

ວັນທີ 21 ສິງຫາ 2026 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີໄດ້ຈັດພິທີປາຖະກະຖາ 5 ວັນປະຫວັດສາດຂອງພັກ, ຂອງຊາດ ແລະຂອງແຂວງ ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊສະຖານ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານອາວຸໂສບໍານານ, ປະທານຄະນະກໍາມະການປົກຄອງຕາແສງໄຊສະນະ, ນາຍແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພ້ອມດ້ວຍສະມາຊິກພັກ-ພະນັກງານພາຍໃນເມືອງເຂົ້າຮ່ວມຮັບຟັງ.
ພິທິໃນຄັ້ງນີ້ທ່ານ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊສະຖານ ໄດ້ໃຫ້ກຽດປາຖະກະຖາ 5 ວັນປະຫວັດສາດທີ່ສໍາຄັນຂອງພັກ, ຂອງຊາດ ແລະ ຂອງແຂວງ ຄື : ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ( 13 ສິງຫາ 1950-13 ສິງຫາ 2026 ), ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026), ວັນຍຶດອໍານາດທົ່ວປະເທດ ແລະ ທົ່ວແຂວງໄຊຍະບູລີ ຄົບຮອບ 51 ປີ ( 23 ສິງຫາ 1975-23 ສິງຫາ 2026), ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ແລະ ວັນສ້າງຕັ້ງສານປະຊາຊົນແຫ່ງ ສປປ ລາວ ຄົບຮອບ 44 ປີ ( 15 ສິງຫາ 1982-15 ສິງຫາ 2026 ) ໂດຍໄດ້ຍົກໃຫ້ເຫັນເຖິງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ, ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດໃນແຕ່ລະໄລຍະ, ມູນເຊື້ອອັນສະຫງ່າງາມຂອງແນວລາວສ້າງຊາດ, ເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ບາງຜົນງານທີ່ພົ້ນເດັ່ນຂອງແນວລາວສ້າງຊາດແຂວງ, ຜົນງານການເຄື່ອນໄຫວຂອງແນວລາວສ້າງຊາດເມືອງໃນໄລຍະຜ່ານມາ, ຄວາມເປັນມາໃນການສ້າງ ແລະປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ, ຕີລາຄາດ້ານດີການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ( ຕະຫຼອດໄລຍະ 35 ປີຜ່ານມາ ) , ປະຫວັດຄວາມເປັນມາຂອງການຍຶດອໍານາດ, ສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນການພັດທະນາປະເທດຊາດ, ຍົກໃຫ້ເຫັນມູນເຊື້ອ, ການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງວຽກງານສື່ມວນຊົນ ແລະ ພິມຈໍາໜ່າຍນັບແຕ່ມື້ສ້າງຕັ້ງມາເຖິງປະຈຸບັນ ເຊິ່ງໄດ້ກາຍເປັນເຄື່ອງມືແຫຼມຄົມຂອງພັກ ໃນການໂຄສະນາເຜີຍແຜ່ ແລະ ສະໜອງດ້ານຂໍ້ມູນ-ຂ່າວສານ, ບັນດາເຫດການສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ສາກົນໃຫ້ແກ່ສັງຄົມ ເປັນເຈົ້າການໃນການຕອບແກ້ຂ່າວ, ຫາງສຽງສັງຄົມ ການໂຄສະນາໃສ່ຮ້າຍປ້າຍສີຂອງພວກກຸ່ມຄົນບໍ່ດີຕໍ່ແນວທາງນະໂຍບາຍຂອງພັກເຮົາ, ຍົກໃຫ້ເຫັນສະພາບແວດລ້ອມຂອງການກໍາເນີດສານປະຊາຊົນແຫ່ງ ສປປ ລາວ, ວິວັດທະນາການແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນໃນແຕ່ລະໄລຍະ.
ທັງນີ້ກໍ່ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໄດ້ເຊື່ອມຊຶມວັນປະຫວັດສາດສໍາຄັນຂອງຊາດ ພ້ອມທັງເປັນການເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາມະຕິຕ່າງໆຂອງພັກໃຫ້ເຂົ້າສູ່ລວງເລິກ, ເຂົ້າໃຈກ່ຽວກັບການປະກາດໃຊ້ລັດຖະທໍາມະນູນ, ການປະຕິບັດກົດໝາຍ ກໍ່ຄືການຄຸ້ມຄອງສັງຄົມດ້ວຍກົດໝາຍ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ ສັງຄົມມີຄວາມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ, ຕັ້ງໝ້າເສີມຂະຫຍາຍມູນເຊື້ອ ວັນປະຫວັດສາດສໍາຄັນດັ່ງກ່າວເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນຫາເສດຖະກິດ-ການເງິນ ທີພວກເຮົາພວມປະເຊີນໜ້າໃນປະຈຸບັນ ແລະ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ ແນໃສ່ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ ແລະ ສີວິໄລຂຶ້ນຢ່າງບໍ່ຢຸດຢັ້ງ.