

ໃນຕອນເຊົ້າວັນທີ 16 ເມສາ 2026 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ເປີດນໍາໃຊ້ເສັ້ນປູຢາງ ແລະ ເສັ້ນທາງເບຕົງເທດສະບານເມືອງຢ່າງເປັນທາງການ ຢູ່ທີ່ເສັ້ນທາງເບຕົງດັ່ງກ່າວ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິການງານພັກເມືອງແກ່ນທ້າວ, ທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິການງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ມີອະດີດການນໍາຂັ້ນແຂວງ, ບັນດາກໍາມະການປະຈໍາພັກເມືອງ, ກໍາມະກໍາພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ນັກທຸລະກິດ-ຜູ້ປະກອບການ, ພະນັກງານ-ລັດຖະກອນ ແລະ ອົງການປົກຄອງບ້ານພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ໄດ້ລາຍງານໃຫ້ຮູ້ ວ່າ: ໂຄງການກໍ່ສ້າງ ເສັ້ນທາງປູຢາງ ແຕ່ຫ້າແຍກຕະຫຼາດ ຫາ ທາງເຂົ້າດ່ານສາກົນຂົວມິດຕະພາບນໍ້າເຫືອງ ຄວາມຍາວ 5,7 ກິໂລແມັດ, ມູນຄ່າ 34,66 ຕື້ກີບ ໂດຍແມ່ນບໍລິສັດ ວິໄລພອນ 1818 ກໍ່ສ້າງຂົວ-ທາງ ຈຳກັດ ຮັບເໝົາກໍ່ສ້າງ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ມີນາ 2025 ແລະ ໄດ້ສໍາເລັດໃນເດືອນ ມິຖຸນາ 2025, ໂຄງການກໍ່ສ້າງສ້ອມແປງຟື້ນຟູເສັ້ນທາງປູຢາງເທດສະບານເມືອງ ຈໍານວນ 21 ເສັ້ນ, ຄວາມຍາວ 8,6 ກິໂລເມັດ, ມູນຄ່າ 21,16 ຕື້ກີບ, ໂດຍແມ່ນບໍລິສັດ ສົມວັນຈະເລີນ ກໍ່ສ້າງຂົວ-ທາງ ແລະ ເຄຫະສະຖານ ຈຳກັດ ຮັບເໝົາກໍ່ສ້າງ ເຊິ່ງເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ສິງຫາ 2025 ມາຮອດປະຈຸບັນປະຕິບັດໄດ້ 91,5% ແລະ ໂຄງການກໍ່ສ້າງທາງເບຕົງແຕ່ໜ້າຫ້ອງວ່າການເມືອງ ຫາ ໜ້າວັດສີພູມ ໂດຍການປະກອບສ່ວນທຶນຂອງປະຊາຊົນ 9 ບ້ານເທດສະບານ, ນັກທຸລະກິດ-ຜູ້ປະກອບການ ແລະ ການຈັດຕັ້ງພາກລັດ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ. ເສັ້ນທາງດັ່ງກ່າວ ມີຄວາມຍາວ 750 ແມັດ, ກວ້າງ 6,5 ແມັດ ແລະ 7 ແມັດ, ມູນຄ່າທັງໝົດ 3.087.148.509 ກີບ. ໃນນັ້ນ, ມູນຄ່າກໍ່ສ້າງໜ້າທາງ 1.856.229.700 ກີບ, ມູນຄ່າກໍ່ສ້າງຮ່ອງລະບາຍນໍ້າ (ວາງທໍ່ຂ້າງທາງ) ແລະ ທາງຍ່າງ ມູນຄ່າ 1.170.918.809 ກີບ ແລະ ມູນຄ່າການກໍ່ສ້າງປະຕູໂຂງເພື່ອບໍ່ໃຫ້ລົດບັນທຸກແລ່ນຜ່ານ ມູນຄ່າ 60.000.000 ກີບ ໂດຍແມ່ນບໍລິສັດ ຈັນທະພົມ ກໍ່ສ້າງເຄຫະສະຖານ ຈຳກັດ ຮັບເໝົາກໍ່ສ້າງ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນ ມີນາ 2024 ມາຮອດເດືອນເມສາ 2026 ຈຶ່ງສໍາເລັດ.
ພິທີຄັ້ງນີ້, ຍັງໄດ້ມອບໃບຍ້ອງຍໍ ໃຫ້ບັນດາບໍລິສັດ ແລະ ບຸກຄົນ ທີ່ປະກອບສ່ວນທຶນຊ່ວຍເຫຼືອໃນການກໍ່ສ້າງທາງເບຕົງ. ຈາກນັ້ນ, ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິການງານພັກເມືອງແກ່ນທ້າວ ໄດ້ປະກາດເປີດການນຳໃຊ້ ເສັ້ນທາງປູຢາງ ແລະ ເສັ້ນທາງເບຕົງເທດສະບານເມືອງແກ່ນທ້າວ ຢ່າງເປັນທາງການ.