ເມືອງຊຽງຮ່ອນຮ່ວມກອງປະຊຸມຄົບຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງໄຊຍະບູລີ

ສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນໄດ້ເຂົ້າຮ່ວມ ກອງປະຊຸມຄົບຄະນະ ຂອງຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງ ປະຈຳປີ 2026 ໂດຍການເຂົ້າຮ່ວມຂອງ ທ່ານ ແສງອາທິດ ລາວເບຼຍຢາທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຊຽງຮ່ອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມທາງໄກ. ກອງປະຊຸມໄດ້ຈັດຂື້ນໃນວັນທີ 16 ພະຈິກ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນ. ວຽງຄໍາ ຈັນທະວົງ ຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງ; ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳ ໂດຍທ່ານ ດຣ. ນ. ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ມີບັນດາສະມາຊິກສະພາປະຊາຊົນແຂວງ ທີ່ສັງກັດຄະນະກຳມະການດັ່ງກ່າວ, ຜູ້ຕາງໜ້າຈາກພະແນກການ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຕີລາຄາການເຄື່ອນໄຫວວຽກງານ ປະຈຳປີ 2026 ເຊິ່ງໜຶ່ງປີຜ່ານມາ ຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງ ໄດ້ຕັ້ງໜ້າປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມກົດໝາຍຢ່າງຕັ້ງໜ້າ ໂດຍພົ້ນເດັ່ນແມ່ນ: ດ້ານນິຕິກຳ: ໄດ້ມີສ່ວນຮ່ວມໃນການອອກມະຕິຮັບຮອງຂອງຄະນະປະຈຳສະພາປະຊາຊົນແຂວງ ທີ່ຕິດພັນກັບຂົງເຂດເສດຖະກິດ-ການເງິນ ຈຳນວນ 16 ສະບັບ, ຕິດຕາມຊຸກຍູ້ການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ 3 ສະບັບ ພ້ອມທັງເປັນຕົວແທນໃຫ້ແກ່ຜູ້ມີສິດເລືອກຕັ້ງ ລົງພົບປະປະຊາຊົນ; ດ້ານການຕົກລົງບັນຫາສຳຄັນຂອງແຂວງ: ໄດ້ຄົ້ນຄວ້າ ແລະ ສະເໜີຮັບຮອງເອົາແຜນການລົງທຶນຂອງລັດ ປະຈຳປີ 2026 (ບ້ວງປົກກະຕິ) 351 ໂຄງການ ມູນຄ່າ 138,29 ຕື້ກີບ, ການຈັດສັນງົບປະມານບ້ວງກອງທຶນທາງ, ການພິຈາລະນາຫັນປ່ຽນປະເພດປ່າໄມ້ ເພື່ອໂຄງການພັດທະນາແລວສາຍສົ່ງໄຟຟ້າ, ຕະຫຼອດການຄົ້ນຄວ້າ ແລະ ດັດແກ້ແຜນງົບປະມານຕ່າງໆ ຢ່າງມີປະສິດທິຜົນ; ດ້ານການຕິດ ຕາມກວດກາ: ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິຕ່າງໆ ຢູ່ 11 ເມືອງ, ໃນຕອນທ້າຍຂອງກອງປະຊຸມ, ຜູ້ແທນຍັງໄດ້ຮ່ວມກັນພິຈາລະນາ ແລະ ຮັບຮອງເອົາ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ເຊິ່ງເນັ້ນໃສ່ການເພີ່ມທະວີວຽກງານສ້າງ ແລະ ປັບປຸງນິຕິກຳ, ຍົກສູງຄຸນນະພາບການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ແລະ ງົບປະມານແຫ່ງລັດ, ພ້ອມທັງຮັດແໜ້ນການປະສານສົມທົບ ລະຫວ່າງ ຄະນະກຳມະການ ກັບ ບັນດາພະແນກການອ້ອມຂ້າງແຂວງ ສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງ ໃຫ້ມີຄວາມກົມກຽວ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa