ແຂວງໄຊຍະບູລີເລົ່າຄືນມູນເຊື້ອ 2 ວັນ ປະຫວັດສາດ.

ພິທີປາຖະກະຖາເລົ່າຄືນມູນເຊື້ອ 2 ວັນ ປະຫວັດສາດສໍາຄັນຂອງຊາດ ໄດ້ຈັດຂຶ້ນໃນວັນທີ 22 ມີນາ 2024 ນີ້ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ, ໃຫ້ກຽດປາຖະກະຖາໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະພັກກອງພົນທະຫານຮາບທີ 2, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ລັດວິສາຫະກິດ, ກົມກອງ ອ້ອມຂ້າງແຂວງ, ມີບັນດາສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ການນໍາຂອງເມືອງໄຊຍະບູລີເຂົ້າຮ່ວມ.

ໃນພິທີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດປາຖະກະຖາ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະປາຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955 – 22 ມີນາ 2024) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (21 ມີນາ 1946 – 21 ມີນາ 2024) ເຊິ່ງໄດ້ຍົກໃຫ້ເຫັນສະພາບແວດລ້ອມ ຂອງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ, ການນໍາພາຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນເຖິງມື້ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ແລະ ການນໍາພາ-ຊີ້ນໍາ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 69 ປີຜ່ານມາ ຂອງພັກປະຊາຊົນປະຕິວັດລາວ ແລະ ຍົກໃຫ້ເຫັນນໍ້າໃຈພິລະອາດຫານ ຂອງອ້າຍນ້ອງນັກຮົບ ແລະ ປະຊາຊົນຊາວເມືອງທ່າແຂກ ທີ່ຕໍ່ສູ້ບໍ່ຍອມຈໍານົນຕໍ່ການຮຸກຮານ ຂອງຈັກກະພັດຝຣັ່ງ ແລະ ເຫັນໄດ້ຄວາມປ່າເຖື່ອນ, ໂຫດຫ້ຽມສາມານຂອງພວກເຂົາ ທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຊາວເມືອງທ່າແຂກ ເຊິ່ງໄດ້ກາຍເປັນວັນຄຽດແຄ້ນ ທີ່ປະຊາຊົນລາວທັງຊາດບໍ່ມີວັນຫຼົງລືມໄດ້. ຈຸດປະສົງໃນການປາຖະກະຖາໃນຄັ້ງນີ້ ກໍ່ເພື່ອເປັນການທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ໄດຍພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 69 ປີຜ່ານມາ, ເພື່ອສຶກສາອົບຮົມ, ປຸກລະດົມ ແລະ ເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຫຼາຍເຫດການປະຫວັດສາດ ເຊິ່ງປວງຊົນລາວທັງຊາດບໍ່ມີວັນລືມ.

ຂ່າວ: ມະໄລວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa