ເມືອງຫົງສາ ເຂົ້າຮ່ວມປະຊຸມທາງໄກ (ດ້ວຍລະບົບອອນລາຍ) ກອງປະຊຸມ ສະຫຼຸບວຽກງານ ຄະນະກຳມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກ ແຂວງໄຊຍະບູລີ ປະຈຳປີ 2026.

ໃນຕອນເຊົ້າຂອງວັນທີ 17 ພະຈິກ 2026 ນີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການເມືອງຫົງສາ ແຂວງໄຊຍະບູລີ ຄະນະກຳມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກຂັ້ນເມືອງ ໄດ້ເຂົ້າຮ່ວມປະຊຸມທາງໄກ (ດ້ວຍລະບົບອອນລາຍ) ກອງປະຊຸມ ສະຫຼຸບວຽກງານຂອງຄະນະກຳມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກ ແຂວງໄຊຍະບູລີ ປະຈຳປີ 2026 ແບບເຊິ່ງໜ້າ ແລະ ທາງໄກ (ດ້ວຍລະບົບອອນລາຍ), ໂດຍການເປັນປະທານຂອງທ່ານ ອາເມ ຊົງເຍ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກຂັ້ນແຂວງ, ມີຄະນະກຳມາທິການຂັ້ນແຂວງ, ຂັ້ນເມືອງ, ພະນັກງານສະຫະພັນແມ່ຍິງແຂວງ ແລະ ໜ່ວຍງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍຂັ້ນແຂວງ ແລະ ຂັ້ນເມືອງ 11 ເມືອງເຂົ້າຮ່ວມ.

ທ່ານນາງ ສາຍຄຳ ເພັດປັນຍາ ຮອງປະທານສະຫະພັນແມ່ຍິງແຂວງ, ຮອງປະທານຄະນະກຳມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແມ່ ແລະ ເດັກຂັ້ນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກຂັ້ນແຂວງ ປະຈໍາປີ 2026 ແລະ ທິດທາງແຜນການປີ 2027, ໂດຍຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານໄລຍະຜ່ານມາ, ດ້ານດີ, ບັນຫາທີ່ຍັງຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ຮັບຟັງການຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 1524/ຈຂ.ຊຍ, ລົງວັນທີ 23/10/2023 ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມາທິການເພື່ອຄວາມກ້າວໜ້າຂອແມ່ຍິງ, ແມ່ ແລະ ເດັກຂັ້ນແຂວງ; ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ ທີ່ ສປປລາວ ເປັນພາຄີ ຫັນມາເປັນແຜນດຳເນີນງານ, ແຜນງານ, ໂຄງການລະອຽດ  ພ້ອມທັງຈັດຕັ້ງປະຕິບັດຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ  ເປັນຕົ້ນແມ່ນ  ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ, ແຜນດໍາເນີນງານກ່ຽວກັບການປ້ອງກັນ ແລະ ລືບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ, ແຜນດໍາເນີນງານວຽກແມ່ ແລະ ເດັກ, ບັນດານິຕິກໍາ, ສົນທິສັນຍາສາກົນຕ່າງໆ ທີ່ກ່ຽວຂ້ອງກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ. ພ້ອມນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນຕໍ່ບັນດາວຽກງານຕ່າງໆເພື່ອພ້ອມກັນປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ຫນ້າ.

ໃນໂອກາດດັ່ງກ່າວ ຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຈາກທ່ານ ອາເມ ຊົງເຍ້ຽເລັ່ງ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກຂັ້ນແຂວງຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa