

ກອງປະຊຸມ ເຜີຍແຜ່, ເຊຶ່ອມຊຶມ ແລະ ຜັນຂະຫຍາຍ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄດ້ຈັດຂຶ້ນໃນ ວັນທີ 7 ກໍລະກົດ 2026 ນີ້, ຢູ່ທີ່ສະໂມສອນຂອງກອງພັນໃຫຍ່ທະຫານຮາບ 301 ກອງພົນທີ3 ໂດຍການເປັນຂອງ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ສະພາປະຊາຊົນແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ປະທານຄະນະກຳມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນເມືອງ, ສະຫາຍພັນໂທ ບຸນເລື່ອນ ເເກ້ວເລົາວັນ ຄະນະປະຈຳພັກເມືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຊຽງຮ່ອນ ພ້ອມດ້ວຍທີມງານ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພັນເອກ ຄຳຫຼ້າ ພັນທະຈັກ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 301 ມີຄະນະພັກ – ຄະນະບັນຊາ 5 ພະແນກການ, ກອງຮ້ອຍອ້ອມຂ້າງ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກອງພັນໃຫຍ່ 301 ເຂົ້າຮ່ວມ.
ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ສະພາປະຊາຊົນແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ປະທານຄະນະກຳມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນເມືອງ ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 02/ ຄລສພ, ລົງວັນທີ 30 ມັງກອນ 2026 ວ່າດ້ວຍ ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ ແລະ ຄຳແນະນຳຂອງຄະນະປະຈຳພັກແຂວງ ສະບັບເລກທີ 148/ຄພຂ, ລົງວັນທີ 8 ເມສາ 2026 ກ່ຽວກັບ ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກແຂວງ ໄຊະຍະບູລີ ພ້ອມທັງເຜີຍແຜ່ເອກກະສານເຊືອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ເຊິງດຳເນີນພາຍໃຕ້ຄຳຂວັນ ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ ກອງປະຊຸມ ໄດ້ຍົກໃຫ້ເຫັນການຮັບຮອງເອົາແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ໃນໄລຍະ 5 ປີ ແຕ່ປີ 2026 – 2030 ໂດຍກຳນົດ 6 ເປົາໝາຍຄື: ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງ ເພື່ອເຮັດໃຫ້ເສດຖະກິດ ມີສະຖຽນລະພາບ ແລະ ຂະຫຍາຍຕົວຕໍ່ເນື່ອງ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນະພາບສູງ, ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນໃນຕົວເມືອງ ແລະ ຊົນນະບົດ, ປົກຮັກສາຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມໃຫ້ມີຄວາມຍືນຍົງ, ປັບປຸງການເຊື່ອມຍົງ – ເຊື່ອມຈອດ ພາກພື້ນ – ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນສູງ. ຈາກນັ້ນນັ້ນ ສະຫາຍພັນໂທ ບຸນເລື່ອນ ແກ້ວເລົາວັນ ຄະນະປະຈຳພັກເມືອງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຊຽງຮ່ອນ ຍັງໄດ້ຂຶ້ນເຜີຍແຜ່ເຊືອມຊຶມມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ໄຊຍະບູລີຄັ້ງທີ 8 ແຜ່ນພັດທະນາເສດຖະກິດ 5 ປີ ຄັ້ງທີ 8 ( 2025 – 2030 ) ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງຊຽງຮ່ອນ ຄັ້ງທີ 8 ຕື່ມອີກ ພ້ອມນີ້ກອງປະຊຸມຍັງໄດ້ຜ່ານບັນດາເນື້ອໃນກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສິໄຫມທີ 10 ທີໄດ້ປັບປຸງ ໂດຍມີທັງໝົດ 15 ໝວດ 64 ມາດຕາ.ກອງປະຊຸມໃນຄັ້ງນີ້ກໍ່ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ນັກຮົບຢູ່ພາຍໃນກົມກອງມີຄວາມຮັບຮູ້ເຂົ້າໃຈເປັນເອກະພາບ ແລະ ຜັນຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງ, ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ແນໃສ່ການພັດທະນາກົມກອງ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ແຂງແຮງໃນຕໍ່ໜ້າ.