ເມືອງ ໄຊຍະບູລີຈັດພິທີໄຂສົກຮຽນໃໝ່ສົກຮຽນ 2026-2027.

ພິທີໄຂສົກຮຽນໃໝ່ສົກຮຽນ 2026-2027 ໄດ້ຈັດຂື້ນໃນຕອນເຊົ້າວັນທີ 1 ກັນຍາ 2026 ນີ້ທີ່ເດີ່ນກິລາຮົ່ມຂອງແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ທ່ານຈັນເພັງ ອູ່ທອງຄຳ ປະທານຄະນະກຳມະການປົກຄອງເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຄູອາຈານ, ນັກຮຽນ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມ.

ທ່ານ ສົມໝາຍ ພັນທະວົງ ກຳມະການພັກເມືອງ ຫົວໜ້າຫ້ອງການສືກສາທິການ ແລະ ກິລາເມືອງໄດ້ຂື້ນຜ່ານບົດລາຍງານການກະກຽມໄຂສົກຮຽນໃໝ່: ຈາກນັ້ນຕາງໜ້າຄູ-ອາຈານ ຂື້ນປະຕິຍານຕົນໃນການຈັດຕັ້ງປະຕິບັດໜ້າທີ ວິຊາສະເພາະ, ຕົວແທນນັກຮຽນຂຶ້ນກ່າວປະຕິຍານຕົນເອງ; ຜ່ານຂໍ້ແຂ່ງຂັນ ຂອງຂະແໜງການສຶກສາ ພ້ອມທັງຈັບມືແຂ່ງຂັນກັນ, ຈາກນັ້ນທ່ານ ຄຳຫຼ້າ ຜີວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງກໍ່ໄດ້ຂື້ນກ່າວປາໄສບາງຕອນທ່ານກ່າວວ່າ: 01 ກັນຍາ 2026 ​ແມ່ນ​ວັນ​ໄຂ​ສົກຮຽນ​ໃໝ່ ສົກ​ຮຽນ 2026-2027 ຈຸດປະສົງກໍ່ເພື່ອ​ປະກາດ​ໃຫ້​ທົ່ວ​ສັງຄົມ​ຮັບ​ຮູ້​ວ່າ ​ເມືອງໄຊ​ຍະ​ບູລີ ​ຈະໄດ້​ເລີ່​ມຕົ້ນ​ດໍາ​ເນີນການ​ຮຽນ-ການ​ສອນ​ເປັນ​ທາງ​ການ, ສ້າງ​ທຸກ​ເງື່ອນ​ໄຂອຳນວຍຄວາມສະດວກ​ເພື່ອ​ຈັດການ​ຮຽນ-ການ​ສອນ ​ໃຫ້​ທ່ວງທັນຕາມ​ກໍານົດເວລາ ແລະ ຖືກຕ້ອງຕາ​ມ ກົດໝາຍ​ການວ່າດ້ວຍການ​ສຶກສາ​ວາງ​ອອກ, ດ້ານ​ໜຶ່ງ​ກໍເພື່ອ​ເປັນ​ການ​ສ້າງເງື່ອນໄຂກະຕຸກ​ຊຸກຍູ້​ໃຫ້​ຜູ້​ບໍລິຫານ​ການ​ສຶກສາ-ກິລາ, ຄູ-​ອາຈານ, ສະມາຄົມພໍ່ແມ່ນັກຮຽນ ທຸກ​ການຈັດ​ຕັ້ງ, ທຸກ​ພາກສ່ວນ​ເສດຖະກິດ-​ສັງຄົມ ​ເອົາ​ໃຈ​ໃສ່​ເຮັດ​ໜ້າ​ທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບສູງ ຮັບປະກັນໃຫ້ນັກຮຽນ-ນັກສຶກສາ ໄດ້ເຂົ້າຮຽນ​ນັບ​ແຕ່​ວັນ​ໄຂ​ສົກຮຽນໃໝ່​ນີ້​ເປັນ​ຕົ້ນ​ໄປ, ເພື່ອເຮັດໃຫ້ການຮຽນ-ການສອນສົກຮຽນນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ທ່ານ ຄໍາຫຼ້າ ຜິວວັນນາ ໄດ້ເນັ້ນໜັກ 03 ໜ້າວຽກຈຸດສຸມ ພ້ອມດ້ວຍຕົວເລກຄາດໝາຍ ທີ່ຕ້ອງໄດ້ສູ້ຊົນໃຫ້ບັນລຸ ຕາມຈຸດປະສົງ ລະດັບຄາດໝາຍ ດັ່ງນີ້: 1 ຈັດຕັ້ງມາດຕະການສະກັດກັ້ນ ແລະ ຫຼຸດຜ່ອນການປະລະການຮຽນ ພວກເຮົາຕ້ອງໄດ້ສ້າງກົນໄກຮ່ວມມື ລະຫວ່າງໂຮງຮຽນ, ຄອບຄົວ,ສະມາຄົມພໍ່ແມ່ນັກຮຽນ ແລະ ອົງການປົກຄອງທ້ອງຖິ່ນ ຢ່າງກົມກຽວ, ​ຕ້ອງສູ້ຊົນ ຫຼຸດຜ່ອນອັດຕາການປະລະການຮຽນຊັ້ນມັດທະຍົມຕອນຕົ້ນ ໃຫ້ຕໍ່າກວ່າ 3% ແລະ ຊັ້ນມັດທະຍົມປາຍ ໃຫ້ຕໍ່າກວ່າ 2% ເອົາໃຈໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ສະໜອງອຸປະກອນການຮຽນ ໃຫ້ແກ່ນັກຮຽນໃນກຸ່ມສ່ຽງ ແລະ ເຂດຫ່າງໄກສອກຫຼີກຂອງກຸ່ມເປົ້າໝາຍໃຫ້ໄດ້ຢ່າງທົ່ວເຖິງ; 2. ຍົກສູງສະມັດຕະພາບຄູ ແລະ ຈັດສັນບຸກຄາລາກອນຢ່າງສົມເຫດສົມຜົນ ຫ້ອງການສຶກສາທິການ ແລະ ກິລາເມືອງ ຕ້ອງໄດ້ສຸມໃສ່ ຈັດຝຶກອົບຮົມ ແລະ ຍົກລະດັບວິທີການສອນ-ການຮຽນແບບໃໝ່ ຕິດພັນກັບການນໍາໃຊ້ເຕັກໂນໂລຊີ(ICT) ໃຫ້ແກ່ຄູ-ອາຈານ ໃຫ້ໄດ້ 80% ຂຶ້ນໄປ. ພ້ອມກັນນັ້ນ, ຕ້ອງເລັ່ງຈັດສັນຄູ ໃຫ້ກົງກັບວິຊາສະເພາະ ໄປສູ້ໂຮງຮຽນທີ່ຂາດແຄນຢ່າງທົ່ວເຖິງ ໂດຍສະເພາະເຂດທຸລະກັນດານ ຄຽງຄູກັບການເອົາໃຈໃສ່ ດ້ານສະຫວັດດີການຄູ ຈະຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ 5 ຫຼັກມູນ ແລະ ຕົວຊີ້ວັດທີ່ສະພາຮັບຮອງ; 3.ຫັນປ່ຽນລະບົບການສຶກສາສາຍສາມັນ 6+3+3 ໃຫ້ມີປະສິດທິພາບ,ຊັ້ນປະຖົມ(6ປີ), ສູ້ຊົນອັດຕາການເລື່ອນຂັ້ນຂອງນັກຮຽນປ1 ໃຫ້ບັນລຸ 95% ຂຶ້ນໄປ ໂດຍເນັ້ນທັກສະພື້ນຖານ ອ່ານອອກ, ຂຽນໄດ້, ຄິດໄລ່ເປັນ;ຊັ້ນມັດທະຍົມຕອນຕົ້ນ(3ປີ): ເນັ້ນການພັດທະນາລະບົບວິເຄາະ ແລະ ຈັດຕັ້ງການແນະແນວອາຊີບໃຫ້ໄດ້ 95%; ຊັ້ນມັດທະຍົມປາຍ(3ປີ): ແຍກສາຍການຮຽນໃຫ້ຊັດເຈນ ແລະ ເພີ່ມອັດຕາສ່ວນນັກຮຽນ ຫັນໄປຮຽນຕໍ່ສາຍວິຊາຊີບ ແລະ ເຕັກນິກໃຫ້ບັນລຸ 30% ເພື່ອສະໜອງກໍາລັງແຮງງານ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງໃນໄລຍະໃໝ່

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa