ເມືອງໄຊສະຖານ ແຂວງໄຊຍະບູລີ ຈັດກອງປະຊຸມຄະນະກໍາມະການປົກຄອງເມືອງ ປະຈໍາເດືອນ ສິງຫາ ປີ 2026

ວັນທີ 28 ສິງຫາ 2026 ນີ້ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄະນະກໍາການປົກຄອງເມືອງປະຈໍາເດືອນ ສິງຫາ ປີ 2026 ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານຂອງທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ ມີຄະນະກໍາມະການປົກຄອງເມືອງ, ປະທານຕາແສງ 3 ຕາແສງ, ຫົວໜ້າຫ້ອງການ, ອົງການ, ກົມກອງ ເຂົ້າຮ່ວມ

ກອງປະຊຸມໃນຄັ້ງນີ້ທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງໄດ້ສະເໜີຈຸດປະສົງພ້ອມທັງທັງໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນທ່ານ ແລ່ນ ບຸນໄທ ຮອງຫົວໜ້າຫ້ອງວ່າການເມືອງ ໄດ້ຂື້ນຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດວຽກງານຄະນະກໍາມະການປົກຄອງເມືອງ ປະຈໍາເດືອນ ສິງຫາ ແລະ ແຜນວຽກຈຸດສຸມ ເດືອນ ກັນຍາ ປີ 2026 ເຊິ່ງໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງຄະນະກໍາມະການປົກຄອງເມືອງ ໃນໄລຍະ1 ເດືອນຜ່ານມາໃນແຕ່ລະດ້ານເປັນຕົ້ນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວັດທະນະທໍາ-ສັງຄົມ, ວຽກງານຄຸ້ມຄອງ-ບໍລິຫານລັດ ແລະ  ວຽກງານພົວພັນຕ່າງປະເທດ ເຊິ່ງຍົກໃຫ້ເຫັນບາງບົດຮຽນທີ່ພົ້ນເດັ່ນ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບັນດາທິດທາງແຜນການຈຸດສຸມ. ພ້ອມນີ້ປະທານກອງປະຊຸມຍັງໄດ້ມີຄໍາເຫັນເຈາະຈີ້ມບາງບັນຫາເພີ້ມເຕີມໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ. ຮັບຟັງການລາຍງານກ່ຽວກັບການສະກັດກັ້ນ ແລະ ປ້ອງກັນຄວາມສະຫງົບຕາມເສັ້ນຊາຍແດນ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ, ການແກ້ໄຂເດັກອາຍຸບໍ່ເຖິງກະສຽນຂັບຂີ່ລົດ, ການດັດແປງສະພາບເຕັກນິກລົດ, ການຕິດຕາມຊຸກຍູ້ສົ່ງເສີມການປູກ ແລະ ການລ້ຽງ ເພື່ອຜະລິດເປັນສິນຄ້າ ຕິດພັນກັບການເຝົ້າລະວັງການລະບາດຂອງພະຍາດອະຫິວາໝູອາຟຣິກກາ, ການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ໂດຍສະເພາະເງິນພາກ 63 ຂອງແຕ່ລະຂະແໜງການ ຕິດພັນກັບການຕ້ານການຟຸມເຟືອຍບໍລິຫານລັດ ແລະ ສັງຄົມ, ການຕິດຕາມກວດກາຄຸ້ມຄອງການນໍາເຂົ້າສິນຄ້າ ອຸປະໂພກພາຍໃນເມືອງ, ບໍລິໂພກ ຕິດພັນກັບການກວດສິນຄ້າໝົດອາຍຸ ແລະ ຕ້ານພະຍາດອະຫິວາໝູອາຟຣິກກາ, ການກະກຽມໄຂສົກຮຽນໃໝ່ ສົກຮຽນ 2026-2027 ແລະ ການລົງປຸກລະດົມນັກຮຽນມາເຂົ້າຮຽນ ປະຈໍາສົກຮຽນ 2026-2027, ການລົງໂຄສະນາເຜີຍແຜ່ກົດໝາຍ, ການຕັ້ງໂຕະໃຫ້ຄໍາປຶກສາແບບເຄື່ອນທີ່, ການແກ້ໄຂຂໍ້ຂັດແຍ່ງ ຕິດພັນກັບການບໍາລຸງສິດ ແລະ ໜ້າທີ່ໃຫ້ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ.ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີການປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດວຽກງານຂອງຄະນະກໍາມະການປົກຄອງເມືຶອງ ທີ່ການຈັດຕັ້ງຂັ້ນເທິງໄດ້ມອບໝາຍ ແລະ ກວດກາຄືນບັນດາໜ້າວຽກ ທີ່ໄດ້ວາງໄວ້ໃນໄລຍະ 1 ເດືອນຜ່ານມາ, ເພື່ອຊອກໃຫ້ເຫັນບັນຫາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າ.

ຕອນທ້າຍກອງປະຊຸມທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ ຍັງໄດ້ມີການສັງລວມບັນຫາທີ່ບັນດາຜູ້ແທນກອງປະຊຸມໄດ້ມີການປະກອບຄໍາຄິດ-ຄໍາເຫັນ ພ້ອມທັງໃຫ້ທິດຊີ້ນໍາບາງດ້ານ ແລະ ກ່າວປິດກອງປະຊຸມລົງຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa