ແຂວງໄຊຍະບູລີສໍາມະນາກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ແລະ ກົດໝາຍ, ນິຕິກຳໃຕ້ກົດໝາຍຂອງ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ.

ກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ແລະ ກົດໝາຍ, ນິຕິກຳໃຕ້ກົດໝາຍຂອງ  ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ແກ່ ພະນັກງານ ແລະ ເຈົ້າໜ້າທີ່ຂັ້ນແຂວງ ແລະ ຂັ້ນເມືອງ ຂອງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2024 ນີ້ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ,  ເປັນກຽດເຂົ້າຮ່ວມມີ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ມີຜູ້ຕາງໜ້າຈາກພະແນກການຕ່າງປະເທດແຂວງ, ຂະແໜງການປ້ອງກັນຄວາມສະຫງົບ ແລະ 3 ອົງການຈັດຕັ້ງມະຫາຊົນຂອງແຕ່ລະເມືອງພາຍໃນແຂວງໄຊຍະບູລີ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງທີ່ສາກົນກຳນົດມີ 4 ອາຊະຍາກຳທີ່ຮ້າຍແຮງ ຄື: ອາຊະຍາກຳຂ້າລ້າງເຜົ່າພັນ, ອາຊະຍາກຳຕ້ານມວນມະນຸດ, ອາຊະຍາກຳສົງຄາມ ແລະ ອາຊະຍາກຳຮຸກຮານ, ໃນນັ້ນລວມມີອາຊະຍາກຳຄ້າມະນຸດ ທີ່ເປັນອາຊະຍາກຳທີ່ຮ້າຍແຮງ ມີຫຼາຍຮູບແບບ, ຫຼາຍວິທີການ, ມີລັກສະນະເຄືອຂ່າຍ ຂ້າມຊາດ, ມີຄວາມສະລັບຊັບຊ້ອນ ທີ່ມີຈຸດປະສົງຕົ້ນຕໍ ແມ່ນເພື່ອຂູດຮີດແຮງງານ ແລະ ຂູດຮີດທາງເພດ. ການຄ້າມະນຸດ ເປັນໄພຂົ່ມຂູ່ອັນຕະລາຍຢ່າງມະຫາສານຖັດຈາກການຄ້າຂາຍຢາເສບຕິດ ແລະ ອາວຸດເສິກ ໃຫ້ແກ່ພວກກໍ່ອາຊະຍາກຳ, ຊຶ່ງສະແດງອອກໃນແຕ່ລະປີ ໃນທົ່ວໂລກມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເປັນຈຳນວນຫຼາຍລ້ານຄົນ (ປະມານ 45,8 ລ້ານຄົນ, ເປັນເດັກ 10 ລ້ານຄົນ, 15,4 ລ້ານຄົນ ຖືກບັງຄັບ ໃຫ້ແຕ່ງງານ ແລະ 4,8 ລ້ານຄົນ ຖືກຂູດຮີດທາງເພດ). ຈາກນັ້ນບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ຂອງນັກວິທະຍາກອນທີ່ໄດ້ຍົກໃຫ້ເຫັນເຖິງ ສະພາບລວມຂອງຂະບວນການຄ້າມະນຸດໃນ ສປປ ລາວ ແລະ ສາກົນ ຊຶ່ງເປັນໜຶ່ງໃນອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ທີ່ຮ້າຍແຮງ ແລະ ເປັນໄພຂົ່ມຂູ່ແກ່ມວນມະນຸດ, ເປັນການລະເມີດສິດທິພື້ນຖານ ແລະ ກຽດສັກສີຂອງຄວາມເປັນມະນຸດ. ການຄ້າມະນຸດ ແມ່ນມີຫຼາຍຮູບແບບ, ຫຼາຍວິທີການ, ມີລັກສະນະເປັນເຄືອຂ່າຍຂ້າມຊາດ, ໂດຍມີຈຸດປະສົງຕົ້ນຕໍ ແມ່ນເພື່ອຂູດຮີດແຮງງານ ແລະ ຂູດຮີດທາງເພດ. ເພື່ອຕອບໂຕ້ ໄພຂົ່ມຂູ່ດັ່ງກ່າວ ລັດຖະບານລາວ ຈຶ່ງໄດ້ໃຫ້ຄວາມສຳຄັນ ໂດຍໄດ້ມີນະໂຍບາຍດ້ານງົບປະມານຈໍານວນຫຼວງຫຼາຍ ໃນແຕ່ລະປີ ແລະ ກໍານົດການຄ້າມະນຸດເປັນການກະທຳຜິດທາງອາຍາຕາມປະມວນກົດໝາຍອາຍາ ແລະ ກົດໝາຍ ວ່າດ້ວຍ ການຕ້ານການຄ້າ ມະນຸດ; ໄດ້ຮັບຮອງເອົາແຜນງານແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະທີ III ແຕ່ປີ 2021-2025 ໃນວັນທີ 28 ກັນຍາ 2021 ເປັນຕົ້ນມາ. ຈຸດປະສົງ ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ໃຫ້ແກ່ພະນັກງານ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງຂອງແຂວງໄຊຍະບູລີ ກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ນິຕິກຳພາຍໃນທີ່ກ່ຽວຂ້ອງກັບ ການຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະ ການຕ້ານການຄ້າມະນຸດ, ການຮ່ວມມືກັບສາກົນຂອງ ສປປ ລາວ ກໍຄື ກົນໄກການປະສານງານລະຫວ່າງພາກສ່ວນ ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ເປັນເວທີໃຫ້ແກ່ ນັກສຳມະນາກອນ ໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຕົວຈິງຮ່ວມກັນ ເປັນການສ້າງເຄືອຂ່າຍການຕິດຕໍ່ ປະສານງານ ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການປະສານງານໃນການປະຕິບັດໜ້າທີ່ໃຫ້ມີຄວາມວ່ອງໄວ, ທັນເຫດການ, ມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ ແລະ ສອດຄ່ອງກັບບັນດານິຕິກຳພາຍໃນຂອງ ສປປ ລາວ ແລະ ສົນທິສັນຍາສອງຝ່າຍ ແລະ ຫຼາຍຝ່າຍ ທີ່ ສປປ ລາວ ເປັນພາຄີ.

…………………..

ຂ່າວ: ມະໄລວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa