

ວັນທີ 1 ກັນຍາ 2026 ນີ້ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2026-2027 ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ອາເມ ຊົງເຢັຽເລັ່ງ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ມີທ່ານ ອີນທີ ຈັນປະເສີດເຮີ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພັທ ພອນສະຫວັນ ວໍລະສັກ ກໍາມະການພັກແຂວງ ເລຂາພັກເມືອງ, ມີ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ອົງການປົກຄອງບ້ານ, ພໍ່ແມ່ຜູ້ປົກຄອງ ພ້ອມດ້ວຍນ້ອງນັກຮຽເຂົ້າຮ່ວມທັງໝົດ 157 ຄົນ, ຍິງ 56 ຄົນ.
ພິທີໃນຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຊົມການສະແດງສິລະປະ, ວັນນະຄະດີຂອງນ້ອງນັກຮຽນ ຈາກນັ້ນ ທ່ານ ສົມສະນິດ ວົງສີ ປະທານຄະນະກໍາມະການປົກຄອງເມືອງ ກໍ່ໄດ້ຂື້ນລາຍງານຄວາມພ້ອມໃນການໄຂສົກຮຽນໃໝ່ ສົກຮຽນ 2026-2027 ຢ່າງເປັນທາງການ ເຊິ່ງໃນສົກຮຽນ 2026-2027 ນີ້ ຄາດຄະເນຈະມີຫ້ອງລ້ຽງເດັກ 2 ຫ້ອງ (ລ້ຽງເດັກດອຍກາວ ແລະ ສະແມດໃຫຍ່) ມີເດັກ 36 ຄົນ, ຍິງ 22 ຄົນ, ມີໂຮງຮຽນອະນຸບານຕິດແປະປະຖົມ 21 ແຫ່ງ, ມີນັກຮຽນ 692 ຄົນ, ຍິງ 343 ຄົນ, ມີໂຮງຮຽນປະຖົມ 21 ແຫ່ງ (100%ຂອງຈໍານວນບ້ານເພາະບໍ່ສາມາດໂຮມໂຮງຮຽນໄດ້) ມີນັກຮຽນປະຖົມ 1.350 ຄົນ, ຍິງ 662 ຄົນ, ມີໂຮງຮຽນມັດທະຍົມ 6 ແຫ່ງ ໃນນັ້ນມັດທະຍົມຕອນຕົ້ນ 3 ແຫ່ງ, ມີນັກຮຽນມັດທະຍົມຕອນຕົ້ນ 593 ຄົນ, ຍິງ 307 ຄົນ, ມີນັກຮຽນມັດທະຍົມຕອນປາຍ 130 ຄົນ, ຍິງ 66 ຄົນ. ພ້ອມນີ້ ທ່ານ ອາເມ ຊົງເຢັຽເລັ່ງ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ຍັງໄດ້ກ່າວປາໄສ ແລະ ປະກາດໄຂສົກຮຽນໃໝ່ທົ່ວເມືອງ ປະຈໍາສົກຮຽນ 2026-2027 ຢ່າງເປັນທາງການ ເຊິ່ງບາງຕອນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ອົງການປົກຄອງເມືອງກໍ່ຄືຄະນະນໍາການສຶກສາ, ຜູ້ບໍລິຫານການສຶກສາ, ສະມາຄົມພໍ່ແມ່ນັກຮຽນ ແລະ ພະນັກງານຄູ-ອາຈານ, ນ້ອງນັກຮຽນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ໃຫ້ການຮ່ວມມື ໃນການກະກຽມຄວາມພ້ອມ ໄຂສົກຮຽນໃໝ່ ສົກຮຽນ 2026-2027 ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ, ສະມາຄົມພໍ່ແມ່ນັກຮຽນ ທຸກການຈັດຕັ້ງ, ທຸກພາກສ່ວນ ເອົາໃຈໃສ່ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ຮັບປະກັນໃຫ້ນັກຮຽນ-ນັກສຶກສາ ໄດ້ເຂົ້າຮຽນນັບແຕ່ວັນໄຂສົກຮຽນໃໝ່ນີ້ເປັນຕົ້ນໄປ, ເພື່ອເຮັດໃຫ້ການຮຽນ-ການສອນສົກຮຽນນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ນອກຈາກນີ້ຍັງໄດ້ມີການປະກາດພະນັກງານຄູ ອອກພັກການຮັບອຸດໜູນບໍານານ ພ້ອມທັງ ໄດ້ມີການມອບຂໍ້ຕົກລົງໃຫ້ພະນັກງານ-ລັດຖະກອນ ອອກພັກການຮັບອຸດໜູນບໍານານ ເຊິ່ງໃຫ້ກຽດມອບໂດຍທ່ານ ອາເມ ຊົງເຢັຽເລັ່ງ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ.
ພິທີໃນຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງທ່ານ ອາເມ ຊົງເຢັຽເລັ່ງ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ.ຂ່າວຍັງໃຫ້ຮູ້ອີກຕື່ມວ່າສໍາລັບພິທີໄຂສົກຮຽນໃໝ່ ສົກຮຽນນີ້ ທາງເມືອງໄດ້ຈັດເປັນເອກະພາບກັນທົ່ວເມືອງໃນວັນທີ 01 ກັນຍາ 2026 ໂດຍ 5 ຈຸດສຸມໃຫຍ່ແມ່ນມອບໝາຍໃຫ້ຄະນະປະຈໍາພັກເມືອງນໍາພາໄຂສົກຮຽນໃໝ່ (ຈູດບ້ານປາກລອງ, ສະແມດໃຫຍ່, ພູເລີ່ນ, ບ້ານກໍ່ ແລະ ພູຕຸ່ຍ); ນອກຈາກ 5 ຈຸດດັ່ງກ່າວ ໃນແຕ່ລະບ້ານ-ໂຮງຮຽນທົ່ວເມືອງແມ່ນມອບໃຫ້ຄະນະຮັບຜິດຊອບຂັ້ນເມືອງ, ຕາແສງນໍາພາເປີດພິທີໄຂສົກຮຽນໃໝ່ຕື່ມອີກ.