

ພິທີປະກາດສ້າງຕັ້ງຕາແສງ ຊຽງລົມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 27 ມິຖຸນາ 2026 ນີ້ ຢູ່ທີ່ເດີ່ນກິລາຂອງເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ຄຳຜິວ ພັນທະວົງ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ຜູ້ຊີ້ນຳເມືອງຊຽງຮ່ອນ, ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ກໍາມະການພັກແຂວງ, ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ, ທ່ານ ບຸນຈັນ ແກ້ວວິຊາ ປະທານຄະນະກຳມະການປົກຄອງເມືອງຊຽງຮ່ອນ ມີຮອງປະທານຄະນະກຳມະການປົກຄອງເມືອງ, ທິມງານຂອງແຂວງ, ການນໍາຂັ້ນເມືອງ, ພະນັກງານ, ທະຫານ, ຕໍາຫຼວດ, ອົງການປົກຄອງບ້ານ ກ້ອນກໍາລັງປະຊາຊົນເຂດບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ບຸນຈັນ ແກ້ວວິຊາ ປະທານຄະນະກໍາມະການປົກຄອງເມືອງຊຽງຮ່ອນ ໄດ້ລາຍງານການກະກຽມສ້າງຕັ້ງຕາແສງ ຊຽງລົມ ຕໍ່ພິທີວ່າ: ເຂດທີ່ຈະສ້າງຕາແສງຊຽງລົມ ຕັ້ງຢູ່ບ້ານໃໝ່ໜອງຊາງ, ເຊິ່ງແມ່ນໃຈກາງຂອງເມືອງຊຽງຮ່ອນ, ທາງທິດເໜືອ ຕິດກັບບ້ານ ນໍ້າກອກ ແລະບ້ານລາວສະໂນ; ທາງທິດໃຕ້ ຕິດກັບອຳເພີທົ່ງຊ້າງຈັ່ງຫວັດນ່ານ ຣາຊາອານາຈັກໄທ; ທາງທິດຕາເວັນອອກ ຕິດກັບບ້ານດອນໄຊ ແລະ ທາງທິດຕາເວັນຕົກ ຕິດກັບບ້ານນ້ຳຄ່ອມ. ຕາແສງຊຽງລົມເປັນເຂດທົ່ງພຽງທີ່ມີເນື້ອທີ່ກ້ວາງຂວາງ ເລາະລຽບຕາມແຄມແມ່ນໍ້າງື່ມ. ນ້ຳຄ່ອມ ແລະ ນ້ຳມ່າວ. ມີດິນປຸກຝັງທີ່ງົດງາມ-ອຸດົມສົມບູນເໝາະແກ່ເຮັດການກະສິກໍາ, ມີຄວາມສວຍສົດງົດງາມທາງດ້ານທໍາມະຊາດ, ມີສະຖານທີ່ທ່ອງທ່ຽວທາງດ້ານທໍາມະຊາດ, ດ້ານປະຫວັດສາດ, ດ້ານວັດທະນະທໍາເຊັ່ນ: ຖ້ຳອຸຕຸມຄຳ ບ້ານຂິ່ງ, ພຣະທາດຊຽງລົມ ແລະ ຮອຍຕີນພຣະບາດ ຢູ່ວັດບ້ານລັບ ແລະ ມີເສັ້ນທາງຫຼວງແຫ່ງຊາດເລກ 2A ຜ່ານແຕ່ເມືອງເງິນ ອອກສູ່ເມືອງຄອບ. ຕາແສງຊຽງລົມ ມີເນື້ອທີ່ທັງໝົດ 157,13 ກິໂລຕາແມັດ, ປະກອບມີ 13 ບ້ານຄື: ບ້ານ ໃໝ່ໜອງຊາງ, ບ້ານຊ້າງ, ບ້ານແກ່ນ, ບ້ານດອນເຟືອງ, ບ້ານຂິ່ງ, ບ້ານຄ້້ຳ, ບ້ານປົ່ງ, ບ້ານກູກ, ບ້ານທາດ, ບ້ານດອນຕັນ, ບ້ານປ່າຫວ້ານ, ບ້ານດອນໄຈ ແລະ ບ້ານລັບ. ມີພົນລະເມືອງທັງໝົດ 12.779 ຄົນ, ຍິງ 6.349 ຄົນ,ມີ 2.793 ຄອບຄົວ, ມີພົນລະເມືອງແບ່ງຕາມເຜົ່າ: ເຜົ່າລາວ 661 ຄົນ, ຍິງ 287 ຄົນ, ກວມເອົາ 5.17 %, ເຜົ່າຍວນ 4.881 ຄົນ, ຍິງ 2.448 ຄົນ,ກວມເອົາ 38.19 %, ເຜົ່າລື້ 6.003 ຄົນ, ຍິງ 2.997 ຄົນ, ກວມເອົາ 46.97 %, ເຜົ່າມົ້ງ 514 ຄົນ, ຍິງ 262 ຄົນ, ກວມເອົາ 4.02%, ເຜົ່າກືມມຸ 687 ຄົນ,ຍິງ 339 ຄົນ, ກວມເອົາ 5.37%, ເຜົ່າໄປຣ່ 04 ຄົນ, ຍິງ 01 ຄົນ, ກວມເອົາ 0.03 %, ເຜົ່າໄທດໍາ 10 ຄົນ, ຍິງ 05 ຄົນ, ກວມເອົາ 0.07 %; ເຜົ່າພູນ້ອຍ 19 ຄົນ, ຍິງ 10 ຄົນ, ກວມເອົາ 0.14 %. ຄະນະກຳມະການປົກຄອງຕາແສງມີພະນັກງານທັງໝົດ 13 ທ່ານ: ປະທານຄະນະກໍາມະການປົກຄອງຕາແສງ1 ທ່ານ; ຮອງປະທານຄະນະກຳມະການປົກຄອງຕາແສງ 2 ທ່ານ; ຄະນະກຳມະການປົກຄອງຕາແສງ5 ທ່ານຄວບຕໍ່າແໜ່ງຫົວໜ້າໜ່ວຍງານ; ມີພະນັກງານຜູ້ຊ່ວຍວຽກ 5 ທ່ານ; ປະຈຸບັນມີຕົວຈິງ 8 ທ່ານ, ຍິງ 1 ທ່ານ ແລະ ຕ້ອງການພະນັກງານຊ່ວຍວຽກອີກ 5 ທ່ານ. ມີໜ່ວຍພັກບ້ານ ແລະ ໜ່ວຍພັກສຳນັກງານອົງການອ້ອມຂ້າງເມືອງທັງໝົດ 41 ໜ່ວຍ, ໃນນີ້ ມີໜ່ວຍພັກບ້ານ 13 ໜ່ວຍ, ໜ່ວຍພັກສໍານັກງານອົງການ 27 ໜ່ວຍ ແລະ ໜ່ວຍພັກຕາແສງ 1 ໜ່ວຍ, ສະມາຊິກພັກສົມບູນ 639 ສະຫາຍ, ຍິງ 243 ສະຫາຍ ແລະ ສະມາຊິກພັກສໍາຮອງ 19 ສະຫາຍ, ຍິງ 9 ສະຫາຍ. ຈາກນັ້ນ ທ່ານ ຫຸມ ມະໄລຄຳ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ສະບັບເລກທີ 2154/ຄປຂ ລົງວັນທີ 26 ທັນວາ 2025 ວ່າດ້ວຍການສ້າງຕັ້ງຕາແສງ ຢູ່ເມືອງຊຽງຮ່ອນ. ຈາກນັ້ນທ່ານ ສົມບູນ ຂຽວພະນາ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງຊຽງລົມ, ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຫ້ອງການຕາແສງຊຽງລົມ, ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງ ປະທານ ແລະຮອງປະທານຄະນະກຳມະການປົກຄອງຕາແສງຊຽງລົມຄື: ຕົກລົງແຕ່ງຕັ້ງທ່ານ ອິ່ນ ບຸນຍາວົງ ເປັນປະທານຄະນະກຳມະການປົກຄອງຕາແສງ, ແຕ່ງຕັ້ງທ່ານ ກາສີ ປິ່ນແກ້ວ ແລະ ທ່ານ ພັທ ທອງດໍາ ພິມກັນຍາ ເປັນຮອງປະທານຄະນະກຳມະການປົກຄອງຕາແສງຊຽງລົມ ພ້ອມທັງ ຜ່ານລາຍຊື່ບຸກຄະລາກອນທີ່ຈະມາປະຈຳຢູ່ຕາແສງຕື່ມຈຳນວນໜຶ່ງ. ໃນໂອກາດທີ່ທ່ານ ນາງ ຄຳຜິວ ພັນທະວົງ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ໄດ້ເຂົ້ຮ່ວມເປີດພິທີໃນຄັ້ງນີ້ ທ່ານຍັງໄດ້ມີຄໍາເຫັນໂອ້ລົມໂດຍໄດ້ກ່າວວ່າ: ຄະນະກໍາມະການປົກຄອງຕາແສງ ແລະ ອົງການປົກຄອງບ້ານຈະຕ້ອງໄດ້ຕັ້ງເຊື່ອມຊືມຜັນຂະຫຍາຍນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຕາແສງ ພ້ອມກັນນໍາພາຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້; ຍົກສູງຄວາມຮັບຜິດຊອບຂອງຕົນໃນການຈັດຕັ້ງນໍາພາຢ່າງລວມສູນ, ເປັນເອກະພາບສອດຄ່ອງກັບນິຕິກໍາ ແລະ ກົດໝາຍ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ທັນກັບສະພາບການ; ເສີມຂະຫຍາຍສິດເປັນເຈົ້າ ແລະ ປະຊາທິປະໄຕຂອງປະຊາຊົນ, ເສດຖະກິດ ແລະ ວັດທະນະທໍາຕ້ອງໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາໃຫ້ດີຂື້ນ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຜັນຂະຫຍາຍວຽກງານ 3 ສ້າງກໍ່ຄືການແບ່ງຂັ້ນຄຸ້ມຄອງເພື່ອສ້າງຄວາມເຂັ້ມແຂງໃນລະບົບການບໍລິຫານລັດໃນໄລຍະໃໝ່, ສືບຕໍ່ເຮັດໜ້າທີ່ນໍາພາຮັບໃຊ້ການບໍລິການ ແລະ ເຕົ້າໂຮມຄວາມສາມັກຄີ ປະຊາຊົນ ບັນດາເຜົ່າພາຍໃນຕາແສງໃຫ້ມີຄວາມແໜ້ນແປ້ນ. ຕອນທ້າຍ ປະທານ ແລະ ຄະນະປະທານໄດ້ຮ່ວມກັນ ລັ່ນຄ້ອງ 9 ບາດ, ຕັດແຖບຜ້າ ແລະ ເປີດປ້າຍຫ້ອງການຕາແສງຊຽງລົມ ຢ່າງເປັນທາງການ ເພື່ອເປັນຂີດໝາຍແຫ່ງການເລີ່ມຕົ້ນປະຕິບັດວຽກງານຂອງຕາແສງດັ່ງກ່າວ.