ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ ລົງຊຸກຍູ້ວຽກງານຮອບດ້ານຢູ່ຫ້ອງການຊາວໜຸ່ມເມືອງ ໄຊຍະບູລີ.

ໃນວັນທີ 19 ສິງຫາ 2026 ນີ້, ສະຫາຍ ບຸນດີ ທໍ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຊາວໜຸ່ມ-ເຍົາວະຊົນ ຮອບດ້ານຢູ່ເມືອງໄຊຍະບູລີ ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ນາງ ບົວວົງ ສີຕັນ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄຊຍະບູລີ, ມີຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະຊາວໜຸ່ມຮາກຖານ, ຄະນະໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນ ເຂົ້າຮ່ວມ.

ໃນໂອກາດນີ້ ສະຫາຍ ນາງ ບົວວົງ ສີຕັນ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄຊຍະບູລີ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ ຊາວໜຸ່ມໃນໄລຍະ 8 ເດືອນ, ທົ່ວເມືອງມີໜ່ວຍຮາກຖານຊາວໜຸ່ມ 130 ໜ່ວຍ ກັບ 1 ຈຸຮ່ວມຊີວິດ, ມີ 4 ຄະນະຮາກຖານກວມເອົາ 12 ໜ່ວຍ ຂຶ້ນກັບ ໃນນັ້ນມີ ສໍານັກງານ 3 ໜ່ວຍ, ກໍາລັງປະກອບອາວຸດ 7 ໜ່ວຍ, ບ້ານ 2 ໜ່ວຍ, ໜ່ວຍຮາກຖານຊາວໜຸ່ມສໍານັກງານ, ອົງການ 11 ໜ່ວຍ, ໂຮງຮຽນມັດທະຍົມ 13 ໜ່ວຍ, ໂຮງຮຽນປະຖົມ 14 ໜ່ວຍ ແລະ ໜ່ວຍຮາກຖານຊາວໜຸ່ມບ້ານມີ 80 ໜ່ວຍ, ມີຊາວໜຸ່ມ-ໄວໜຸ່ມເກນອາຍຸ 15-35 ປີ,​ ມີ 30.656  ສະຫາຍ, ຍິງ 15.457 ສະຫາຍ,ມີສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວທັງໝົດ 3.129 ສະຫາຍ, ຍິງ 2.123 ສະຫາຍ, ມີພະນັກງານຊາວໜຸ່ມອາຊີບ 7 ສະຫາຍຍິງ 5 ສະຫາຍ, ອາສາ 1 ສະຫາຍ, ຍິງ 1 ສະຫາຍ, ທົ່ວ​ເມືອງ ໄຊ​ຍະ​ບູ​ລີ ມີ​ເກນ​ອາ​ຍຸ 6-8 ປີ ​ທັງ​ໝົດ 3.831 ນ້​ອງ, ຍິງ 1.817 ນ້ອງ. ໃນ​ນັ້ນ​ເປັນ​ອາ​ນຸ​ຊົນ​ທັນ​ວາ 2.637 ນ້ອງ, ຍິງ 1.282 ນ້ອງ, ຂະຫຍາຍໃໝ່ 1.376 ນ້ອງ, ຍິງ 682 ນ້ອງ; ເກນ​ອາ​ຍຸ 9-14 ປີ ທັງ​ໝົດ 6.044 ນ້ອງ, ຍິງ 3.245 ນ້ອງ; ເປັນ​​ເຍົາ​ວະ​ຊົນ​ທັນ​ວາ 5.605 ນ້ອງ, ຍິງ 3.091 ນ້ອງ, ຂະຫຍາຍໃໝ່ 1.426 ນ້ອງ, ຍິງ 725 ນ້ອງ, ໄດ້ປະເມີນຜົນ ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຈໍາປີໃນທົ່ວເມືອງ ມີ 130 ໜ່ວຍຜ່ານການລົງກວດກາປະເມີນຂໍ້ແຂ່ງຂັນ 4 ບຸກປະຈໍາປີສາມາດຕີລາຄາໄດ້ດັ່ງນີ້: ປະເພດແຂງ 120 ໜ່ວຍ, ເທົ່າກັບ 92,31 %, ປະເພດກາງ 10 ໜ່ວຍ, ເທົ່າ 7,69 %, ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວເຂົ້າຮ່ວມປະເມີນ 3.212 ສະຫາຍ, ຍິງ 1.962 ສະຫາຍ ປະເພດແຂງ 2.793 ສະຫາຍ, ຍິງ 1.729 ສະຫາຍ, ເທົ່າກັບ 86,95 %, ປະເພດກາງ 419 ສະຫາຍ, ຍິງ 239 ສະຫາຍ, ເທົ່າກັບ 13,95%, ໃນຕອນທ້າຍ, ສະຫາຍ ບຸນດີ ທໍ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍົກໃຫ້ເຫັນສະພາບການ ແລະ ສິ່ງທ້າທາຍທີ່ເກີດຂຶ້ນກັບກຸ່ມຊາວໜຸ່ມ-ໄວໜຸ່ມໃນປະຈຸບັນ, ພ້ອມທັງໄດ້ຊີ້ນຳໃຫ້ ຄະນະຊາວໜຸ່ມເມືອງໄຊຍະບູລີ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ໃຫ້ທົ່ວເຖິງ ແລະ ເລິກເຊິ່ງ, ສືບຕໍ່ສ້າງກິດຈະກຳໃຫ້ໄວໜຸ່ມໄດ້ມີສ່ວນຮ່ວມ, ໂດຍນຳໃຊ້ຂໍ້ແຂ່ງຂັນ “4 ບຸກ” ແລະ “3 ດີ 4 ຮູ້” ເປັນຕົວຊີ້ວັດ ແລະ ຕົວວັດແທກ ໃນການປັບປຸງ-ປະເມີນຜົນແຕ່ລະໄລຍະ, ປະສານສົມທົບກັບສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງອື່ນໆ ເພື່ອຮ່ວມກັນສ້າງ ແລະ ບຳລຸງ ບຸກຄະລາກອນຊາວໜຸ່ມແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ສືບຕໍ່ສ້າງຂະບວນການແຂ່ງຂັນສິລະປະ-ວັນນະຄະດີ, ຖາມ-ຕອບ ວິທະຍາສາດ, ແຂ່ງຂັນຮຽນດີ-ຮຽນເກັ່ງ ເພື່ອຝຶກລະບຽບວິໄນໃຫ້ນັກຮຽນ, ພ້ອມທັງຂຶ້ນແຜນຕັ້ງຄ້າຍຊາວໜຸ່ມ-ເຍົາວະຊົນ ຢູ່ໂຮງຮຽນທີ່ມີເງື່ອນໄຂ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa