ແຂວງໄຊຍະບູລີສະຫຼຸບວຽກງານຄຸ້ມຄອງໄພພິບັດທົ່ວແຂວງ ປະຈໍາປີ 2023.

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ໄດ້ຈັດຂຶ້ນໃນວັນທີ 15 ມີນາ 2024 ນີ້ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເປັນປະທານຂອງ ທ່ານ ເພັດພິໄຊ ສູນວິໄລ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະກຳມາການຄຸ້ມຄອງໄພພິບັດຂັ້ນແຂວງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ໃບຄໍາ ຂັດຕິຍະ ກຳມະການສູນກາງພັກ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ມີບັນດາຫົວໜ້າກົມ, ທີມງານຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ຮສສ 11 ເມືອງທົ່ວແຂວງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມ ຈາກນັ້ນ ທ່ານ ໜູເກນ ພັນລັກ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະກຳມາການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ໃນໄລຍະ 1 ປີຜ່ານມາ ໄດ້ມີເຫດການໄພພິບັດເກີດຂຶ້ນຢູ່ 11 ເມືອງທົ່ວແຂວງ ໂດຍສະເພາະໄພພິບັດທາງດ້ານນໍ້າຖ້ວມ, ລົມພາຍຸພັດ, ໄຟໄໝ້, ຟ້າຜ່າ ແລະ ສັດຕູພືດທໍາລາຍຜົນຜະລິດ ເຊິ່ງສົ່ງຜົນກະທົບຕໍ່ຊີວິດ, ຊັບສິນຂອງປະຊາຊົນ ຂອງລວມໝູ່ ແລະ ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງທາງດ້ານເສດຖະກິດສັງຄົມ ແລະ ສິ່ງແວດລ້ອມ ລວມມີ 53 ຄັ້ງ, ມີ 135 ບ້ານ, ຈໍານວນ 3.006 ຄອບຄົວ, ມີ 13.293 ຄົນ, ຍິງ 6.113 ຄົນ ໃນນັ້ນເສຍຊີວິດ 3 ຄົນ, ເນື້ອທີ່ຖືກຜົນກະທົບ 1.498,77 ເຮັກຕາ, ເນື້ອທີ່ເສຍຫາຍ 666.23 ເຮັກຕາ, ຊົນລະປະທານ 22 ແຫ່ງ ໃນນັ້ນມີສັດລ້ຽງຂອງປະຊາຊົນຕາຍ 782 ໂຕ, ເສັ້ນທາງເສຍຫາຍ 27 ເສັ້ນ, ຂົວ 2 ແຫ່ງ, ຕ້ານເຈື່ອນ 3 ຈຸດ, ໂຮງຮຽນ 9 ແຫ່ງ, ສໍານັກງານຂອງລັດ 6 ແຫ່ງ ລວມມູນຄ່າເສຍຫາຍທັງໝົດ 148 ຕື້ກວ່າກີບ. ຕໍ່ກັບສະພາບເຫດການທີ່ເກີດຂຶ້ນ ທາງຄະນະກໍາມະການຄຸ້ມຄອງໄພພິບັດ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ຟື້ນຟູຫຼັງໄພພິບັດ ໄດ້ປະຕິບັດໃຫ້ການຊ່ວຍເຫຼືອບັນເທົາທຸກ ໄດ້ມອບເຂົ້າສານ, ສັງກະສີ, ເຫຼັກຕາປູ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະນາໄມ ແລະ ເຄື່ອງໃຊ້ອື່ນໆ ຈໍານວນໜຶ່ງທີ່ໄດ້ຮັບຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຫ້ອງການ ຮສສ 11 ເມືອງທົ່ວແຂວງ ແລະ ກຸ່ມເປົ້າໝາຍຕ່າງໆ ລວມທັງຫມົດ 263 ບ້ານ, ມີ 6.711 ຄອບຄົວ, ຈໍານວນພົນ 37.565 ຄົນ, ຍິງ 8.479  ຄົນ ລວມມູນຄ່າ 2 ຕື້ກວ່າກີບ, ໄດ້ປຸກລະດົມທຶນເຂົ້າກອງທຶນຄຸ້ມຄອງໄພພິບັດທົ່ວແຂວງ ໃນປີ 2023 ສາມາດລະດົມທຶນໄດ້  552 ລ້ານກວ່າກີບ, ທຽບໃສ່ແຜນປະຕິບັດໄດ້ 92,07% ປະຈຸບັນທົ່ວແຂວງມີເງິນກອງທຶນ 885 ລ້ານກວ່າກີບ.  ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງທຶນຄຸ້ມຄອງໄພພິບັດ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງແຜນຍຸດທະສາດການຫຼຸດຄວາມສ່ຽງໄພພິບັດຂອງແຂວງ 10 ປີ (2021-2030) ພ້ອມທັງຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງຄະນະຮັບຜິດຊອບວຽກງານໄພພິບັດຈາກບັນດາເມືອງ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ຕໍ່ກັບການແກ້ໄຂສຸກເສີນເວລາເກີດເຫດ ແລະ ແຜນກຽມຄວາມພ້ອມຮັບມືໄພພິບັດ. ຈາກນັ້ນບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລືແລກປ່ຽນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍ ເພື່ອເອກະພາບກັນຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.

ຂ່າວ: ມະໄລວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa