ເມືອງໄຊສະຖານ ແຂວງໄຊຍະບູລີ ຈັດພິທີປາຖະກາຖາ 5 ວັນປະຫວັດສາດຂອງພັກ-ຂອງຊາດ

ວັນທີ 14 ກໍລະກົດ 2025 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກາຖາ 5 ປະຫວັດສາດຂອງພັກຂອງຊາດ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ແສງຈັນ ກິນດາລາ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງ,ນາຍ ແລະ ພົນຕໍາຫຼວດ, ນາຍ ແລະ ພົນທະຫານ, ອົງການປົກຄອງບ້ານເທດສະບານເຂົ້າຮ່ວມ.

ພິທີໃນຄັ້ງນີ້ ທ່ານ ແສງຈັນ ກິນດາລາ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ໃຫ້ກຽດປາຖະກາຖາເລົ່າຄືນກ່ຽວກັບ ວັນເກີດຂອງປະທານສຸພານຸວົງ ຄົບຮອບ 117 ປີ ( 13 ກໍລະກົດ 10909-13 ກໍລະກົດ 2026 ),ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວຫວຽດນາມ ຄົບຮອບ 49 ປີ ( 18/7/1977-18/7/2026 ), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ( 5/9/1962-5/9/2026 ),ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ( 20 ກໍລະກົດ 1955-20 ກໍລະກົດ 2026 ), ວັນກິລາກາຍຍະກໍາແຫ່ງຊາດລາວ ຄົບຮອບ 60 ປີ ( 13/7/1966-13/7/2026) ແລະ ວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດລາວ ( 13 ກໍລະກົດ 2026 ) ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ສຸພານຸວົງ ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ, ສືບຕໍ່ເພີ່ມພູນຄູນສ້າງ ແລະ ຮໍ່າຮຽນເອົາແບບຢ່າງຄຸນຄຸນງາມຄວາມດີ ຂອງປະທານສຸພານຸວົງ ຍົກໃຫ້ເຫັນວັນເຊັນສັນຍາມິດຕິພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີເປັນຕົ້ນແມ່ນສະພາບແວດລ້ອມແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໂດຍສະເພາະແມ່ນໄລຍະໃຕ້ການນໍາພາຂອງພັກກອມມູນິດອິນດູຈີນທ້າຍສັດຕະວັດທີ 19 ຫາຕົ້ນສັດຕະວັດທີ 20 , ໄລຍະຕ້ານການຮຸກຮານຂອງລັດທິລ່າເມືອງຂື້ນເພື່ອປົດປ່ອຍຊາດ, ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ການສະໜັບສະໜູນ ແລະ ການຮ່ວມືໃນດ້ານຕ່າງໆເປັນຕົ້ນແມ່ນວຽກງານການພົວພັນການຕ່າງປະເທດ, ຂົງເຂດສຶກສາ ແລະ ກິລາ, ຂົງເຂດອຸດສາຫະກໍາ ແລະ ການຄ້າ, ຂົງເຂດກະສິກໍາ ແລະ ປ່າໄມ້, ຂົງເຂດແຮງງານ ແລະ ສະຫວັດດີການກ, ໃຫ້ເຫັນເຖິງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງລາວ ໃນແຕ່ລະໄລຍະ, ມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງລາວ ແລະ ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງກິລາ-ກາຍຍະກໍາລາວ, ປະຫວັດຄວາມເປັນມາຂອງວັນໂອແລມປິກສາກົນ, ປະຫວັດຄວາມເປັນມາຂອງວັນໂອແລມປິກລາວ ຕື່ມອີກ.

ທັງນີ້ກໍ່ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ ຂອງ 5 ວັນປະຫວັດສາດດັ່ງກ່າວ ທັງເປັນການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ບຸກບືນຫ້າວຫັນ, ມີນໍ້າໃຈຮັກຊາດ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ດີຂື້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa