

ໃນເຊົ້າຂອງວັນທີ່ 30 ຕຸລາ 2026 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ 5 ປີ 2021-2025 ຂອງອົງຄະນະພັກກອງບັນຊາການ ປກສ ແຂວງ. ໂດຍການເປັນປະທານຂອງ ສະຫາຍ ພັອ ບຸນຫຼ້າ ສຸລິຍາ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມໂດຍ ສະຫາຍ ໜູໄຊ ນໍກີຢາ ກຳມະການພັກແຂວງ, ຮອງປະທານຄະນະກວດກາພັກແຂວງ, ມີປະທານກວດກາພັກ, ຄະນະພັກ – ຄະນະບັນຊາ, ຫົວໜ້າ-ຮອງຫົວໜ້າຫ້ອງ, ກອງ, ຄ້າຍ, ປກສ 11 ເມືອງ ແລະ ພະນັກງານຫຼັກແຫຼ່ງທົ່ວອົງຄະນະພັກ ປກສ ແຂວງເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ພັອ ບຸນຫຼ້າ ສຸລິຍາ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ, ສະຫາຍ ພັອ ວົງເພັດ ແກ້ວມະນີ ປະທານກວດກາພັກ ຮອງກອງບັນຊາການ ປກສ ແຂວງ ໄດ້ຂື້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 5 ປີ 2021-2025 ຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ພາຍໃນແຂວງ ກໍ່ຄືອົງຄະນະພັກກອງບັນຊາການ ປກສ ແຂວງ ຕະຫຼອດໄລຍະຜ່ານມາ ຄະນະພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຕິດຕາມ, ກວດກາ ສະມາຊິກພັກ-ນາຍ ແລະ ພົນຕຳຫຼວດ ຢ່າງເປັນປົກກະຕິ, ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໄດ້ຢ່າງທັນການ, ເຮັດໃຫ້ກຳລັງມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ. ພ້ອມກັນນັ້ນ, ໃນກອງປະຊຸມກໍ່ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະ 5 ປີ ຜ່ານມາ ເພື່ອເປັນທິດທາງໃນການປັບປຸງແກ້ໄຂໃນຕໍ່ໜ້າ,ໃນກອງປະຊຸມຄະນະພັກກອງບັນຊາການ ປກສ ແຂວງ ກໍ່ໄດ້ຂື້ນຜ່ານມະຕິຕົກລົງວ່າດ້ວຍການຮັບຮອງເອົາແຜນພັດທະນາວຽກງານກວດກາ ຂອງແຂວງໄຊຍະບູລີ 5 ປີ 2026-2030 ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ຂື້ນປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ.
ໃນຕອນທ້າຍຂອງກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກ ສະຫາຍ ໜູໄຊ ນໍກີຢາ ກຳມະການພັກແຂວງ, ຮອງປະທານຄະນະກວດກາພັກແຂວງ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກພັກ ທົ່ວກອງບັນຊາການ ປກສ ແຂວງ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທິດທາງແຜນການ 5 ປີຕໍ່ໜ້າ ທີ່ກອງປະຊຸມໄດ້ຮັບຮອງເອົາ ນັ້ນໃຫ້ປະກົດຜົນເປັນຈິງ ຢ່າງມີປະສິດທິຜົນສູງ.