

ໃນວັນທີ 31 ສິງຫາ 2026 ນີ້, ຢູ່ທີ່ຫໍປະຊຸມບ້ານນໍ້າເຕົ່າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບສັງກະສີ ເພື່ອສ້ອມແປງຫຼັງຄາໂຮງຮຽນປະຖົມບ້ານນໍ້າເຕົ່າ ທີ່ສະພາບຊຸດໂຊມ. ໂດຍໃຫ້ກຽດຕາງໜ້າມອບຂອງ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີຄະນະກຳມະການປົກຄອງຕາແສງປາກແຄມ, ຕາງໜ້າຫ້ອງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານນໍ້າເຕົ່າ ພ້ອມດ້ວຍຄູ-ອາຈານ ເຂົ້າຮ່ວມ.
ສັງກະສີທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ມີທັງໝົດ 369 ແຜ່ນ (ຂະໜາດ 8 ຟຸດ) ເຊິ່ງໄດ້ມາຈາກການປະກອບສ່ວນ ແລະ ລະດົມທຶນຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ: ອົງການປົກຄອງເມືອງ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ 169 ແຜ່ນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງແກ່ນທ້າວ 100 ແຜ່ນ ແລະ ການລະດົມທຶນຈາກປະຊາຊົນພາຍໃນບ້ານ 100 ແຜ່ນ. ເພື່ອໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຄະນະອໍານວຍການໂຮງຮຽນ ນໍາໄປປັບປຸງອາຄານຮຽນ ໃຫ້ມີຄວາມແຂງແຮງ, ປອດໄພ ແລະ ເໝາະສົມກັບການຮຽນ-ການສອນຂອງຄູ ແລະ ນັກຮຽນໃນຕໍ່ໜ້າ.