

ເມືອງພຽງ ແຂວງ ໄຊຍະບູລີ ຈັດພິທີບາສີສູ່ຂວັນເນື່ອງໃນໂອກາດປີໃໜ່ລາວ ພສ 2569 ໃນຕອນເຊົ້າຂອງວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມຂອງເມືອງໂດຍການເຂົ້າຮ່ວມພິທີຂອງທ່ານ ເສນ ພັນລັກ ກຳມະການພັກແຂວງ ເລຂາພັກເມືອງໆພຽງ ,ມີບັນດາການນຳຂອງເມືອງ, ອາດິດການນຳເມືອງ, ພະນັກງານອາວຸໂສບຳນານ,ແຂກຖືກເຊີນ,ພະນັກງານຫຼັກແຫຼ່ງຂອງເມືອງ,ອຳນາດການປົກຄອງບ້ານເທດສະບານເມືອງພ້ອມເຖົ້າແກ່ແນວໂຮມເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມພິທີບາສີສູ່ຂວັນອັນເປັນສິຣິມຸງຄຸນຄັ້ງນີ້ ທ່ານ ເສນ ພັນລັກ ເລຂາພັກເມືອງເມືອງພຽງໄດ້ຂື້ນກ່າວຄຳອວຍພອນຕໍ່ພິທີເຊິ່ງທ່ານໄດ້ນໍາເອົາ ຄວາມຮັກແພງ ແລະ ອວຍພອນໄຊອັນປະເສີດເນື່ອງໃນໂອກາດສົ່ງທ້າຍປີເກົ່າ ປີ (ມະເສັງ) ພສ 2568 ແລະ ຕ້ອນຮັບປີໃໝ່ ປີ (ມະເມຍ) ພສ 2569 ເຊິ່ງເປັນປາງບຸນໃຫຍ່ຂອງຊາດ ໃນຮີດ 12 ຄອງ 14 ທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ; ສະນັ້ນ ເພື່ອສະແດງເຖິງ ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ມີຜົນງານ ໃນການນໍາພາ-ຊີ້ນໍາ ຂອງບັນດາທ່ານ ອະດີດການນໍາ ຂອງເມືອງ, ພະນັກງານປະຕິວັດອາວຸໂສບຳນານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າສະເພາະກໍ່ຄືເມືອງພຽງທີ່ຢູ່ພາຍໃຕ້ການນໍາພາ-ຊີ້ນໍາຂອງບັນດາຄະນະບໍລິຫານງານພັກເມືອງໃນຕະຫຼອດໄລຍະຜ່ານມາ ທີ່ໄດ້ເຮັດໃຫ້ເມືອງພຽງໄດ້ ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ. ແລະການຈັດພິທີບາສີສູ່ຂວັນຄັ້ງນີ້ຍັງເປັນການສ້າງເງື່ອນໄຂໃຫ້ບັນດາທ່ານອະດີດການນຳ,ພະນັກງານອາວຸໂສບຳນານແລະພະນັກງານພາຍໃນເມືອງຕະຫຼອດຮອດການຈັດຕັ້ງຂັ້ນຕ່າງໆໄດ້ມາພົບປະ, ມາ ອວຍພອນເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີອັນດີງາມຂອງຊາດ-ຂອງຊາວພຸດພວກເພື່ອຖືໂອກາດອວຍພອນ,ຫົດສົງ,ເຊິ່ງກັນແລະກັນໃນການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ໃຫ້ມີສຸຂະພາບເຂັ້ມແຂງປະສະຈາກໂລກໄພໄຂ້ເຈັບ,ພ້ອມທັງຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ,ທັງເປັນການອານຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດໄວ້ໃຫ້ຢືນຍົງຕະຫຼອດໄປ.