ແຂວງໄຊຍະບູລີຈັດພິທີສອບເສັງແຂ່ງຂັນນັກຮຽນເກັ່ງ ແລະ ຖາມ-ຕອບຄວາມຮູ້ວິທະຍາສາດສາຍສາມັນສຶກສາ ປ5, ມ4 ແລະ ມ7 ລະດັບແຂວງປະຈໍາສົກຮຽນ 2023-2024.

ແຂວງໄຊຍະບູລີຈັດພິທີສອບເສັງແຂ່ງຂັນນັກຮຽນເກັ່ງ ແລະ ຖາມ-ຕອບຄວາມຮູ້ວິທະຍາສາດສາຍສາມັນສຶກສາ ປ5, ມ4 ແລະ ມ7 ລະດັບແຂວງປະຈໍາສົກຮຽນ 2023-2024 ໃນວັນທີ 4 ມີນາ 2024 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ອິນທີ ຈັນປະເສີດເຮີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຫົວໜ້າ, ຮອງຫົວໜ້າສຶກສາທິການ ແລະ ກິລາເມືອງ 11 ເມືອງ, ຜູ້ອໍານວຍການໂຮງຮຽນອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງການພາຍໃນພະແນກ, ຜູ້ອໍານວຍການສູນ, ຄູ-ອາຈານ, ຜູ້ປົກຄອງ ຕອດຫຼອດເຖິງນັກຮຽນເກັ່ງເຂົ້າຮ່ວມ.

ໃນພິທີທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກໍ່ໄດ້ໃຫ້ກຽດເປີດພິທີຢ່າງເປັນທາງການບາງຕອນທ່ານກ່າວວ່າ: ໃນທາມການບັນຍາກາດທີ່ທົ່ວພັກ,ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດພວມກັນອອກແຮງຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ແຂວງໄຊຍະບູລີ ພວມກະກຽມຈັດຕັ້ງກອງປະຊຸມສາມຂັ້ນ ແລະ ການປະເມີນທ້າຍສະໄໝເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະແຂວງ ສ້າງເງື່ອນໄຂບັນລຸບັນດາຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມ, ຂະແໜງການສຶກສາທິການ ແລະ ກິລາ ພວມຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2023-2024, ແຜນພັດທະນາສຶກສາ ແລະ ກິລາ 5 ປີ ຄັ້ງທີ IX (2021-2025) ຄາດໝາຍຂອງສະພາປະຊາຊົນແຂວງ ແລະ ເປົ້າໝາຍ 4 ການພັດທະນາແບບຍືນຍົງ SDG 4 ແລະ ວິໄສທັດການພັດທະນາການສຶກສາ ແລະ ກິລາຮອດປີ 2030. ການຈັດຕັ້ງການແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາໄດ້ມີຕົວແທນຈາກ 11 ເມືອງ ແລະ ຫ້ອງພອນສະຫວັນຂອງແຂວງເຂົ້າຮ່ວມ. ການສອບເສັງໄດ້ແບ່ງອອກເປັນ 3 ຊັ້ນຮຽນຄື: ຊັ້ນປະຖົມສຶກສາ ປ 5 ສອບເສັງ 3 ວິຊາ: ພາສາລາວ, ຄະນິດສາດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ແລະ ຕອນປາຍ ມ7 ສອບເສັງ 4 ວິຊາ: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ. ການສອບເສັງໃນຄັ້ງນີ້ ເປັນການຄັດເລືອກເອົານັກຮຽນເກັ່ງ ຊັ້ນມັດທະຍົມສຶກສາຕອນຕົ້ນຂັ້ນ ມ4 ແລະ ຕອນປາຍຂັ້ນ ມ7 ໄປຮ່ວມແຂ່ງຂັນຢູ່ຂັ້ນສູນກາງ (ລະດັບຊາດ) ໃນເດືອນເມສາທີ່ຈະມາເຖິງນີ້. ຈາກນັ້ນ ທ່ານ ບຸນເພັງ ມາຖາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄູ-ອາຈານ ແລະ ແຂກທີ່ເຂົ້າຮ່ວມກໍ່ໄດ້ພ້ອມກັນຕັດຫົວບົດສອບເສັງ ແລະ ເປີດການສອບເສັງຢ່າງເປັນທາງການ. ການສອບເສັງໃນຄັ້ງນີ້ດໍາເນີນເປັນເວລາ 3 ວັນຈຶ່ງສໍາເລັດ.

……………………..

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa