ເມືອງແກ່ນທ້າວ ໄຂກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ VIII

ໃນຕອນເຊົ້າວັນທີ 9 ກໍລະກົດ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໄຂກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ສະໄໝທີ VIII ຂຶ້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ, ປະ​ທານ​ຄະ​ນະ​ກວດ​ກາ​ພັກ​ແຂວງ, ຜູ້​ຊີ້​ນຳ​ເມືອງ​ແກ່ນ​ທ້າວ. ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລ​ຂາ-ຮອງ​ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ, ເລ​ຂາໜ່ວຍ​ພັກສຳ​ນັກ​ງານ-ອົງ​ການ, ກົມກອງ, ອົງ​ການ​​ຈັດ​ຕັ້ງ, ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ, ລັດ​ວິ​ສາ​ຫະ​ກິດ, ດ່ານ​ສາ​ກົນ, ໂຮງ​ຮຽນ, ໂຮງ​ໝໍ ແລະ ເລ​ຂາ​ໜ່ວຍ​ພັກ​ບ້ານ​ໃນ​ທົ່ວ​ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ສະຫາຍ ຄໍາປຸ່ນ ນວນສະບັບ ໄດ້ກ່າວເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ ໄຂຂຶ້ນທາມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນຊາວເມືອງແກ່ນທ້າວ ພວມຕັ້ງໜ້າຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XII ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ອົງຄະ​ນະ​ພັກແຂວງ ແລະ ຄັ້ງ​ທີ VIII ຂອງ​ອົງຄະ​ນະ​ພັກເມືອງ ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ. ອັນ​ພົ້ນ​ເດັ່ນ​ແມ່ນເມືອງແກ່ນທ້າວ​ໄດ້​ສຳ​ເລັດ​ການ​ປະ​ກາດ​ສ້າງ​ຕັ້ງ​ຕາ​ແສງ​ໃນ​ທົ່ວ​ເມືອງຢ່າງເປັນຂະບວນຟົດຟື້ນ.

ກອງປະຊຸມຄັ້ງນີ້ ຈະ​ດໍາ​ເນີນ​ເປັນ​ເວລາ 2 ວັນ​​, ເຊິ່ງຜູ້ເຂົ້າຮ່ວມຈະ​ໄດ້ຮັບ​ຟັງ​ການສະຫຼຸບຕີລາຄາການ​​ນຳ​ພາ-ຊີ້ນໍາ ປະຕິບັດວຽກງານຮອບດ້ານ ​ໃນ​ໄລ​ຍະ 6 ເດືອນ​ຕົ້ນປີ ​ແລະ ວາງ​ທິດ​ທາງ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2026, ພ້ອມທັງ​ຮັບ​ຟັງ​ການ​ເຜີຍ​ແຜ່ນິ​ຕິ​ກຳ​ປິ່ນ​ອ້ອມ​ອື່ນໆ. ພ້ອມກັນນີ້, ບັນດາ​ສະຫາຍ​ຜູ້​ແທນ​ຈະ​ໄດ້​ຮ່ວມກັນຄົ້ນຄ້ວາ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ເພື່ອແລກປ່ຽນຖອດຖອນບົດຮຽນ, ຍົກ​ໃຫ້​ເຫັນບັນຫາ, ສະພາບການທີ່ພົ້ນເດັ່ນ ພ້ອມທັງຊອກຫາວິທີການແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃນຕໍ່ໜ້າ.

ໃນຕອນທ້າຍ, ສະຫາຍເລຂາພັກເມືອງ ຍັງໄດ້ຮຽກຮ້ອງມາຍັງບັນດາ​ສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ເອົາໃຈໃສ່ປະຕິບັດໂມງເວລາ, ເປັນ​ເຈົ້າ​ການເສີມຂະຫຍາຍຫົວຄິດປະດິດສ້າງ, ສຸມ​ສະຕິ​ປັນຍາ​ເຂົ້າໃນການຄົ້ນຄວ້າ ແລະ ປະກອບ​ຄຳ​ເຫັນຢ່າງສົມເຫດສົມຜົນ, ສ້າງສັນ, ເພື່ອສາມາດນຳໄປຈັດຕັ້ງປະຕິບັດຢູ່​ໃນກົມກອງ ຕາມຄວາມຮັບຜິດຊອບຂອງຕົນ​ໃຫ້ເກີດຜົນເປັນຈິງ ​ແລະ ​ເຮັດ​ໃຫ້​ກອງປະຊຸມ​ຄັ້ງນີ້ ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ທຸກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa