ຄະນະກໍາມະການປົກຄອງຕາແສງ 5 ທ່ານ ຄວບຕໍາແໜ່ງຫົວໜ້າໜ່ວຍງານ ແລະ ມີພະນັກງານຜູ້ຊ່ວຍວຽກ 1 ທ່ານ, ມີເນື້ອທີ່ທັງໝົດ 396 ກິໂລຕາແມດ , ປະກອບມີ 6 ບ້ານຄື : ບ້ານ ບ້ານ ສະແມດໃຫຍ່, ບ້ານ ສະແມດນ້ອຍ, ບ່ານ ສັນແຕ, ບ້ານປາກລອງ, ບ້ານ ມິໄຊ ແລະ ບ້ານ ສະມະ, ມີ 79 ໜ່ວຍຄຸ້ມຄອງ, ມີ 1.144 ຄອບຄົວ, ມີພົນລະເມືອງທັງໝົດ 6.644 ຄົນ, ຍິງ 3.320 ຄົນ ປະກອບມີ 3 ເຜົ່າຄື : ເຜົ່າໄປຼ່, ເຜົ່າລາວ ແລະ ເຜົ່າກຶມມຸ ໃນນີ້ເຜົ່າໄປຼ່ກວມເອົາເປັນມັດຕາສ່ວນໃຫຍ່ ກວມເອົມ 98,70%.ຮັບຟັງຂໍ້ຕົກລົງສະບັບເລກທີ 2158/ຄປຂ, ລົງວັນທີ 26 ທັນວາ 2025 ວ່າດ້ວຍການສ້າງຕັ້ງຕາແສງ ຂອງເມືອງໄຊສະຖານ,ມະຕິຕົກລົງວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານ ຕາແສງສະແມດເມືອງໄຊສະຖານ,ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງກໍາມະການຄະນະບໍລິຫານງານອົງຄະນະພັກຕາແສງສະແມດ, ມະຕິຕົກລົງດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາອົງຄະນະພັກຮາກຖານ,ມະຕິຕົກລົງຄະນະບໍລິຫານງານພັກເມືອງວ່າດ້ວຍການແຕ່ງຕັ້ງໜ່ວຍພັກຕາແສງສະແມດທີ່ຂື້ນກັບອົງຄະນະພັກຮາກຖານ ຕາແສງແມດ, ຮັບຟັງຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປະທານ, ຮອງປະທານຄະນະກໍາມະການປົກຄອງຕາແສງສະແມດ
ພິທີໃນຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງທ່ານ ອາເມ ຊົງເຢ້ຽເລັ່ງ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ . ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ແລະ ພ້ອມກັນເປີດປ້າຍຕາແສງສະແມດຕື່ມອີກ.