ຕາແສງໄຊມຸງຄຸນ ເມືອງປາກລາຍ ສ້າງຂະບວນການອອກແຮງງານອານາໄມເສັ້ນທາງຫຼວງ ແລະ ຂົວຂ້າມນໍ້າຂອງ.
ເພື່ອເປັນການຈັດຕັ້ງຜັນຂະຫຍາຍຕາມແຈ້ງການຂອງຄະນະກໍາມະການປົກຄອງແຂວງໄຊຍະບູລີເລກທີ76/ຄປຂ ກຽ່ວກັບການປົກປັກຮັກສາ,ຄຸ້ມຄອງ ແລະ ການປະຕິບັດຕໍ່ຜູ້ລະເມີດກົດໝາຍທາງຫຼວງ ແລະ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດງາມຕາ ແລະ ຄວາມປອດໄພໃນການສັນຈອນ, ດັ່ງນັ້ນໃນຕອນເຊົ້າຂອງວັນທີ6ສິງຫາ2026ນີ້,ຄະນະປົກຄອງຕາແສງ ຕາແສງໄຊມຸງຄຸນ, ເມືອງປາກລາຍ, ແຂວງໄຊຍະບູລີ ສົມທົບກັບອົງການປົກຄອງບ້ານ,ບໍລິສັດ ແລະ ...