ເມືອງ ໄຊຍະບູລີ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ແລະ ຊຸກຍູ້ວຽກງານຮອບດ້ານຢູ່ເຂດຈຸດສຸມປາກເຮົ້າ.

ໃນລະຫວ່າງວັນທີ2 ຫາ ວັນທີ 4 ກໍລະກົດ 2026 ນີ້ ເມືອງ ໄຊຍະບູລີ ໄດ້ລົງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຕິດພັນກັບເນື້ອໃນມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ແລະ ຊຸກຍູ້ວຽກງານຮອບດ້ານຢູ່ເຂດຈຸດສຸມປາກເຮົ້າ ເຊີ່ງນຳພາໂດຍສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ປະທານຄະນະກຳມະການປົກຄອງຕາແສງນາຫຼາ-ທ່າເດື່ອ, ອົງການປົກຄອງບ້ານ, ຂະແໜງການຂອງບ້ານ, ສະມາຊິກພັກ 9 ບ້ານຄື: ບ້ານປາກໄຜ່, ບ້ານປາກປາ, ບ້ານຫ້ວຍເຄືອ, ບ້ານປາກເຮົ້າ, ບ້ານຫາດແກ້ວ, ບ້ານຫ້ວຍຈິດ, ບ້ານ ປາກຄາ, ບ້ານໂພນຄໍາ ແລະ ບ້ານນ້ໍາຄາ ເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີໄດ້ກ່າວເປີດກອງປະຊຸມ ຢ່າງເປັນທາງການ, ຈາກນັ້ນກໍ່ໄດ້ຮັບຟັງການເຊື່ອມຊຶມ ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ XII (2025-2030); ເຊື່ອມຊືມ ມະຕິກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII  ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2025-2030) ຂອງແຂວງໄຊຍະບູລີ; ເຊື່ອມຊຶມເອກະສານກ່ຽວກັບການປັບປຸງດັດແປງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII; ເຜີຍແຜ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີX ແລະ ສະພາປະຊາຊົນແຂວງຊຸດທີV, ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນຕໍ່ຄວາມຮັບຮູ້ເຂົ້າໃຈ ແລະ ທິດທາງຈະຜັນຂະຫຍາຍໃນຕໍ່ໜ້າ, ໃນໂອກາດທີ່ລົງເຄື່ອນໄຫວວຽກງານໃນຄັ້ງນີ້ສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ອົງການປົກຄອງບ້ານເຊີ່ງກ່ອນອື່ນສະຫາຍກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນີ້ກໍ່ໄດ້ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງບ້ານແຕ່ລະບ້ານເອົາໃສ່ສືກສາອົບຮົມການເມືອງ-ແນວຄິດໃຫ້ພໍ່ແມ່ປະຊາຊົນໃຫ້ຕໍ່ເນື່ອງ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນບັນຫາຢາເສບຕິດ, ວຽກງານການສືກສາ, ເອົາໃຈໃສ່ຕໍ່ວຽກງານເສດຖະກິດເປັນຕົ້ນແມ່ນການປູກຝັງ-ລ້ຽງສັດເພື່ອພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ດີຂື້ນໄປກ້າວໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa