ເມືອງຊຽງຮ່ອນຈັກກອງປະຊຸມກະກຽມພິທີປະກາດສ້າງຕັ້ງຕາແສງ

ກອງປະຊຸມການກະກຽມພິທີປະກາດສ້າງຕັ້ງຕາແສງທົ່ງກາບ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 22 ເມສາ 2026ນີ້ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ມີບັນດາກຳມະການປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ກົມກອງ ອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນ ເລົາ ກຳມະການປະຈຳພັກເມືອງ ຫົວໜ້າຫ້ອງຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ສະບັບເລກທີ 74/ຄພມ ລົງວັນທີ 21 ເມສາ 2026 ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບຊີ້ນຳ ແລະ ຄະນະກຳມະການກະກຽມພິທີປະກາດສ້າງຕັ້ງຕາແສງທົ່ງກາບ. ຕາແສງທົ່ງກາບຕັ້ງຢູ່ທາງທິດຕາເວັນຕົກຂອງເມືອງຊຽງຮ່ອນຫ່າງ​ອອກ​ຈາກ​ເທດ​ສະ​ບານ​ເມືອຊຽງຮ່ອນ ປະ​ມານ 10,5 ກິ​ໂລ​ແມັດ ທາງທິດເໜືອຕິດກັບບ້ານລັບ ແລະ ບ້ານ ດອນຕັນ, ທາງທິດໃຕ້ຕິດກັບ​ ອໍາເພີສອງແຄວ ຈັ່ງຫວັດນ່ານ ຣາຊາອານາຈັກໄທ, ທາງທິດຕາເວັນອອກຕິດກັບ​ອຳເພີທົ່ງຊ້າງ ຈັ່ງຫວັດນ່ານ ຣາຊາອານາຈັກໄທ, ທາງທິດຕາເວັນຕົກຕິດກັບ​ເມືອງຄອບ. ຕາແສງທົ່ງກາບເປັນເຂດພູ​­ພຽງກວມເອົາ 60% ແລະ ເຂດພູ​ດອຍ ກວມເອົາ 40%;ເຊິ່ງເປັນເຂດທີ່ມີດິນປູກຝັງທີ່ອຸດົມສົມບູນທາງດ້ານທໍາມະຊາດ,ມີນໍ້າຫຼາຍ​ສາຍໄຫຼຜ່ານເໝາະສົມແກ່ການປູກຝັງ ແລະ ລ້ຽງສັດ ເປັນສິນຄ້າ ປະຊາຊົນມີມູນເຊື້ອດຸໝັ່ນ ມີຮີດຄອງປະເພນີຫຼາຍສີສັນ ເຊິ່ງເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການທ່ອງທ່ຽວທໍາມະຊາດ, ເປັນເຂດທີ່ມີຄວາມເໝາະສົມແກ່ການຄ້າຂາຍທີ່ສະດວກມີເສັ້ນທາງຫຼວງແຫ່ງຊາດ 2A ຜ່ານ ເຊິ່ງ​ເປັນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ລະ​ຫວ່າງ​ເມືອງ​ຊຽງຮ່ອນ ແລະ ເມືອງຄອບ.ຕາແສງ ທົ່ງກາບ ມີເນື້ອທີ່ທັງໝົດ 1.895,996 ກິໂລຕາແມັດ, ປະກອບມີ 9 ບ້ານຄື: ບ້ານທົ່ງກາບ, ບ້ານປົ່ງແປ້ນ, ບ້ານແກສີພົມ, ບ້ານນໍ້າລ້ອມ, ບ້ານສີນົກໄຊ້, ບ້ານຫ້ວຍຕອງ, ບ້ານພູລ້ານ, ບ້ານຫ້ວຍຮາກ ແລະ ບ້ານນໍ້າຄ່ອມ. ເປັນບ້ານພັດທະນາ 6 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງ 9 ບ້ານ, ປ້ອງກັນຄວາມສະຫງົບ 9 ບ້ານ, ບ້ານ ປະຕິບັດກົດໝາຍດີ 9 ບ້ານ ແລະ ເປັນບ້ານວັດທະນະທໍາ 9 ບ້ານ. ມີພົນລະເມືອງທັງໝົດ 8.542 ຄົນ, ຍິງ 4.310 ຄົນ, ມີ 1.666 ຄອບຄົວ, ມີ 123 ໜ່ວຍ ພົນລະເມືອງແບ່ງຕາມເຜົ່າ: ເຜົ່າລາວ, ກວມເອົາ 1,2 %, ເຜົ່າຍວນ ກວມເອົາ 14,2 %,ເຜົ່າລື້ ກວມເອົາ 17,88 %, ເຜົ່າມົ້ງ  ກວມເອົາ 29,1%,ເຜົ່າກືມມຸ ກວມເອົາ 31,24%, ເຜົ່າໄປຣ່ ກວມເອົາ 6,35 %, ເຜົ່າໄທດໍາ  ກວມເອົາ 0.01 %. ອັດຕາຄວາມໜາແໜ້ນຂອງປະຊາກອນ 22 ຄົນ/ກິໂລຕາແມັດ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກບການຫ້າງຫາກະກຽມພິທີປະກາດສ້າງຕັ້ງຕາແສງທົ່ງກາບ ຕ້ອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການຊີ້ນຳຈາກປະທານກອງປະຊຸມ ເພື່ອເຮັດໃຫ້ການກະກຽມປະກາດສ້າງຕັ້ງຕາແສງໃນຄັ້ງນີ້ໄດ້ດຳເນີນໄປຕາມກຳນົດເວລາທີ່ວາງອອກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa